ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຣອນ ດີແຊນຕິສ, ຜູ້ທີ່ຄັ້ງນຶ່ງເປັນໄພຂົ່ມຂູ່ທີ່ໃຫຍ່ທີ່ສຸດຂອງທ່ານທຣໍາ, ຢຸດຕິການລົງແຂ່ງຂັນເອົາຕໍາແໜ່ງໃນທຳນຽບຂາວ ປີ 2024


ແຟ້ມພາບ - ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີຂອງພັກຣີພັບບລີກັນ ໃນເວລານັ້ນ,​ ຜູ້ປົກຄອງລັດ ຟລໍຣີດາ, ທ່ານຣອນ ດີແຊນຕິສ ກ່າວລະຫວ່າງການຫາສຽງໃນເມືອງ ນິວ ແຮມເຊີ, ວັນທີ 17 ມັງກອນ 2024.
ແຟ້ມພາບ - ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີຂອງພັກຣີພັບບລີກັນ ໃນເວລານັ້ນ,​ ຜູ້ປົກຄອງລັດ ຟລໍຣີດາ, ທ່ານຣອນ ດີແຊນຕິສ ກ່າວລະຫວ່າງການຫາສຽງໃນເມືອງ ນິວ ແຮມເຊີ, ວັນທີ 17 ມັງກອນ 2024.

ຜູ້ແຂ່ງຂັນຊິງຕໍາແໜ່ງປະທານາທິບໍດີ ທ່ານຣອນ ດີແຊນຕິສ (Ron DeSantis), ຊຶ່ງຄັ້ງນຶ່ງເຄີຍຖືກເບິ່ງວ່າ ເປັນໂອ​ກາດທີ່ດີທີ່ສຸດຂອງພັກຣີພັບບລີກັນ ໃນການແຊງໜ້າທ່ານ ດໍໂນລ ທຣຳ, ໄດ້ຖອນໂຕອອກຈາກການແຂ່ງຂັນຂັ້ນຕົ້ນໃນວັນອາທິດວານນີ້, ເຊິ່ງເປັນການອອກຈາກການແຂ່ງຂັ້ນທີ່ຂ້ອນຂ້າງໄວ ທີ່ໄດ້ຕອກຢໍ້າເຖິງອຳນາດທີ່ແຂງແກ່ນ ທີ່ອະດີດປະທານາທິບໍດີ ຍັງຄົງມີຢູ່ໃນພັກ, ອີງຕາມອົງການຂ່າວຣອຍເຕີສ໌.

ທ່ານ ດີແຊນຕິສ, ຜູ້ທີ່ມີອາຍຸ 45 ປີ, ໄດ້ສະຫນັບສະຫນູນ ທ່ານທຣໍາ ຢູ່ໃນວິດີໂອ ທີ່ເຜີຍແຜ່ຢູ່ໃນເວັບໄຊທ໌ ຂອງສື່ສັງຄົມ X ເຊິ່ງໃນເມື່ອກ່ອນເອີ້ນວ່າ ທວິທເຕີ.

ທ່ານດີແຊນຕິສ ໄດ້ຖືກເຫັນຢ່າງກວ້າງຂວາງວ່າ ເປັນຜູ້ແຂ່ງຂັນລຳດັບຕົ້ນໆ ສໍາລັບການສະເໜີຊື່ຊິງຕໍາແໜ່ງຂອງພັກຣີພັບບລີກັນ ໃນປີ 2024 ແລະເປັນຜູ້ສືບທອດໂດຍປົກະຕິຂອງ ທ່ານທຣໍາ ເນື່ອງຈາກຮູບແບບການຕໍ່ສູ້ຂອງທ່ານ ແລະທັດສະນະອະນຸລັກທີ່ເລິກເຊິ່ງ. ໃນຊ່ວງຕົ້ນປີ 2023, ທ່ານໄດ້ເປັນຜູ້ມີຄະແນນນຳໃນການລົງຄະແນນສຽງແບບໂຕຕໍ່ໂຕ ກັບທ່ານທຣໍາ ຫຼາຍຄັ້ງ.

​ແຕ່​ການ​ສະໜັບສະໜູນ​ຂອງ​ຜູ້​ປົກຄອງ​ລັດຟລໍຣີດາ ​ໄດ້​ຫຼຸດ​ລົງ​ ເປັນ​ເວລາ​ຫຼາຍ​ເດືອນ​ແລ້ວ, ຍ້ອນ​ຍຸດ​ທະ​ສາດ​ການ​ໂຄສະນາ​ຫາ​ສຽງ​ທີ່​ມີ​ຂໍ້​ບົກ​ພ່ອງ, ໂດຍ​ເບິ່ງ​ຄື​ວ່າທ່ານ ຈະຂາດຄວາມເປັນກັນເອງກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ໃນ​ການ​ໂຄສະນາ​ຫາ​ສຽງ ​ແລະ ຈົນເຖິງ​ເວລາ​ນີ້​ ທ່ານ ທຣໍາ ຍັງ​ຄົງ​ຍຶດ​ຖານສ່ວນໃຫຍ່ ​ຂອງ​ພັກ​ໄວ້ໄດ້ຢ່າງບໍ່ສັ່ນຄອນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG