ຜູ້ສະໝັກເລືອກຕັ້ງປະທານາທິບໍດີສະຫະລັດສັງກັດພັກ Republican ທ່ານ Mitt
Romney ກ່າວວ່າ “ສະຫະລັດມີໜ້າທີ່ອັນເຄ່ງຂຶມ ແລະຄວາມຈໍາເປັນທາງດ້ານສິນ
ລະທໍາ” ທີ່ຈະຢຸດອີຣ່ານ ບໍ່ໃຫ້ສ້າງອາວຸດນີວເຄລຍ.
ທ່ານ Romney ຍັງກ່າວຢູ່ໃນຊ່ວງທີ່ຢ້ຽມຢາມອິສຣະແອລ ໃນວັນອາທິດວານນີ້ອີກວ່າ
ອີຣ່ານ ເປັນປະເທດນຶ່ງທີ່ພວກຜູ້ນໍາໄດ້ປະຕິເສດຄວາມຫາຍຍະນະ ຫລື Holocaust
ທີ່ຊາວຢີວໄດ້ຮັບ ແລະວ່າ ພວກຜູ້ນໍາຂອງປະເທດດັ່ງກ່າວ ຍັງຢາກຈະລືບລ້າງປະເທດ ອິສຣະແອລອອກຈາກແຜນທີ່ໂລກໄປນໍາອີກ. ທ່ານ ກ່າວເພີ້ມອີກວ່າ ສະຫະລັດຈະບໍ່
ມີວັນເມີນເສີຍຕໍ່ສິ່ງທີ່ທ່ານເອີ້ນວ່າ ຄວາມຮັກແພງຢ່າງຍິ່ງ ແລະຄວາມໝັ້ນໝາຍທີ່ມີຕໍ່
ອິສຣະແອລນັ້ນ.
ຜູ້ສະໝັກທີ່ຄ້າຍວ່າຈະໄດ້ຮັບການແຕ່ງຕັ້ງຈາກພັກ Republican ທ່ານນີ້ ບໍ່ໄດ້ໃຫ້ຄໍາ
ເຫັນຢ່າງເປີດແປນ ຕໍ່ນະໂຍບາຍຂອງທ່ານບາຣັກ ໂອບາມາ ກ່ຽວກັບອີຣ່ານ ທີ່ໄດ້ ເນັ້ນໜັກໃສ່ການໃຊ້ວິທີການທູດ ເຖິງແມ່ນບໍ່ໄດ້ປະຕິເສດຕໍ່ການໃຊ້ ກໍາລັງກໍຕາມ.
ນອກນັ້ນ ທ່ານ Romney ຍັງໄດ້ປະກາດວ່າ ກຸງ Jerusalem ແມ່ນເປັນນະຄອນ
ຫລວງຂອງອິສຣະແອລ ຊຶ່ງໄດ້ສ້າງຄວາມໂມໂຫໃຫ້ທ່ານ Saeb Erakat ຜູ້ເຈລະຈາ
ຂອງປາແລັສຕາຍ. ທ່ານ Erakat ໄດ້ກ່າວຕໍ່ອົງການຂ່າວຂອງຝຣັ່ງວ່າ ຄໍາຖະແຫລງ
ດັ່ງກ່າວ ແມ່ນຮັບບໍ່ໄດ້ ແລະຈະສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຕ່າງໆຂອງ
ສະຫະລັດ.
ເບິ່ງສະໄລດ໌ຮູບການເດີນທາງ ໄປຕ່າງປະເທດຂອງທ່ານ ຣອມນີ