ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Romney ເສຍພາສີ 1 ລ້ານ 9 ແສນໂດລາ ໃນອັດຕາ 14.1 ເປີເຊັນ


ທ່ານ Mitt Romney ແລະທ່ານ
ນາງແອນ ພັນລະຍາຂອງທ່ານ ໄດ້ເປີດເຜີຍໃນລາຍງານການເສຍພາສີຂອງຕົນ ທີ່ສະແດງໃຫ້ເຫັນວ່າ ທັງສອງ
ຄົນມີລາຍຮັບລວມກັນ 13 ລ້ານ 7 ແສນໂດລາ ໃນປີກາຍນີ້.
ທ່ານ Mitt Romney ແລະທ່ານ ນາງແອນ ພັນລະຍາຂອງທ່ານ ໄດ້ເປີດເຜີຍໃນລາຍງານການເສຍພາສີຂອງຕົນ ທີ່ສະແດງໃຫ້ເຫັນວ່າ ທັງສອງ ຄົນມີລາຍຮັບລວມກັນ 13 ລ້ານ 7 ແສນໂດລາ ໃນປີກາຍນີ້.
ລາຍງານການເສຍພາສີຂອງທ່ານ Mitt Romney ຜູ້ສະມັກ
ເປັນປະທານາທິບໍດີສະຫະລັດຂອງພັກຣີພັບບລີກັນ ແລະທ່ານ
ນາງແອນ ພັນລະຍາຂອງທ່ານ ສະແດງໃຫ້ເຫັນວ່າ ທັງສອງ
ຄົນມີລາຍຮັບລວມກັນ 13 ລ້ານ 7 ແສນໂດລາ ໃນປີກາຍນີ້.

ລາຍງານການເສຍພາສີດັ່ງກາວ ຊຶ່ງນຳອອກເຜີຍແຜ່ໂດຍຄະນະ
ກໍາມະການຫາສຽງຂອງທ່ານ ໃນວັນສຸກວານນີ້ ໄດ້ສະແດງໃຫ້
ເຫັນວ່າ ພວກທ່ານໄດ້ເສຍພາສີໃຫ້ລັດຖະບານກາງ ຫລາຍກວ່າ
1 ລ້ານ 9 ແສນໂດລາ ໃນອັດຕາ 14.1% ຊຶ່ງເປັນອັດຕາພາສີ
ທີ່ຕໍ່າກວ່າຊາວອາເມຣິກັນຫລາຍຄົນໄດ້ຈ່າຍໄປ. ແຕ່ວ່າ ລາຍໄດ້ ຂອງສາມີພັນລະຍາຄູ່ນີ້ແມ່ນ ມາຈາກການລົງທຶນ ຊຶ່ງຢູ່ໃນສະຫະ
ລັດ ແມ່ນຖືກເກັບພາສີໃນອັດຕາທີ່ຕໍ່າກວ່າພາສີເງິນ ເດືອນຂອງ
ພະນັກງານ.

ໃນຕົ້ນປີນີ້ ທ່ານຣອມນີແລະພັນລະຍາໄດ້ເປີດເຜີຍການເສຍພາສີໃນປີ 2010 ຂອງພວກ ເຂົາເຈົ້າ ທີ່ໄດ້ສະແດງໃຫ້ເຫັນວ່າ ພວກທ່ານມີລາຍໄດ້ 21 ລ້ານ 6 ແສນໂດລາ ແລະ ໄດ້
ຈ່າຍພາສີໄປ 3 ລ້ານໂດລາ.

ທ່ານ ຣອມນີ ຊຶ່ງຄັ້ງນຶ່ງເຄີຍເປັນນັກລົງທຶນທີ່ມີຄວາມສ່ຽງນັ້ນ ເປັນນຶ່ງໃນບັນດາຜູ້ສະມັກ ປະທານາທິບໍດີ ທີ່ຮັ່ງມີທີ່ສຸດເທົ່າທີ່ເຄີຍມີມາ. ການເປີດເຜີຍລາຍງານເສຍພາສີຂອງທ່ານ ຣອມນີ ໄດ້ເປັນບັນຫາໂຕ້ແຍ້ງ ໃນຂະນະທີ່ທ່ານຊອກຫາຊ່ອງທາງ ເອົາຊະນະ ທ່ານ Barack Obama ປະທານາທິບໍດີ ສັງກັດພັກເດໂມແຄຣັດ ຄົນປັດຈຸບັນ.

ສະມາຊິກພັກເດໂມແຄຣັດທີ່ສະໜັບສະໜຸນທ່ານ Obama ໃຫ້ຖືກເລືອກເຂົ້າຮັບຕຳແໜ່ງ
ຕື່ມອີກນັ້ນ ໄດ້ຮຽກຮ້ອງໃຫ້ຄູ່ແຂ່ງຂອງທ່ານຈາກພັກຣີພັບບລີກັນເປີດເຜີຍການເສຍພາສີ
ຂອງຕົນ ຕື່ມອີກຫລາຍໆປີ ເໝືອນກັນກັບຜູ້ສະໝັກເປັນປະທານາທິບໍດີສະຫະລັດຄົນ
ອື່ນໆໄດ້ກະທໍາ ລວມທັງທ່ານ George ບິດາຂອງທ່ານຣອມນີ ໃນຊຸມປີ 1960 ນັ້ນ. ແຕ່ວ່າ ທ່ານ ຣອມນີ ໄດ້ປະຕິເສດ ຊໍ້າແລ້ວ ຊໍ້າອີກກ່ຽວກັບເລື່ອງນີ້.

ຄະນະກໍາມະການຫາສຽງຂອງທ່ານຣອມນີ ກ່າວໃນວັນສຸກວານນີ້ວ່າ ໃນໄລຍະ 20 ປີ ທີ່
ສິ້ນສຸດລົງໃນປີ 2009 ນັ້ນ ຄູ່ສາມີພັນລະຍາ ຣອມນີ ໄດ້ເສຍພາສີໃນອັດຕາ 20.2% ຕໍ່ປີ.

ປະທານາທິບໍດີ Obama ແລະທ່ານນາງ Michelle ພັນລະຍາຂອງທ່ານ ໄດ້ເປີດເຜີຍ ການເສຍ ພາສີສໍາລັບປີ 2011 ຂອງພວກທ່ານໃນລະດູໃບໄມ້ປົ່ງທີ່ຜ່ານມາ ຊຶ່ງໄດ້ສະ ແດງໃຫ້ເຫັນວ່າ ພວກທ່ານມີລາຍຮັບເກືອບຮອດ 8 ແສນໂດລາ ແລະໄດ້ເສຍພາສີ ຫລາຍກວ່າ 162 ພັນໂດລາ ໃນອັດຕາພາສີ 20.5%.

ກ່ຽວຂ້ອງກັນ

XS
SM
MD
LG