ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Mitt Romney ຈະກ່າວ ຄໍາປາໄສຄັ້ງສໍາຄັນ ກ່ຽວກັບ ນະໂຍບາຍ ຕ່າງປະເທດ


ທ່ານ Mitt Romney ຈະກ່າວ ຄໍາປາໄສ ຄັ້ງສໍາຄັນ ທີ່ສະຖາບັນ ການສືກສາທະຫານ ແຫ່ງລັດເວີຈີເນຍ, ວັນທີ 8 ຕຸລາ 2012.
ທ່ານ Mitt Romney ຈະກ່າວ ຄໍາປາໄສ ຄັ້ງສໍາຄັນ ທີ່ສະຖາບັນ ການສືກສາທະຫານ ແຫ່ງລັດເວີຈີເນຍ, ວັນທີ 8 ຕຸລາ 2012.
ຜູ້​ສະມັກເລືອກ​ຕັ້ງເປັນປະທານາທິບໍດີສະຫະລັດ ຈາກພັກ
ຣິພັບ​ບລິ​ກັນ ທ່ານ Mitt Romney ມີກໍານົດ​ຈະກ່າວ​ຄໍາ​ປາ​ໄສ​
ໂຄສະນາ​ຫາ​ສຽງອັນ​ສໍາຄັນ​ ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ
​ເທດ ຄັ້ງທໍາ​ອິດຂອງ​ທ່ານ ​ໃນ​ວັນ​ຈັນ​ມື້​ນີ້.


ທ່ານ Romney ຈະ​ກ່າວ​ຕໍ່​ບັນດາ​ນັກ​ສຶກສາ ທີ່​ ສະ​ຖາ​ບັນ​
ການ​ສຶກສາທະຫານ​ ​ແຫ່ງ​ລັດເວີ​ຈີ​ເນຍ ​ທີ່​ເມືອງ Lexington
ຊຶ່ງ​ເປັນ​ສະ​ຖາ​ບັນ​ທະຫານ ທີ່​ເກົ່າ​ແກ່​ທີ່​ສຸດ​ຂອງ​ປະ​ເທດ.

ມາ​ຮອດ​ປັດຈຸບັນ ທ່ານຣອມນີ​ແມ່ນໄດ້​ເນັ້ນ​ໜັກການ​ໂຄສະ​ນາ​ຫາ​ສຽງໃສ່​ແຕ່ ດ້ານ​ເສດຖະກິດ ​ແລະ​ແຜນ​ຂອງທ່ານ ທີ່​ຈະ​ລົບ​ລ້າງ​ການ​ປະຕິຮູບດ້ານ​ສຸກຂະ​ພາບ ຂອງ
ປະທານາທິບໍດີ Barack Obama. ​ແຕ່ ທ່ານ​ໄດ້​ຕິຕຽນ​ນະ​ໂຍບາຍ​ ກ່ຽວ​ກັບຕາ​ເວັນ​ອອກ​ກາງ ຂອງປະທານາທິບໍດີ ​ໂດຍ​ກ່າວ​ວ່າ ທ່ານ Obama ປ່ອຍ​ໃຫ້ສະຫະລັດ ຕົກ​ຢູ່​ໃຕ້​ການ​ຄວບ​ຄຸມຂອງສະຖານະ​ການ ​ແທນ​ທີ່​ຈະ​ເປັນ​ຝ່າຍ​ຄວບ​ຄຸມ​ແລະ​ຫລໍ່​ຫລອມ ສະຖານ​ນະ​ການເອງ.

ທ່ານ Romney ​ໄດ້​ຂຽນ​ຢູ່​ໃນ​ໝັງ​ສື​ພິມ The Wall Street Journal ​ເດືອນ​ແລ້ວ​ນີ້​ວ່າ ສະຖານະ​ການ​ໄດ້​ເຄື່ອນ​ຍ້າຍສະຫະລັດ ອອກ​ໄປ​ຈາກສະຖານະ ພາບທີ່​ສາມາດ​ປົກ​ປ້ອງ​ປະຊາຊົນ​ຂອງ​ຕົນ ​ແລະ​ບັນດາ​ພັນທະ​ມິດ.

ສ່ວນປະທານາທິບໍດີ Obama ນັ້ນ ​ແມ່ນ​ກໍາລັງ​ໂຄສະນາ​ຫາ​ສຽງຢູ່​ທີ່​ລັດຄາ​ລີ​ຟໍ​ເນຍ ບ່ອນທີ່​ໃນວັນ​ຈັນ​ມື້​ນີ້ ທ່ານ​ຈະຮ່ວມ​ໃນ​ພິທີ​ອຸທິດ ອານຸສາ​ວະລີ ​ໃຫ້​ແກ່ຜູ້​ນໍາ​ສະຫະພັນ​ແຮງ​ງານ​ຊາວນາ ທ່ານ Cesar Chavez. ຫລັງ​ຈາກ​ນັ້ນ ທ່ານ ຈະ​ເຂົ້າ​ຮ່ວມງານ​ລ້ຽງ​ອາຫານ​ຄໍ່າຫາ​ລາຍໄດ້ ຢູ່ທີ່ນະຄອນ San Francisco.

ນຶ່ງ​ເດືອນ​ກ່ອນ​ມື້​ເລືອກ​ຕັ້ງ ຜົນ​ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ວ່າ ທ່ານ​ໂອ​ບາ​ມາ​ຍັງ ​ມີຄະ​ແນນ​ນໍາ​ໜ້າ​ທ່ານຣອມນີຢູ່ ​ແຕ່​ທ່ານຣອມນີກໍ​ໄດ້​ຕັດ​ຄວາມ​ແຕກ​ໂຕນ​ກັນ​ນັ້ນ ​ໃຫ້​ໜ້ອຍ​ລົງ ຫລັງ​ຈາ​ກການ​ໂຕ້​ວາທີ​ກັນ ​ໃນ​ອາທິດ​ແລ້ວ​ນີ້ ຊຶ່ງ​ພວກ​ນັກວິ​ເຄາະ​ຫລາຍໆ​ຄົນ​ກ່າວວ່າ ທ່ານຣອມນີ​ໄດ້​ມີການ​ກຽມ​ໂຕ​ດີ​ກ່ວາ ​ແລະ​ຕອບ​ຄໍາ​ຖາມ​ໄດ້​ດີ​ກ່ວາ​ ​ໃນ​ຂະນະ​ທີ່​ທ່ານ​ໂອ​ບາ​ມາ​ຕອບ​ແບບ​ບໍ່​ຫ້າວຫັນ​ປານ​ໃດ ຊຶ່ງ​ຜິດ​ບຸກຄະ​ລິກລັກສະນະ​ຂອງ​ທ່ານ.
XS
SM
MD
LG