ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຈະເລີ່ມໂຄສະນາຫາສຽງ ເພື່ອແຂ່ງຂັນ ເອົາຕຳແໜ່ງ ເປັນສະໄໝທີ 2 (ວີດີໂອ)


ພວກຜູ້ນຳສະຫະພັນກຳມະບານ ທີ່ເຂົ້າຮ່ວມກອງປະຊຸມ BCTD
ທີ່ກຸງວໍຊິງຕັນ ພາກັນລຸກຢືນຂື້ນຕົບມືຊົມເຊີຍປະທາ ນາທິບໍດີບາຣັກ ໂອບາມາ (30 ເມສາ 2012)
ພວກຜູ້ນຳສະຫະພັນກຳມະບານ ທີ່ເຂົ້າຮ່ວມກອງປະຊຸມ BCTD ທີ່ກຸງວໍຊິງຕັນ ພາກັນລຸກຢືນຂື້ນຕົບມືຊົມເຊີຍປະທາ ນາທິບໍດີບາຣັກ ໂອບາມາ (30 ເມສາ 2012)

ປະທານາທິບໍດີບາຣັກ ໂອບາມາ ຈະເລີ່ມທຳການໂຄສະນາຫາສຽງ ຢ່າງເປັນທາງການ ເພື່ອ ເຂົ້າແຂ່ງຂັນເອົາຕຳແໜ່ງຕື່ມອີກສະໄໝນຶ່ງໃນວັນທີ 5 ພຶດສະພາທ້າຍສັບປະດານີ້ດ້ວຍການ ໂຮມຊຸມຢູ່ໃນ 2 ລັດ ທີ່ຍັງບໍ່ທັນມີການຕັດສິນໃຈຢ່າງຄັກແນ່ເທື່ອ ຄືລັດໂອໄຮໂອແລະລັດເວີຈີ ເນຍ. ດັ່ງທີ່ Jim Ma- lone ຜູ້ສື່ຂ່າວວີໂອເອ ລາຍງານມາກໍແມ່ນວ່າ ການແຂ່ງຂັນກັນ ລະ ຫວ່າງປະທານາທິບໍດີໂອບາມາ ແລະ ທ່ານ Mitt Romney ອະດີດຜູ້ປົກຄອງລັດ Massa-chusetts ຊຶ່ງຄາດວ່າຈະເປັນຄູ່ແຂ່ງຈາກພັກຣີພັບບລີກັນນັ້ນ ໄດ້ເລີ່ມຂຶ້ນແລ້ວ.

​ຍັງ​ເຫຼືອ​ເວລາຢູ່​ບໍ່​ຮອດ 6 ​ເດືອນ​ຊໍ້າ​ ກ່ອນ​ວັນ​ເລືອກ​ຕັ້ງຈະ​ມາ​ເຖິງ ຍຸດ​ທະ​ສາດ​ຂອງ​ພັກ​ຣີພັບ
​ບລີ​ກັນ​ໃນ​ການ​ຂັບ​ໄລ່​ປະທານາທິບໍດີ​ບາຣັກ ​ໂອບາ​ມາ​ອອກ​ຈາກ​ຕຳ​ແໜ່​ງ ​ແມ່ນ​ຈະ​ແຈ້ງ​ຄື​ໃຫ້
​ເປັນ​ທີ່​ແນ່​ໃຈ​ວ່າ​ ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ ​ເພັ່ງ​ເລັງ​ໃສ່​ປະຫວັດຜົນງານ​ໃນ​ດ້ານ​ເສດຖະກິດ​ຂອງ​
ທ່ານ.

ຄູ່​ແຂ່ງ​ສ່ວນ​ໃຫຍ່​ໃນ​ພັກຣີພັບ​ບລີ​ກັນ​ຂອງ​ທ່ານ Mitt Romney ​ໄດ້​ຖອນ​ໂຕອອກຈາກ​ກາ​ນ
​ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງຂັ້ນຕົ້ນ​ແລ້ວ ​ແລະ​ເປັນ​ທີ່​ປະກົດ​ວ່າອະດີດ​ຜູ້​ປົກຄອງ​ລັດ Massa-
chusetts ພວມ​ຢູ່​ໃນ​ເສັ້ນທາງ​ໄປ​ສູ່​ການ​ໄດ້​ຮັບໄຊຊະນະ​ໃນ​ການທີ່​ຈະ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​
ສະມັກ​ປະທານາທິບໍດີ​ຂອງ​ພັກ ​ໃນ​ເດືອນ​ສິງຫາຈະ​ມານີ້. ທ່ານ Romney ອາດ​ສາມາດຈະ
ໄດ້​ຮັບ​ຈໍານວນ​ຜູ້ຕາງໜ້າ​ທີ່ຈຳ​ເປັນ ​ເພື່ອໃຫ້ໄດ້ຮັບ​ການ​ແຕ່ງຕັ້ງ​ເປັນ​ຜູ້​ສະມັກ​ຂອງ​ພັກນັ້ນ​ໃນ​
ໄລຍະ​ຫຼາຍໆ​ອາທິດ​ຕໍ່ໜ້າ​ນີ້.

ທ່ານ Romney ​ໄດ້​ຫັນ​ຄວາມ​ສົນ​ໃຈ​ຂອງ​ທ່ານ​ ໄປ​ໃສ່​ປະທານາທິບໍດີ​ໂອ​ບາມາ​ ຢ່າງ​ເຕັມທີ່
ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ​ເສດຖະກິດ​ຈະ​ດີ​ຂຶ້ນຖ້າ​ທ່ານ​ຫາກ​ໄດ້​ຮັບ​ເລືອກຕັ້ງ​ໃນ​ເດືອນ​ພະຈິກ
​ທ້າຍ​ປີນີ້.

ທ່ານ Romney ​ເວົ້າວ່າ “ພວກ​ທີ່​ມັກ​ຝັນ​ ກໍ​ສາມາດ​ຝັນ​ໄດ້​ໃຫຍ່​ກວ່າ​ເກົ່າ ປ້າຍຮັບ​ສະມັກ​
ເອົາຄົນ​ງານກໍ​ຈະ​ສາມາດນຳ​ມາ​ເຊັດ​ຖູ​ແລະ​ໃຊ້​ຄືນ​ອີກແລະ​ພວກເຮົາ​ສາມາດ​ເລີ້ມຕົ້ນ​ໃໝ່​ອີກ
ແລະ​ເທື່ອ​ນີ້ພວກ​ເຮົາ​ຈະ​ດຳ​ເນີນ​ການ​ຢ່າງ​ຖືກຕ້ອງ.”

ພວກ​ນັກວິ​ເຄາະ​ກ່າວ​ວ່າ ​ເກືອບ​ບໍ່​ມີ​ການ​ສົງ​ໄສ​ໃດໆ​ເລີຍ​ວ່າ ເລື່ອງເສດຖະກິດ​ພາຍ​ໃນປະ
​ເທດຈະ​ເປັນ​ບັນຫາ​ຕັດສິນຊີ້ຂາດ​ໃນ​ເດືອນພະຈິກ​ປີນີ້. ການ​ໂຄ​ສະນາ​ຫາ​ສຽງ​ກໍ​ມີ​ທ່າ​ທາງ​
ວ່າຈະ​ເນັ້ນໜັກ​ເຖິງ​ຄວາມ​ແຕກ​ຕ່າງ​ ລະຫວ່າງ​ບຸກຄົນ​ທັງສອງ ກ່ຽວ​ກັບ​ຂະໜາດ​ແລະ​ບົດ
ບາດ​ຂອງ​ລັດຖະບານ​ກາງ.

ທ່ານ Romney ​ໃຫ້​ຄຳ​ໝັ້ນສັນ
ຍາ​ວ່າ ຈະ​ຕັດ​ການ​ໃຊ້​ຈ່າຍ​ຂອງ
​ລັດຖະບານ​ກາງ ລົງ​ຢ່າງ​ຫລວງ
ຫຼາຍຂະນະ​ທີ່​ປະທານາທິບໍດີ​ໂອ​
ບາ​ມາ​ປະຕິຍານ​ວ່າຈະ​ສືບຕໍ່​ສວຍ
​ໃຊ້​ລັດຖະບານ​ ເພື່ອ​ກະຕຸກ​ຊຸກ
ຍູ້​ການ​ຟື້ນ​ໂຕ​ຄືນ​ຂອງເສດຖະກິດ.

