ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໂຣ​ເຊັນ​ສ​ຕາຍ​ນ໌ ຮຽກຮ້ອງໃຫ້​ ຝ່າຍເທັກ​ໂນ​ໂລ​ຈີ ​ຮ່ວມ​ມື​ກັບ ​ຝ່າຍ​ປະ​ຕິ​ບັດ ​ກົດ​ໝາຍ ເພື່ອ​ປ້ອງ​ກັນການກໍ່​ອາດ​ຊະ​ຍາ​ກຳທາງ​ອິນ​ເຕີ​ແນັດ


ທ່ານ ໂຣ​ເຊັນ​ສ​ຕາຍ​ນ໌, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງຍຸ​ຕິ​ທຳ​ສະ​ຫະ​ລັດ ກ່າວ​ຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ທີ່​ປະ​ກາດ​ການ​ກ່າວ​ຫາ​ພວກ​ລັກ​ເຈາະ​ຂໍ້​ມູນ​ຊາວ​ອີ​ຣ່ານ 2 ຄົນ ທີ່​ມີ​ກາ​ນ​ພົວ​ພັນ​ກັບ​ການກໍ່​ອາດ​ຊະ​ຍາກຳ​ທາງ​ອິນ​ເຕີ​ແນັດ ໃນ​ວັນ​ທີ 28 ພະ​ຈິກ 2018
ທ່ານ ໂຣ​ເຊັນ​ສ​ຕາຍ​ນ໌, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງຍຸ​ຕິ​ທຳ​ສະ​ຫະ​ລັດ ກ່າວ​ຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ທີ່​ປະ​ກາດ​ການ​ກ່າວ​ຫາ​ພວກ​ລັກ​ເຈາະ​ຂໍ້​ມູນ​ຊາວ​ອີ​ຣ່ານ 2 ຄົນ ທີ່​ມີ​ກາ​ນ​ພົວ​ພັນ​ກັບ​ການກໍ່​ອາດ​ຊະ​ຍາກຳ​ທາງ​ອິນ​ເຕີ​ແນັດ ໃນ​ວັນ​ທີ 28 ພະ​ຈິກ 2018

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງຍຸ​ຕິ​ທຳ​ຂອງ​ສະ​ຫະ​ລັດ, ທ່ານ ຣອດ ໂຣ​ເຊັນ​ສ​ຕາຍ​ນ໌, ຮຽກ
ຮ້ອງ​ໃຫ້​ບໍ​ລິ​ສັດບໍ​ລິ​ການ​ດ້ານ​ສື່​ສັງ​ຄົມ​ອອນ​ລາຍ ແລະ ບໍ​ລິ​ສັດດ້ານ​ເທັກ​ໂນ​ໂລ​ຈີ ທັງ​
ຫລາຍ​ມີ​ການ​ຮ່ວມ​ມື​ກັບ​ຝ່າຍ​ປະ​ຕິ​ບັດ​ກົດ​ໝາຍ ເພື່ອ​ປ້ອງ​ກັນ ປະ​ຊາ​ຊົນ​ທົ່ວ​ໄປ ບໍ່
ໃຫ້ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ການ​ທຳ​ລາຍ​ຂອງພວກກໍ່​ອາດ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ແນັດ​.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ໃຫຍ່ ກ່ຽວ​ກັບ​ການກໍ່​ອາດ​ຊະ​ຍາ​ກຳ​ທາງ​ອິນ​ເຕີ
​ແນັດນັ້ນ ທ່ານ ໂຣ​ເຊັນ​ສ​ຕາຍ​ນ໌ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ "​ເວ​ທີ​ຂອງ​ສື່ສັງ​ຄົມ
​ອອນ​ລາຍ ແມ່ນໃຫ້​ໂອ​ກາດ​ແກ່​ຄົນ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ນຳ​ກັນ​ຢ່າງ​ເສ​ລີ​ ແບບ
ບໍ່​ເຄີຍ​ມີ​ມາ​ກ່ອນ. ແຕ່​ວ່າ​ຜູ້​ຊົມ​ໃຊ້​ຫລາຍໆ​ຄົນ ບໍ່​ເຂົ້າ​ໃຈ​ວ່າ ເວ​ທີ​ດັ່ງ​ກ່າວ ແມ່ນ​ປ່ອຍ
​ໃຫ້​ພວກ​ທີ່​ເຄື່ອນ​ໄຫວ​ແບບບໍ່​ດີ ຊຶ່ງ​ລວມ​ທັງ​ພວກ​ສືບ​ລັບ ຂອງ​ລັດ​ຖະ​ບານ​ຕ່າງ​ປະ​ເທດ
ສາ​ມາດ​ຫລອກ​ລວງ​ພວກ​ເຂົາ​ເຈົ້າ​ໄດ້ ໂດຍ​ການ ເລີ້ມ ປະ​ຕິ​ບັດ​ງານແບບ​ມີ​ອິດ​ທິ​ພົນ
ຢ່າງ​ຫລວງ​ຫລາຍ."

