ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ເປີດໂຕ ຮູບປັ້ນ ທ່ານນາງ Parks ຢູ່ຕຶກລັດຖະສະພາ (ວີດິໂອ)


ຮູບປັ້ນຂອງມື້ລາງ ທ່ານນາງ Rosa Parks ນັກບຸກເບີກ ດ້ານສິດທິພົນລະເຮືອນ ທີ່ໄດ້ຮັບກຽດ ເອົາໄປຕັ້ງໄວ້ຢູ່ໃນ ຫ້ອງໂຖງຕັ້ງຮູບປັ້ນບຸກຄົນສໍາຄັນ ຂອງຕຶກລັດຖະສະພາ ສະຫະລັດ ທີ່ນະຄອນຫລວງວໍຊິງຕັນ, ວັນທີ 27ກຸມພາ 2013.
ຮູບປັ້ນຂອງມື້ລາງ ທ່ານນາງ Rosa Parks ນັກບຸກເບີກ ດ້ານສິດທິພົນລະເຮືອນ ທີ່ໄດ້ຮັບກຽດ ເອົາໄປຕັ້ງໄວ້ຢູ່ໃນ ຫ້ອງໂຖງຕັ້ງຮູບປັ້ນບຸກຄົນສໍາຄັນ ຂອງຕຶກລັດຖະສະພາ ສະຫະລັດ ທີ່ນະຄອນຫລວງວໍຊິງຕັນ, ວັນທີ 27ກຸມພາ 2013.
ປະທານາທິບໍດີ ບາຣັກ ໂອບາມາ ແລະບັນດາຜູ້ນໍາລັດຖະສະພາ
ໄດ້ນໍາອອກເປີດເຜີຍ ຮູບປັ້ນຂອງມື້ລາງທ່ານນາງ Rosa
Parks ນັກບຸກເບີກດ້ານສິດທິພົນລະເຮືອນ ໃນລະຫວ່າງການ
ປະກອບພິທີ ເມື່ອວັນພຸດວານນີ້.

ຮູບປັ້ນດັ່ງກ່າວມີຂະໜາດຄວາມໃຫຍ່ເຕັມສ່ວນອັນທໍາອິດຂອງ
ແມ່ຍິງຜິວດໍາ ທີ່ຈະວາງສະແດງໄວ້ ຢູ່ຕຶກລັດຖະສະພາ ຂອງ
ສະຫະລັດ.

ປະທານາທິບໍດີໂອບາມາ ເວົ້າວ່າ ມື້ລາງທ່ານນາງ Rosa
Park ຜູ້ ໄດ້ດໍາລົງຊີວິດ ດ້ວຍກຽດສັກສີ ແລະມີຄຸນນະທໍາ ແລະໃນຊ່ວງເວລາດຽວເທົ່ານັ້ນ ໄດ້ປ່ຽນແປງປະເທດຊາດ
ແລະໂລກນໍາ ຊຶ່ງທ່ານໂອບາມາກ່າວຕື່ມວ່າ:

“ໃນຕອນເຊົ້າມື້ນີ້ ພວກເຮົາສະເຫຼີມສະຫຼອງຍິງຮັບຈ້າງ
ຕັດຫຍິບ ທີ່ມີຮູບຮ່າງບອບບາງ ແຕ່ເຕັມໄປດ້ວຍຄວາມ
ພິລາດອາດຫານ ທ່ານນາງ ໄດ້ທ້າທາຍການຂັດແຍ້ງກັນ ແລະທ້າທາຍຕໍ່ຄວາມບໍ່ຍຸຕິທໍາ.


ໃນຊ່ວງທີ່ສໍາຄັນບັ້ນນຶ່ງ ໃນການເຄື່ອນໄຫວເພື່ອສິດທິພົນລະເຮືອນນັ້ນ ມື້ລາງທ່ານນາງ
Rosa Parks ປະຕິເສດບໍ່ຍອມ ມອບບ່ອນນັ່ງໃຫ້ແກ່ຊາຍຜິວຂາວຄົນນຶ່ງຢູ່ເທິງລົດບັສ ໃນປີ1955 ທີ່ເມືອງ Montgomery ເທີ່ຖືກແບ່ງແຍກຊົນຊັ້ນ ລັດ Alabama. ມື້ລາງ ທ່ານນາງ Rosa Park ຖືກຈັບກຸມ ທີ່ຍັງ ຜົນໃຫ້ລົດບັສລວມຫົວຕໍ່ຕ້ານທີ່ຍືດເຍື້ອໄປ ນຶ່ງປີກວ່າ. ໃນປີ 1956 ສານສູງສຸດ ໄດ້ສັ່ງຫ້າມບໍ່ໃຫ້ມີການແບ່ງແຍກຊົນຊັ້ນຢູ່ຕາມລະ
ບົບ ການຂົນສົ່ງສາທາລະນະອີກຕໍ່ໄປ.

ທ່ານນາງ Rosa Park ເສຍຊີວິດໃນປີ 2005 ຊຶ່ງລວມອາຍຸໄດ້ 92 ປີ.

US Civil Rights Pioneer Honored With Capitol Hill Statue
please wait

No media source currently available

0:00 0:03:26 0:00
ລິງໂດຍກົງ
XS
SM
MD
LG