ທ່ານ​ໂອ​ບາ​ມາ​ເວົ້າວ່າ “ຂ້າພະ​
ເຈົ້າ​ໄດ້​ຮັກສາ ​ຄຳ​ໝັ້ນສັນຍາ​ທີ່​
ໄດ້​ໃຫ້​ໄວ້​ແລະ​ຍັງ​ສືບ​ຕໍ່ຄິດ​ເຖິງ​ພວກ​ທ່ານ​ຢູ່. ຂ້າພະ​ເຈົ້າຍັງ​ຄືນ​ຄິດ​ພວກ​ທ່ານ ​ແລະ​ຂ້າພະ​ເຈົ້າ
ຍັງ​ມີຄວາມ​ເຊື່ອ​ໝັ້ນ​ໃນ​ໂຕ​ທ່ານ ​ແລະຖ້າ​ທ່ານ​ຫາກ​ຮ່ວມ​ສົມທົບ​ກັບ​ຂ້າພະ​ເຈົ້າ ພວກເຮົາ​ຈະ​
ເຕືອນ​ໃຫ້​ໂລກ​ຮູ້​ວ່າ ​ເປັນ​ຫຍັງ​ອາ​ເມຣິກາ ​ຈຶ່ງ​ເປັນ​ປະ​ເທດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດໃນ​ໂລກ.”

​ໃນ​ບັນດາ​ພວກ​ທີ່​ຈັບ​ຕາ​ເບິ່ງການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງຢ່າງ​ໃກ້ຊິດໃນ​ປີນີ້ ກໍ​ມີ​ທ່ານ Ken
Duberstein ອະດີດຫົວໜ້າ​ທີ່​ປຶກສາ​ປະຈຳ​ທຳນຽບຂາວ​ ຂອງມື້ລາງ​ປະທານາທິບໍດີ Ronal
Reagan ​ໃນ​ຊຸມ​ປີ 1980 ຊຶ່ງ​ທ່ານ​ທຳນາຍ​ວ່າຈະ​ເປັນ​ການ​ເລືອກ​ຕັ້ງທີ່​ມີ​ຄະ​ແນນ​ສຽງ​ໃກ້​ຄຽງ​
ກັນ ​ແລະ​ຜົນ​ຂອງ​ການ​ເລືອກ​ຕັ້ງດັ່ງກ່າວ​ຈະ​ຂຶ້ນຢູ່​ກັບ​ວ່າ ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ ​ຈະ​ມອງ​ເບິ່ງ
​ຜູ້​ສະມັກ​ທັງ​ສອງແບບ​ໃດ ລະຫວ່າງ​ທ່ານ​ໂອ​ບາ​ມາ​ແລະ​ທ່ານ Romney.

ທ່ານ ​Duberstein ​ເວົ້າວ່າ “ຖ້າຫາກວ່າ ນີ້​ເປັນ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບຜົນງານ​ໃນໄລ
ຍະກຳ​ຕຳ​ແໜ່​ງ​ 3 ປີ​ເຄິ່ງທຳ​ອິດ​ ຂອງປະທານາທິບໍດີ​ໂອ​ບາ​ມາ ​ແລະ​ເປັນ​ການ​ລົງ​ປະຊາ​ມະຕິ​
ກ່ຽວ​ກັບ​ເສດຖະກິດຂອງ​ອາ​ເມຣິກາ​ແລ້ວຜູ້​ປົກຄອງ​ລັດ Romney ​ແມ່ນ​ມີ​ໂອກາດ​ດີໆ​ທີ່​ຈະ
​ຖືກ​ເລືອກ​ເປັນ​ປະທານາທິບໍດີ​ສະຫະລັດ. ​ແຕ່ຖ້າຫາກ​ນີ້ເປັນ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ພັກ
ຣີພັບ​ບລີ​ກັນ​ແລະ​ຜູ້​ປົກຄອງ​ລັດ Romney ​ແລ້ວ ປະທານາທິບໍດີ​ໂອ​ບາ​ມາກໍ​ມີ​ໂອກາດ​ພຽງ
ພໍ​ ທີ່​ຈະ​ຖືກ​ເລືອກ​ເຂົ້າຮັບ​ຕຳ​ແໜ່​ງຕື່ມ​ອີກ​ສະ​ໄໝ​ນຶ່ງ.”

​ເວລາ​ນີ້ທ່ານ Romney ຕ້ອງ​ໄດ້​ເຕົ້າ​ໂຮມ​ພັກຣີພັບ​ບລີ​ກັນຫຼັງຈາກ​ໄດ້​ຮັບ​ຄວາ​ມບອບຊໍ້າ​ຈາກ
​ການ​ໂຄສະນາ​ຫາ​ສຽງໃນ​ການ​ເລືອກ​ຕັ້ງຂັ້ນຕົ້ນທີ່​ໄດ້​ມີ​ການ​ຮ້ອງ​ຮຽນຫຼາຍໆ​ຢ່າງໄປ​ຍັງພວກ
​ຝ່າຍ​ຂວາ​ທີ່​ນິຍົມ​ແນວທາງ​ເດີມ​ຂອງ​ພັກ.

