ທຳນຽບຂາວ ໄດ້ກ່າວໃນວັນຈັນວານນີ້ວ່າ ຮອງລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ ທ່ານຣອດ ໂຣເຊັນສໄຕນ໌ ຈະພົບກັບ ປະທານາທິບໍດີ ດໍໂນລ໌ ທຣຳ ໃນວັນພະຫັດຈະມານີ້ ຫລັງຈາກທີ່ມີລາຍງານຂ່າວວ່າ ເຈົ້າໜ້າທີ່ອັນດັບ 2 ຂອງກະຊວງຍຸຕິທຳ ຄາດວ່າຈະຖືກປົດອອກຕຳແໜ່ງ.
ການປະກາດທີ່ວ່ານີ້ ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກໜັງສືພິມ The New York Times ໄດ້ລາຍງານວ່າ ປີກາຍນີ້ ທ່ານໂຣເຊັນສໄຕນ໌ ໄດ້ແນະນຳວ່າ ໃຫ້ບັນທຶກສຽງທ່ານທຣຳແບບລັບໆ ແລະທີ່ທ່ານໄດ້ນຳເອົາຄວາມຄິດ ທີ່ຈະນຳໃຊ້ບົດ ແກ້ໄຂລັດຖະທຳມະນູນ ຂໍ້ທີ 25 ທີ່ຈະປົດປະທານາທິບໍດີ ອອກຈາກຕຳແໜ່ງ ຍ້ອນທ່ານບໍ່ເໝາະສົມທີ່ຈະປົກຄອງປະເທດ.
ທ່ານໂຣເຊັນສໄຕນ໌ ໄດ້ປະຕິເສດຕໍ່ລາຍງານ ໃນສັບປະດາແລ້ວນີ້.
“ໃນການຮ້ອງຮຽນຂອງຮອງລັດຖະມົນຕີກະຊວງຍຸຕິທຳ ທ່ານໂຣເຊັນສໄຕນ໌, ທ່ານແລະປະທານາທິບໍດີທຣຳ ໄດ້ມີການສົນທະນາກັນຢ່າງຍືດຍາວ ເພື່ອປຶກສາຫາລືກ່ຽວກັບລາຍງານຂ່າວຫວ່າງມໍ່ມານີ້. ຍ້ອນປະທານາທິບໍດີ ໄປຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ແລະມີໝາຍກຳໜົດການຢ່າງເຕັມອັດຕາກັບບັນດາຜູ້ນຳຈາກທົ່ວໂລກ, ພວກເພິ່ນຈະພົບພໍ້ກັນໃນວັນພະຫັດນີ້ ເວລາທີ່ປະທານາທິບໍດີ ກັບຄືນມາຍັງວໍຊີງຕັນ ດີຊີ,” ນັ້ນຄືຄຳເວົ້າຂອງໂຄສົກທຳນຽບຂາວ ທ່ານນາງຊາຣາ ຮັກກາບີ ແຊນເດີຣ໌ສ ໄດ້ກ່າວຢູ່ໃນຖະແຫຼງການ.
ລາຍງານຂອງສື່ມວນຊົນບາງສະບັບ ໃນວັນຈັນວານນີ້ ແນະໃຫ້ຮູ້ວ່າ ທ່ານໂຣເຊັນສໄຕນ໌ ໄດ້ສົນທະນາ ກ່ຽວກັບໃຫ້ລາອອກ ໃນຂະນະທີ່ບາງສະບັບກ່າວວ່າ ທ່ານບໍ່ຍອມລາອອກ ນອກເສຍຈາກວ່າ ທ່ານຈະຖືກໄລ່ອອກ.
ຫລັງຈາກໄດ້ມີຂ່າວໃນໜັງສືພຶມ New York Times ເມື່ອສັບປະດາແລ້ວນີ້ ທ່ານໂຣເຊັນສໄຕນ໌ໄດ້ກ່າວວ່າ “ເລື້ອງໃນໜັງສືພິມ New York Times ນັ້ນແມ່ນບໍ່ຖືກຕ້ອງ ແລະເນື້ອໄນແມ່ນຜິດພາດ. ຂ້າພະເຈົ້າບໍ່ອອກຄວາມຄິດໃດໆຕື່ມອີກ ໃນເລື້ອງທີ່ມາຈາກແຫ່ງຂ່າວບໍ່ຊາບຊື່ ຜູ້ຊຶ່ງແນ່ນອນ ແມ່ນມີຄວາມລຳອຽງຕໍ່ກະຊວງ ແລະໃຫ້ຕົວເອງໄດ້ປຽບ. ແຕ່ວ່າ ໃຫ້ຂ້າພະເຈົ້າເວົ້າຢ່າງຈະແຈ້ງກ່ຽວກັບເລື້ອງນີ້ ອີງຕາມການພົວພັນຂອງຂ້າພະເຈົ້າ ກັບປະທານາທິບໍດີ ມັນບໍ່ພື້ນຖານໃດໆ ທີ່ຈະນຳໃຊ້ບົດແກ້ໄຂລັດຖະທຳມະນູນ ຂໍ້ທີ 25.”
ບົດແກ້ໄຂລັດຖະທຳມະນູນຂໍ້ທີ 25 ແມ່ນກ່າວເຖິງຂັ້ນຕອນທີ່ຮອງປະທານາທິບໍດີ ແລະສະມາຊິກສ່ວນໃຫຍ່ຂອງຄະນະລັດຖະບານ ທີ່ຈະປົດປະທານາທິບໍດີ ອອກຈາຕຳແໜ່ງ ຖ້າຫາກວ່າ ທ່ານບໍ່ສາມາດທີ່ຈະປະຕິລັດໜ້າທີ່ຂອງທ່ານໄດ້.
ຕໍ່ມາ ທ່ານໂຣເຊັນສໄຕນ໌ ໄດ້ອອກຖະແຫຼງການສະບັບທີ 2 ປະຕິເສດ ຕໍ່ຂໍ້ກ່າວຫາ ໃນຄຳເວົ້າທີ່ແຮງຂຶ້ນກວ່າເກົ່າ ໂດຍກ່າວວ່າ “ຂ້າພະເຈົ້າບໍ່ເຄີຍທີ່ຈະນຳໃຊ້ ຫຼືອະນຸຍາດໃຫ້ບັນທຶກສຽງປະທານາທິບໍດີ ແລະການສະເໜີແນະໃດໆ ກໍຕາມທີ່ວ່າ ຂ້າພະເຈົ້າເຄີຍສະໜັບສະໜູນໃຫ້ປົດປະທານາທິບໍດີອອກຈາກໜ້າທີ່ນັ້ນ ແມ່ນບໍ່ຖືກຕ້ອງຢ່າງແນ່ນອນ.”