ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ Mitt Romney ຖອນຄໍາເວົ້າຂອງທ່ານ ກ່ຽວກັບງານແຂ່ງຂັນໂອລິມປິກ ທີ່ລອນດອນ (ວີດິໂອ)


ເບິ່ງວີດິໂອທີ່ກ່ຽວຂ້ອງກັບການຢ້ຽມຢາມຂອງທ່ານມິດ ຣອມນີ ທີ່ນະຄອນລອນດອນ

ທ່ານ​ມິດ ຣອມນີ ຜູ້​ສະໝັກ​ເລື​ອກຕັ້ງ​ປະທາ​ນາ​ທິບໍດີ​ສະຫະລັດ ​ໄດ້ພະຍາຍາມ​ທີ່​ຈະ​ຖອນ
ຄໍາເວົ້າຂອງ​ທ່ານທີ່​ໄດ້​ເວົ້າ​ໄປ​ ເມື່ອ​ວັນພະຫັດ​ວານ​ນີ້ ທີ່​ຕັ້ງຄໍາຖາມກ່ຽວກັບຄວາມ​ສາມາດ
​ຂອງ​ອັງກິດໃນ​ການ​ເປັນ​ເຈົ້າພາບ ຈັດ​ງານ​ແຂ່ງຂັນ​ໂອ​ລິ​ມ​ປິກ​ຄັ້ງ​ນີ້.

NBC NEWS ​ໄດ້​ອອກ​ອາກາດລາຍ​ການ​ສໍາພາດ​ກັບ​ທ່ານ​ມິດ ຣອມນີ ຜູ້​ທີ່​ຄາດ​ໄວ້ ວ່າ​ຈະ
​ເປັນ​ຜູ້​ຖືກ​ສະໝັກ​ເລືອກ​ຕັ້ງປະທານາທິບໍດີ​ສັງ​ກັດ​ພັກຣີພັບ​ບລິ​ກັນ ຊຶ່ງ​ທ່ານ​ມິດ ຣອມນີ ​ໄດ້
​ກ່າວ​ວ່າ ຄວາມ​ເປັນ​ຫ່ວງ​ໃນ​ນາທີ​ສຸດທ້າຍ ກ່ຽວ​ກັບ​ຈໍານວນ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ
​ຂອງ​ງານ​ແຂ່ງຂັນໂອ​ລິ​ມປິກ ​ທີ່​ລອນ​ດອນ​ນັ້ນວ່າ ​ເປັນ​ເລຶ່ອງທີ່ທໍ​າ​ໃຫ້​ລໍາບາກ​ໃຈ.

​ແຕ່​ພາຍຫຼັງຈາກ​ການ​ພົບ​ປະ​ກັບ​ບັນດາ​ເຈົ້າໜ້າ​ທີ່​ລະດັບ​ສູງ​ຂອງ​ອັງກິດ​ແລ້ວ ​ໂຮມ​ທັງ​ທ່ານ David Cemeron ນາຍົກລັດຖະມົນຕີອັງກິດ​ ​ເມື່ອ ວັນ​ພະຫັດ​ວານ​ນີ້ ທ່ານ​ມິດ ຣອມນີ ​ເວົ້າ​ວ່າ ທ່ານ​ຫວັງ​ວ່າ​ເກ​ມ​ໂອ​ລິ​ມປິກ ຄັ້ງ​ນີ້​ຈະ​ປະສົບ​ຜົນ​ສໍາ​ເລັດ​ຢ່າງ​ໃຫຍ່​ຫຼວງ.

ທ່ານ​ນາ​ຍົກ​ລັດຖະມົນຕີ David Cameron ​ໄດ້​ປົກ​ປ້ອງ​ການ​ກະ​ຕຽມ​ງານ​ກິລາຂອງລອນ​ດອນ ​ແລະ​ກ່າວວ່າ ມັນ​ເປັນ​ການງ່າຍ​ກວ່າ​ທີ່​ຈະ​ຈັດ​ງານ​ແຂ່ງຂັນ​ໂອ​ລິ​ມປິກ​ຂຶ້ນຢູ່ບ່ອນທີ່​ ບໍ່​ມີ​ໃຜ​ຮູ້​ດີກວ່າ​ຢູ່​ລອນ​ດອນ. ຄໍາ​ເຫັນ​ດັ່ງກ່າວຂອງທ່ານ David Cameron ​ແມ່ນ​ເປັນ​ການເຍາະ​ເຢິ້ຍ​ເຖິງກິລາ​ໂອ​ລິ​ມ ປິກ ປີ 2002 ທີ່​ລັດ​ Utah ສະຫະລັດ ຊຶ່ງ​ທ່ານຣອມນີ ​ເປັນ​ຜູ້​ບໍລິຫານ​ໃນ​ເວລາ​ນັ້ນ.

XS
SM
MD
LG