ສະພາຂອງໂຮມາເນຍ ໄດ້ລົງຄະແນນສຽງກ່າວໂທດເພື່ອປົດປະທານາທິບໍດີ Traian Ba-
sescu ຊຶ່ງເປັນພາກສ່ວນນຶ່ງຂອງການຕໍ່ສູ້ຍາດແຍ່ງອໍານາດກັບນາຍົກລັດຖະມົນຕີຂອງ
ປະເທດ.
ສະມາຊິກສະພາ 256 ຄົນ ຂອງຈໍານວນທັງໝົດ 432 ຄົນ ໄດ້ພາກັນລົງຄະແນນສຽງ ໃນ
ວັນສຸກວານນີ້ ເຫັນດີກັບການເຄື່ອນໄຫວດັ່ງກ່າວ ແລະທ່່ານອາດຈະຖືກຂັບໄລ່ອອກຈາກ
ຕຳແໜ່ງຢ່າງເປັນການຖາວອນ ໃນການລົງປະຊາມະຕິທົ່ວປະເທດທີ່ຈະມີຂື້ນພາຍໃນເວລາ
30 ມື້. ທ່ານ Crin Antonescu ຈາກພັກສະຫະພັນສັງຄົມເສລີນິຍົມ ຊຶ່ງເປັນພັກລັດຖະ
ບານ ໄດ້ຖືກແຕ່ງຕັ້ງໃຫ້ເປັນປະທານາທິບໍດີຊົ່ວຄາວ.
ການຂັດແຍ້ງລະຫວ່າງ ທ່ານ Basescu ທີ່ເປັນກາງອຽງຂວາ ແລະຄູ່ແຂ່ງ ຂອງທ່ານນາ
ຍົກລັດຖະມົນຕີ Victor Ponta ທີ່ເປັນກາງອຽງຊ້າຍ ໄດ້ແກ່ດຶງເອົາໂຣມາເນຍເຂົ້າສູ່ວິກິດ
ການຮ້າຍແຮງທີ່ສຸດ ນັບຕັ້ງແຕ່ໄດ້ຫຼຸດພົ້ນອອກຈາກລະບອບຜະເດັດການຄອມມິວນິສ
ເມື່ອສອງທົດສະວັດກ່ອນ.
ສະຫະລັດ ໄດ້ນໍາພາປະເທດຕາເວັນຕົກ ສະແດງຄວາມເປັນຫ່ວງວ່າ ລັດຖະ ບານປະສົມ
ຂອງ ທ່ານ Ponta ທີ່ເຂົ້າກໍາອໍານາດໃນເດືອນພຶດສະພາ ໄດ້ເຮັດໃຫ້ສິດເສລີພາບ ຂອງ
ໂຣມາເນຍ ຫຼຸດຖອຍລົງ.
ໃນຖະແຫລງການສະບັບນຶ່ງທີ່ນຳອອກເຜີຍແຜ່ໃນຕອນແລງຂອງວັນສຸກວານນີ້ ໂຄສົກ
ການຕ່າງປະເທດສະຫະລັດ ທ່ານນາງ Victoria Nuland ກ່າວໄດ້ສະ ແດງຄວາມເປັນ
ຫ່ວງກ່ຽວກັບສະຖານະການຢູ່ໃນໂຣມາເນຍຫວ່າງມໍ່ໆມານີ້ ທີ່ ເປັນໄພຂົ່ມຂູ່ຕໍ່ການກວດ
ສອບແລະຄວາມກໍ້າເກິ່ງແບບປະຊາທິປະໄຕ ຕະຫຼອດ ທັງເຮັດໃຫ້ສະຖາບັນທີ່ເປັນອິດສະ
ຫຼະອື່ນໆ ອ່ອນແອລົງ ເຊັນວ່າສານເປັນຕົ້ນ. ຖະແຫລງການໄດ້ຮຽກຮ້ອງໃຫ້ຂັ້ນຕອນ
ເພື່ອປົດປະທານາທິບໍດີດຳເນີນໄປແບບ ຍຸຕິທຳເປັນທີ່ສຸດແລະມີຄວາມໂປ່ງໃສ.