ທ່ານ ໂຣ​ເຊັນ​ສ​ຕາຍ​ນ໌ ເວົ້າ​ວ່າ ມັນ​ຂຶ້ນ​ກັບ​ບັນ​ດາ​ບໍ​ລິ​ສັດ​ຕ່າງໆ “ທີ່​ຈະ​ເອົາ​ການ​ປ້ອງ​
ກັນ​ຄວາມ​ປອດ​ໄພ​ ໄປ​ໄວ້​ໃນ​ລະ​ດັບ​ດຽວ​ກັນ ​ກັບ​ການ​ປະ​ດິດ​ສ້າງ​ສິ່ງ​ໃໝ່ໆ ແລະ​
ຄວາມ​ສະ​ດວກ​ສະ​ບາຍ ແລະ​ອອກ​ແບບ​ທາງ​ດ້ານ​ເຕັກ​ໂນ​ໂລ​ຈີ ໄປ​ຕາມ ນັ້ນ.” ທ່ານ
ໄດ້​ເຕືອນ​ວ່າ ​ຖ້​າ​ຫາກ​ຂະ​ແໜງ​ການ​ທາງ​ດ້ານ​ເທັກ​ໂນ​ໂລ​ຈີ ບໍ່​ເຮັດ​ໄດ້​ເຊັ່ນ​ນັ້ນແລ້ວ,
ທາງລັດ​ຖະ​ບານ​ຈະ​ຕ້ອງ​ໄດ້​ຍື່ນ​ມື​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ.

ທ່ານ ເວົ້າອີກ​ວ່າ "ຂ້າ​ພະ​ເຈົ້າ​ຄິດ​ວ່າ ດຽວນີ້ ບັນ​ດາ​ບໍ​ລິ​ສັດ​ຕ່າງໆ ໄດ້​ເຂົ້າ​ໃຈ​ແລ້ວວ່າ
ຖ້​າ​ຫາກ​ພວກ​ເຂົາ​ເຈົ້າ ​ບໍ່​ກ້າວ​ຂຶ້ນ​ໄປ​ຄວບ​ຄຸມ​ຕົນ​ເອງ ຊຶ່ງ​ເປັນ​ຫົວ​ຂໍ້ສໍ​າຄັນຂອງ​ການ
​ໂອ້​ລົມ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້ນີ້ ພວກ​ເຂົາ​ເຈົ້າ​ກໍ​ຈະ​ຕ້ອງ​ປະ​ເຊີນ​ກັ​ບ​ການ​ຖືກ​ຄຸ້ມ​ຄອງ
​ດ້ວຍ​ກົດ​ລະ​ບຽບ​ຂອງ​ລັດ​ຖະ​ບານ.”

ຄຳ​ປາ​ໄສ​ດັ່ງ​ກ່າວ​ຂອງທ່ານ ໂຣ​ເຊັນ​ສ​ຕາຍ​ນ໌ ແມ່ນ​ມີ​ຂຶ້ນ​ນຶ່ງມື້​ຫລັງ​ຈາກ​ກະ​ຊວງ​ຍຸ​ຕິ​ທຳ
​ໄດ້​ກ່າວ​ຫາ​ພວກ​ລັກ​ເຈາະ​ຂໍ້​ມູນ​ຊາວ​ອີ​ຣ່ານ 2 ຄົນ ທີ່​ມີ​ກາ​ນ​ພົວ​ພັນ​ກັບ​ການກໍ່​ອາດ​ຊະ​ຍາ
​ກຳ​ທາງ​ອິນ​ເຕີ​ແນັດ ​ທີ່​ມີ​ມູນ​ຄ່າ​ຫລາຍ​ລ້ານ​ໂດ​ລາ ແລະ​ແຜນ​ການ​ນາບ​ຂູ່ ທີ່​ແນ​ໃສ່ອົງ​
ການ​ລັດ​ຖະ​ບານ​, ເມືອງ ແລະ​ບັນ​ດາ​ບໍ​ລິ​ສັດຕ່າງໆ.

ທ່ານ ໂຣ​ເຊັນ​ສ​ຕາຍ​ນ໌ເວົ້າ​ວ່າ ມີ​ຫລາຍບໍ​ລິ​ສັດ ທີ່​ຍິນ​ດີ​ຈະ​ເຮັດ​ວຽກ​ຮ່​ວມ​ກັບ ​ຝ່າຍ​ປະ
​ຕິ​ບັດ​ກົດ​ໝາຍ ແລະ​ທີ່​ຈະ​ປ້ອງ​ກັນ​ການ​ໃຊ້​ເວ​ທີ​ຂອງ​ເຂົາ​ເຈົ້າ​ເພື່ອ​ເຜີຍ​ແຜ່ຂໍ້​ມູນ​ທີ່ບໍ່​ຈິງ.

ແຕ່​ທ່ານ​ກໍ​ເວົ້າ​ວ່າ "ນັກ​ຊ່ຽ​ວ​ຊານ​ດ້ານ​ເທັກ​ໂນ​ໂລ​ຈີ​ບາງ​ຄົນກໍ​ວິ​ພາກວິ​ຈານຢ່າງ​ແຮງຕໍ່
ເພື່ອນ​ຮ່ວມ​ງານ ຜູ້​ທີ່ເຮັດ​ວຽກ​ຮ່ວມ​ກັບຝ່າຍ​ປະ​ຕິ​ບັດ​ກົດ​ໝາຍ ເພື່ອ​ແກ້​ໄຂການ​ຖອດ​
ລະ​ຫັດ​ລັບ ແລະ​ບັນ​ຫາ​ທ້າ​ທາຍ​ອື່ນໆ ທີ່​ຄ້າຍ​ຄື​ກັນ​ນີ້. ພຽງ​ແຕ່​ທ່ານ​ຖືກ​ຄົນຕຳ​ໜິທ່ານ
ຢ່າງວ່ອງ​ໄວເທົ່າ​ນັ້ນ ມັນ​ກໍບໍ່​ໄດ້​ໝາຍ​ຄວາມ​ວ່າ ທ່ານ​ໄດ້​ເຮັດ​ຫຍັງ​ຜິດ​ດອກ."

ອ່ານ​ຂ່​າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG