ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານ ໂຣມາເນຍ ລາອອກ ຫຼັງຈາກ 32 ຄົນເສຍຊີວິດ ໃນເຫດການ ໄຟໄໝ້ ສະຖານບັນເທີງ


ນາຍົກລັດຖະມົນຕີ ໂຣມາເນຍ ທ່ານ Victor Ponta ກຳລັງອອກໄປ ຈາກສຳນັກງານໃຫຍ່ ຂອງລັດຖະບານ ຫຼັງຈາກໄດ້ປະກາດ ການລາອອກ ຢູ່ໃນນະຄອນຫຼວງ Bucharest, ປະເທດໂຣມາເນຍ, ວັນທີ 4 ພະຈິກ 2015.
ນາຍົກລັດຖະມົນຕີ ໂຣມາເນຍ ທ່ານ Victor Ponta ກຳລັງອອກໄປ ຈາກສຳນັກງານໃຫຍ່ ຂອງລັດຖະບານ ຫຼັງຈາກໄດ້ປະກາດ ການລາອອກ ຢູ່ໃນນະຄອນຫຼວງ Bucharest, ປະເທດໂຣມາເນຍ, ວັນທີ 4 ພະຈິກ 2015.

ນາຍົກລັດຖະມົນຕີ ໂຣມາເນຍ ທ່ານ Victor Ponta ກ່າວວ່າ
ລັດຖະບານຂອງທ່ານ ຈະລາອອກ ໃນການຕອບສະໜອງ ຕໍ່
ການປະທ້ວງ ທີ່ຮຽກຮ້ອງໃຫ້ ທ່ານ ແລະ ເຈົ້າໜ້າທີ່ລະດັບສູງ
ຄົນອື່ນໆ ໃຫ້ລົງອອກຈາກຕຳແໜ່ງ ຫຼັງຈາກທີ່ເກີດໄຟໄໝ້ ສະ
ຖານທີ່ບັນເທີງແຫ່ງນຶ່ງ ທີ່ສົ່ງຜົນໃຫ້ມີ 32 ຄົນເສຍຊີວິດ ເມື່ອ
ອາທິດແລ້ວນີ້.

ນາຍົກລັດຖະມົນຕີທ່ານນີ້ ໄດ້ເປີດເຜີີຍ ຖະແຫລງການຂອງ
ທ່ານ ສະບັບນຶ່ງເມື່ອຕອນເຊົ້າວັນພຸດມື້ນີ້ ໂດຍກ່າວວ່າ ທ່ານ
ຫວັງວ່າ ການຕອບສະໜອງ ຄຳຮຽກຮ້ອງຂອງທ່ານນັ້ນ ຈະ
ເປັນທີ່ເພິ່ງພໍໃຈ ແກ່ພວກປະທ້ວງຫຼາຍພັນຄົນ ຜູ້ທີ່ໄດ້ອອກ
ມາເດີນຂະບວນ ຜ່ານໃຈກາງນະຄອນຫຼວງ Bucharest ເມື່ອວັນອັງຄານວານນີ້.

ພວກປະທ້ວງ ກ່າວຫາ ເຈົ້າໜ້າທີ່ອາວຸໂສ ຈຳນວນນຶ່ງ ທີ່ໄດ້ອະນຸຍາດໃຫ້ ພວກເຂົາເຈົ້າ
ເອງ ເປັນເຄື່ອງມື ໃນການຮັບເອົາສິນບົນ ເພື່ອແລກປ່ຽນກັບການອອກ ໃບອະນຸຍາດ ໃຫ້
ຈັດການສະແດງ ໃນສະຖານທີ່ບັນເທີງ ທີ່ແອອັດ ແລະ ບໍ່ປອດໄພ.

ຊາວໂຣມາເນຍ ພາກັນລົງສູ່ຖະໜົນຫຼວງ Calea Victoriei ຊຶ່ງເປັນເສັ້ນທາງຫຼັກ ຂອງນະຄອນຫຼວງ ໃນລະຫວ່າງການເດີນຂະບວນປະທ້ວງ ໃນນະຄອນຫຼວງ Bucharest, Romania, ວັນທີ 3 ພະຈິກ 2015.
ຊາວໂຣມາເນຍ ພາກັນລົງສູ່ຖະໜົນຫຼວງ Calea Victoriei ຊຶ່ງເປັນເສັ້ນທາງຫຼັກ ຂອງນະຄອນຫຼວງ ໃນລະຫວ່າງການເດີນຂະບວນປະທ້ວງ ໃນນະຄອນຫຼວງ Bucharest, Romania, ວັນທີ 3 ພະຈິກ 2015.

