ລັດຖະມົນຕີກະຊວງການຄ້າສະຫະລັດ ທ່ານ Wilbur Ross ກ່າວວ່າ ທ່ານຫວັງວ່າ
ຈະເປີດການໂອ້ລົມ ຢ່າງເປັນທາງການ ເພື່ອເຈລະຈາກັນຄືນໃໝ່ ກ່ຽວກັບ ຂໍ້ຕົກລົງ
ການຄ້າເສລີໃນອາເມຣິກາເໜືອຫຼື NAFTA ກັບປະເທດເມັກຊິໂກແລະການາດາໃນ
ໄລຍະ 3 ເດືອນຕໍ່ໜ້ານີ້.
ທ່ານ Ross ກ່າວຕໍ່ພວກນັກຂ່າວທີ່ນະຄອນຫລວງວໍຊິງຕັນ ໃນວັນສຸກວານນີ້ ໂດຍ
ເວົ້າວ່າ ທ່ານຫວັງວ່າຈະແຈ້ງໃຫ້ສະພາຊາບ ໃນສອງສາມອາທິດຂ້າງໜ້າ ທີ່ວ່າ ຈະ
ມີການນັບຖອຍຫລັງ 90 ມື້ ເພື່ອເລີ້ມການເຈລະຈາ. ທ່ານໄດ້ກ່າວຕໍ່ກອງປະຊຸມຖະ
ແຫຼງຂ່າວຮ່ວມກັບລັດຖະມົນຕີເສດຖະກິດເມັກຊິໂກ ທ່ານ Ildefonso Guajardo.
ທ່ານ Ross ມີພັນທະ ທີ່ຈະແຈ້ງໃຫ້ສະພາບຊາບ ຢ່າງເປັນທາງການ ກ່ຽວກັບແຜນ
ການຂອງທ່ານ ທີ່ຈະເປີດການເຈລະຈາຄືນໃໝ່ ກ່ຽວກັບຂໍ້ໍຕົກລົງ NAFTA ຊຶ່ງເປັນ
ຈົດໝາຍທີ່ທ່ານໄດ້ສົ່ງໄປໃຫ້ສະພາ ໃນການເລີ້ມຂຶ້ນຕອນດັ່ງກ່າວ. ຖ້າຫາກມີການ
ດຳເນີນການ ຕາມທີ່ໄດ້ສັນຍາໄວ້ ການເຈລະຈານີ້ ມີທ່າທາງວ່າ ຈະເລີ້ມຂຶ້ນໃນຕົ້ນ
ເດືອນກໍລະກົດ.
ທ່ານ Ross ກ່າວວ່າ ການດັດແປງໃດໆກໍຕາມກ່ຽວກັບຂໍ້ຕົກລົງ NAFTA ຈະຕ້ອງ
ເປັນຂໍ້ຕົກລົງສອງຝ່າຍກັບເມັກຊິໂກແລະການາດາຫຼືຂໍ້ຕົກລົງດຽວກັນຂອງທັງສາມ
ປະເທດ.
ທີ່ກອງປະຊຸມຖະແຫລງຂ່າວໃນວັນສຸກວານນີ້ ທ່ານ Guajard ໄດ້ສະແດງການສະ
ໜັບສະໜຸນ ຕໍ່ຂໍ້ຕົກລົງ 3 ຝ່າຍ ທີ່ຄ້າຍຄືກັນ ກັບຂໍ້ຕົກລົງ NAFTA ຊຶ່ງກຳລັງມີຜົນ ບັງຄັບໃຊ້ຢູ່ໃນເວລານີ້. ແທນທີ່ຈະແມ່ນການຫາລື ແບບແຍກກັນ ລະຫວ່າງສະຫະ ລັດກັບເມັກຊິໂກ ແລະສະຫະລັດກັບການາດາ ທ່ານກ່າວວ່າ ປະເທດທັງສາມຄວນ ເຈລະຈາຮ່ວມກັນ.