ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ທ່ານ Romney ແລະ ທ່ານ Ryan ແຍກກັນ ໂຄສະນາຫາສຽງ (ວີດິໂອ)


ທ່ານ Mitt Romney ແລະ ທ່ານ Paul Ryan ແຍກກັນໄປອອກຫາສຽງ

ຜູ້​ສະມັກ​ເລືອກຕັ້ງປະທານາ
ທິບໍດີສະຫະລັດ ຈາກພັກ​ຣີ​ພັບ
​ບລິກັນ ທ່ານ Mitt Romney ​
ແລະຄູ່​ຮ່ວມ​ສະມັກ​ເລືອກ​ຕັ້ງ​
ເປັນ​ຮອງ​ທ່ານ ຄືຜູ້​ແທນ​ສະພາ​
ຕໍ່າ ທ່ານ Paul Ryan ໄດ້​ແຍກ​
ກັນໄປໂຄສະນາ​ຫາ​ສຽງໃນ​ວັນ
​ຈັນມື້​ນີ້ ຢູ່​ໃນ​ສອງ​ລັດສໍາຄັນ​ ທີ່
ສາມາດ​ຕັດສິນຜົນການ​ເລືອກ
ຕັ້ງປະທາ​ນາ​ທິບໍດີ ປີ 2012 ນີ້​ໄດ້.

ທ່ານ Mitt Romney ຈະ​ໄປ​ໂຄສະນາ​ຫາ​ສຽງທີ່ລັດ ​Florida ທາງ​ພາກ​ໃຕ້ ​ໃນ​ຂະນະ​ທີ່​
ທ່ານ Ryan ມຸ້ງໜ້າ​ໄປ​ສູ່ລັດພາກ​ກາງ IOWA​.

ໃນ​ວັນ​ອາທິດວານ​ນີ້ ທັງ​ສອງ​ໄດ້​ພາກັນ​ໂຄສະນາ​ຫາ​ສຽງ ທີ່​ລັດ North Carolina ​ແລະ​ລັດ
Wisconsin ບ້ານ​ຂອງ​ທ່ານ Ryan​. ທັງ​ສອງ​ລັດ​ນີ້ແມ່ນ​ຖືວ່າເປັນສະໜາມ​ລົບ​ທີ່​ສໍາຄັນຂອງ
ການ​ແຂ່ງຂັນ​ຍາດ​ເອົາທໍານຽບຂາວນັ້ນ.

ທ່ານ Romney ຫວັງ​ວ່າ ວຽກ​ງານ​ຂອງທ່ານ Ryan ​ຢູ່ໃນລັດຖະ​ສະພາ​ໃນການ​ຫາ​ທາງ
ຕັດ​ການໃຊ້ຈ່າຍ ​ແລະ​ເຮັດ​ໃຫ້​ລັດຖະບານນ້ອຍ​ລົງ​ນັ້ນ ​ຈະ​ຊ່ວຍ​ສ້າງກໍາລັງ​ໃຈໃຫ້ແກ່​ພື້ນຖານ
ນິຍົມແນວທາງ​ເດີມ ຂອງພັກຣີ​ພັບບ​ລິ​ກັນ.

​ທັງ​ສອງ​ທ່ານ​ໄດ້​ເລີ້ມອອກທໍາ​ການ​ໂຄສະນາ​ຫາສຽງ​ເປັນ​ເວລາສີ່​ວັນ​ໃນຫລາຍໆ​ລັດໂດຍ​
ທາງລົດບັສ ​ເມື່ອວັນ​ເສົາ​ຜ່ານ​ມາ ທັນທີ​ທີ່ທ່ານ Romney ​ໄດ້​ປະກາດ​ເລືອກ​ເອົາ ຜູ້​ແທນ​
ສະພາຕໍ່າ ອາຍຸ 42 ປີ ຄົນ​ນີ້ ​ມາ​ເປັນ​ຜູ້​ຮອງ​ຂອງ​ທ່ານ.

ເບິ່ງວີດິໂອການໂຕ້ວາທີຂອງທ່ານ Ryan

XS
SM
MD
LG