​ແຕ່​ໃນ​ຂະນະ​ດຽວ​ກັນ ທ່ານ Romney ຍັງ​ຈະ​ຕ້ອງ​ໄດ້​ຫັນປ່ຽນ​ຈຸດ​ເພັ່ງ​ເລັງຂອງທ່ານ​ ໄປ​ໃສ່​
ການ​ພະຍາຍາມ​ໃຫ້ໄດ້​ຮັບ​ຄວາມ​ສະໜັບສະໜຸນ​ຈາກ​ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ທີ່ນິຍົມ​ແນວທາງ
ການ​ເມືອງ​ປານ​ກາງ ຊຶ່ງ​ມັກ​ຈະ​ເປັນ​ຜູ້​ມີ​ບົດ​ບາດສຳຄັນ​ໃນ​ການ​ຕັດສິນຊີ້ຂາດ​ກ່ຽວ​ກັບ​ວ່າຜູ້​ໃດ
​ຈະ​ໄດ້​ເຂົ້າ​ໄປ​ນັ່ງ​ໃນ​ທຳນຽບຂາວ.

ທ່ານ Duberstein ຄາດ​ວ່າ ມັນ​ຈະ​ເປັນສິ່ງ​ທ້າ​ທາຍບໍ່​ແມ່ນ​ໜ້ອຍ​ສຳ​ຫຼັບທ່ານ Romney.

ທ່ານ Duberstein ​ເວົ້າວ່າ “ຂ້າພະ​ເຈົ້າຄິດ​ວ່າ ບັນຫາ​ພື້ນຖານ​ກໍ​ຄື​ຜູ້​ປົກຄອງລັດ Romney
ຈະ​ຕີ​ຄວາມ​ໝາຍ​ຫຼື​ໃຫ້​ຄຳ​ຈຳກັດ​ຄວາມ​ແບບ​ໃດກ່ຽວ​ກັບ​ພັກຣີພັບ​ບລີ​ກັນ ຫຼືວ່າພວກ​ຂວາ​ຈັດ
ຈະ​ຕີຄວາມ​ໝາຍ​ແບບ​ໃດ​ ກ່ຽວ​ກັບທ່ານ Romney ​ແລະ​ ນັ້ນກໍ​ຄື​ການ​ອະພິປາຍ​ທີ່​ພວກ​ເຮົາ
​ຈະ​ໄດ້​ຍິນ​ ໄປ​ຈົນຮອດ​ວັນ​ເລືອກ​ຕັ້ງ ຄື​ວັນທີ 6 ພະຈິກ.”

ທ່ານ Mitt Romney ອະດີດຜູ້ປົກຄອງລັດ Massachusetts
ທ່ານ Mitt Romney ອະດີດຜູ້ປົກຄອງລັດ Massachusetts

ການ​ຢັ່ງ​ຫາງ​ສຽງ​ປະຊາຊົນ​ສ່ວ​ນ​
ໃຫຍ່​ ສະ​ແດງ​ໃຫ້​ເຫັນ​ວ່າ ປະທາ​
ນາ​ທິບໍດີ​ໂອ​ບາມາ​ ມີ​ຄະ​ແນນນຳ​
ໜ້າ​ທ່ານ Romney ໜ້ອຍ​ນຶ່ງ​ໃນ
​ເວລາ​ນີ້​. ແຕ່​ພວກ​ນັກ​ຊ່ຽວຊານ​
ໃຫ້​ຂໍ້ສັງ​ເກດ​ວ່າ ການ​ໄດ້ປຽບ​
ຂອງ​ປະທານາທິບໍ​ດີ​ ໂດຍ​ສະ​
ເພາະ​ແລ້ວ ສຳ​ຫຼັບຜູ້​ທີ່ເຂົ້າ​ແຂ່ງ
ຂັນ ​ເອົາ​ຕຳ​ແໜ່​ງຕື່ມ​ອີກ​ ​ແມ່ນ​
ບໍ່ຫຼາຍປານ​ໃດ​ ແລະ​ອາດ​ຫາຍ
ໄປໄດ້ຖ້າ​ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​
ຫາກ​ຕັດສິນ​ໃຈ​ວ່າ​ ເສດຖະກິດ​ຍັງ​ບໍ່​ທັນ​ຟື້ນ​ໂຕ​ຄືນ ​ໄວ​ເທົ່າ​ທີ່​ຄວນ​ຈະ​ເປັນ.

XS
SM
MD
LG