ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Romney ວ່າ ຈະດຳເນີນການ ແບບນຸ້ມນວນ ແຕ່ເດັດຂາດ ກັບພວກຄົນເຂົ້າເມືອງ


ທ່ານ Mitt Romney ຜູ້ສະມັກປະທານາທິບໍດີຂອງພັກຣີພັບບລີກັນ ກຳລັງໂຄສະນາຫາສຽງ ທີ່ລັດ Nevada (28 ພຶດສະພາ 2011)
ທ່ານ Mitt Romney ຜູ້ສະມັກປະທານາທິບໍດີຂອງພັກຣີພັບບລີກັນ ກຳລັງໂຄສະນາຫາສຽງ ທີ່ລັດ Nevada (28 ພຶດສະພາ 2011)

ທ່ານ Mitt Romney ຜູ້​ສະມັກ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນ​ ກ່າວ​ວ່າ ທ່ານ​ຈະ​ຈັດ
ການ​ກັບ​ບັນຫາ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ ດ້ວຍ​ວິທີ​ການ​ແບບ​ມີ​ມາລະ​ຍາດທີ່​ນຸ້ມນວນ​ແຕ່​
ເດັດດ່ຽວ ​ແລະ​ຈະ​ໃຊ້​ແທນ​ນະ​ໂຍບາຍ​ຂອງ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ.

ທ່ານ Romney ​ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່​ພວກ​ຜູ້​ຟັງ​ທີ່​ເປັນ​ເຈົ້າໜ້າ​ທີ່​ຮິ​ສ​ແປ​ນິກຫລືເຈົ້າໜ້າ​ທີ່ໆ
​ປາກ​ພາສາ​ສະ​ເປ​ນຢູ່​ລັດ​ຟລໍຣິດາ ​ໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອ​ຊອກຫາ​ສຽງ​ສະ​ໜັບສະ​ໜຸນ
​ຈາກ​ກຸ່ມ​ດັ່ງກ່າວຊຶ່ງ​ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າພວກ​ເຂົາ​ເຈົ້າ​ໃຫ້ການ​ສະໜັບສະ
ໜຸນ​ຢ່າງຖ້ວມ​ລົ້ນ​ແກ່​ການ​ສະມັກ​ເຂົ້າເປັນ​ປະທາ​ນາ​ທິບໍ​ດີ​ຕື່ມ​ອີກ​ຂອງ​ທ່ານ​ໂອ​ບາ​ມາ.

ທ່ານ Romney ​ເວົ້າວ່າ ທ່ານ​ຈະ​ທຳ​ການ​ແກ້​ໄຂໄລຍະ​ຍາວ​ຕໍ່​ບັນຫາ​ຄົນ​ເຂົ້າເມືອງ​ຜິດ​ກົດ
ໝາຍ ​ທີ່​ອາດ​ຈະ​ໃຊ້​ແທນ​ໃນ​ອັນ​ທີ່​ທ່ານ​ເອີ້ນວ່າມາດ​ຕະການ​ຊົ່ວຄາວ​ຂອງ​ປະທານາທິບໍດີ​
ໂອ​ບາ​ມານັ້ນ. ທ່ານ​ບໍ່​ໄດ້​ກ່າວ​ຢ່າງ​ເປັນ​ການສະ​ເພາະ​ເຈາະ​ຈົງ​ແຕ່​ກໍໄດ້​ຢໍ້າ​ເຖິງ​ການ​ສະໜັບ
ສະໜຸນ​ຂອງ​ທ່ານ ​ຕໍ່​ການ​ສ້າງ​ຮົ້ວ​ກັ້ນໃນບໍລິ​ເວນ​ຊາຍ​ແດນ​ລະຫວ່າງ​ສະຫະລັດ​ກັບ​ເມັກ​ຊິ​
ໂກ.

ນອກ​ນັ້ນ​ແລ້ວ​ທ່ານ​ຍັງ​ເວົ້າວ່າ ທ່ານ​ຈະ​ປະຕິ​ຮູບ​ລະບົບ​ອອກ​ບັດ​ຂຽວຊຶ່ງ​ເປັນ​ໃບ​ອະນຸຍາດ
ໃຫ້​ພວກ​ຄົນ​ເຂົ້າ​ເມືອງ​ເຮັດ​ວຽກ​ໄດ້​ນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ​ ໄດ້​ປະກາດ​ກ່ຽວ​ກັບ​ການ​ອອກດຳລັດ​ຂອງ​ຝ່າຍ​ບໍລິຫານໃນ​ສັບ
ປະດາ​ແລ້ວ ຊຶ່ງ​ຈະ​ອະນຸຍາດ​ໃຫ້​ພວກ​ຊາວ​ໜຸ່ມ ​ທີ່​ເຂົ້າ​ເມືອງຜິດ​ກົດໝາຍ​ຫຼາຍຮ້ອຍພັນ​ຄົນ
ຢູ່​ໃນ​ສະຫະລັດ​ເພື່ອ​ເຮັດ​ແລະ​ຫຼືບໍ່​ກໍ​ໄປ​ໂຮງຮຽນ​ໄດ້.

ນະ​ໂຍບາຍ​ໃໝ່​ຂອງ​ທ່ານ​ໂອ​ບາ​ມາ​ໄດ້​ເປັນ​ທີ່​ຊື່ນຊົມ​ສຳ​ຫຼັບບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ທີ່​ປາກ
​ພາສາ​ສະ​ເປ​ນຊຶ່ງ​ຫຼາຍໆ​ຄົນ​ໃນ​ຈຳນວນ​ນີ້​ແມ່ນພ້ອມ​ຢູ່​ແລ້ວ​ຍິນ​ດີ​ທີ່​ຈະ​ຟັງ​ຄວາມ​ເຫັນ​ຂອງ
​ທ່ານ Romney ກ່ຽວກັບ​ບັນຫາ​ຄົນ​ເຂົ້າ​ເມືອງ.

XS
SM
MD
LG