ບັນດາຊາວໜຸ່ມ ຜູ້ໄປຊົມການສະແດງ ຈຳນວນ 32 ຄົນ ເສຍຊີວິດ ເມື່ອຕອນຄ່ຳວັນສຸກ
ຜ່ານມາ ແລະ ອີກ 200 ຄົນ ໄດ້ຮັບບາດເຈັບຫຼາຍສົມຄວນ ຫຼັງຈາກ ມີການຈູດບັ້ງໄຟ
ໃນລະຫວ່າງການສະແດງ ທີ່ເປັນເຫດເຮັດໃຫ້ໄຟລາມໄປໄໝ້ເພດານ ແລະ ກໍ່ໃຫ້ເກີດມີ
ການຢຽບກັນຕາຍ ໃນຈຳນວນ 400 ຄົນ ທີ່ຟ້າວມຸ້ງໜ້າໄປຫາທາງອອກ.

ດ້ວຍການໂບກປ້າຍຕ່າງໆ ທີ່ມີຂໍ້ຄວາມວ່າ “ການສໍ້ລາດບັງຫຼວງ ຂ້າຄົນ” ພວກປະທ້ວງ
ຮຽກຮ້ອງໃຫ້ນາຍົກລັດຖະມົນຕີ Ponta ຮອງນາຍົກລັດຖະມົນຕີ Gagriel Oprea ແລະ
ຜູ້ປົກຄອງນະຄອນ Bucharest ບ່ອນທີ່ສະຖານທີ່ບັນເທີງ ຕັ້ງຢູ່ນັ້ນ ໃຫ້ລາອອກຈາກ
ຕຳແໜ່ງ.

ບັນດາອະທິໄອຍະການ ໂຣມາເນຍ ໄດ້ອອກຄຳສັ່ງ ໃຫ້ຄຸມຕົວເຈົ້າຂອງສະຖານທີ່ບັນເທີງ
3 ແຫ່ງໄວ້ ເພື່ອການສອບຖາມ.

ນາຍແພດຫຼາຍສິບຄົນ ທີ່ໄດ້ຮັກສາປິ່ນປົວ ພວກໄດ້ຮັບບາດເຈັບ ກ່າວວ່າ ພວກເຂົາເຈົ້າ
ເສຍໃຈຫຼາຍ ທີ່ໄດ້ເຫັນ ພວກໜຸ່ມນ້ອຍຫຼາຍຄົນ ຊຶ່ງຊີວິດຂອງພວກເຂົາເຈົ້າ ຈະມີການ
ປ່ຽນແປງຕະຫຼອດໄປ.

ໃນຂະນະທີ່ ຫຼາຍພັນຄົນໄດ້ອອກມາເດີນຂະບວນ ໃນນະຄອນຫຼວງ Bucharest ເມື່ອ
ວັນອັງຄານວານນີ້ ປະເທດດັ່ງກ່າວ ໄດ້ສັນລະເສີນ ຊາຍສອງຄົນ ທີ່ເພື່ອນໆກ່າວວ່າ
ເປັນວິລະບູລຸດ ຂອງໂສກນາດຕະກຳ ເມື່ອວັນສຸກຜ່ານມາ.

ປະທານາທິບໍດີ ທ່ານ Klaus Iohannis ມອບຫຼຽນກຽດຕິຍົດໃຫ້ແກ່ ມືກ້ອງ Claudiu
Petre ແລະ ມືກອງ Adrian Rugina ຊຶ່ງທັງສອງໄດ້ເສຍຊີວິດ ໃນຂະນະທີ່ແລ່ນເຂົ້າໄປ
ໃນສະຖານທີ່ບັນເທີງ ທີ່ໄຟກຳລັງໄໝ້ຢູ່ນັ້ນ ເພື່ອຊ່ວຍເຫຼືອຊິວິດຄົນອື່ນໆ.

ທ່ານ Iohannis ກ່າວວ່າ ທັງສອງ ຈະຖືກຈົດຈຳໄວ້ ສຳຫລັບ “ຄວາມກ້າຫານ ແລະ
ການບໍ່ຫົວຊາຕໍ່ໄພອັນຕະລາຍແກ່ຕົນ ແລະ ການຊ່ວຍຊີວິດ ໃນເວລາທີ່ມີການເສຍ
ສະລະອັນຍິ່ງໃຫຍ່ ຂອງພວກເຂົາເຈົ້າ.”

Romania Nightclub Fire
please wait

No media source currently available

0:00 0:02:26 0:00

XS
SM
MD
LG