ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຣ​ເມ​ເນຍ ຈັດ​ການ​ລົງ​ຄະ​ແນນ​ສຽງ ເລືອກເອົາ ​ປະ​ທາ​ນາ​ທິ​ບໍ​ດີ


ຜູ້​ຊາຍ​ຄົນ​ນຶ່ງ​ຖ່າຍ​ຮູບ ໃນ​ຂະ​ນະ​ທີ່​ແມ່​ຍິງ​ຄົນ​ນຶ່ງ​ປ່ອນ​ບັດ​ຄະ​ແນນ​ສຽງຂອງ​ລາວ ໃນ​ນະ​ຄອນຫຼວງ ບູ​ຄາ​ເຣັ​ສ, ໂຣ​ເມ​ເນຍ. 10 ພະ​ຈິກ, 2019.
ຜູ້​ຊາຍ​ຄົນ​ນຶ່ງ​ຖ່າຍ​ຮູບ ໃນ​ຂະ​ນະ​ທີ່​ແມ່​ຍິງ​ຄົນ​ນຶ່ງ​ປ່ອນ​ບັດ​ຄະ​ແນນ​ສຽງຂອງ​ລາວ ໃນ​ນະ​ຄອນຫຼວງ ບູ​ຄາ​ເຣັ​ສ, ໂຣ​ເມ​ເນຍ. 10 ພະ​ຈິກ, 2019.

ປະ​ທາ​ນາ​ທິ​ບໍ​ດີທີ່​ສະ​ໜັບ​ສະ​ໜູນ ສະ​ຫະ​ພາບ ຢູ​ໂຣບ ຂອງ ໂຣ​ເມ​ເນຍ ທ່ານ ຄ​ລາວ​ສ໌ ອີ​ໂອ​ຮານ​ນິ​ສ ໄດ້​ເປັນ​ຜູ້​ນຳ​ໜ້າ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ​ໃນ​ວັນ​ອາ​ທິດ​ວານນີ້, ແຕ່​ເບິ່ງ​ຄື​ວ່າ​ຈະ​ຕ້ອງ​ໄດ້​ແຂ່ງ​ຂັນ​ໃນ​ການ​ລົງ​ຄະ​ແນນ​ສຽງ​ຂັ້ນ​ຊີ້​ຂາດ​ໃນ​ທ້າຍ​ເດືອນນີ້.

ອີງ​ຕາມ​ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ສອງ​ແຫ່ງ, ທ່ານ ອີ​ໂອ​ຮານ​ນິ​ສ ໄດ້​ຮັບ​ຄະ​ແນນ​ສຽງ​ປະ​ມານ 40 ເປີ​ເຊັນ, ຕາມ​ມາ​ດ້ວຍ​ທ່າ​ນ​ນາງ ວິ​ໂອ​ຣິ​ກາ ແດນ​ຊິ​ລາ, ເຊິ່ງ​ແມ່ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່ງ​ເມື່ອບໍ່​ດົນ​ມານີ້, ດ້ວຍ 22 ເປີ​ເຊັນ.

ການ​ແຂ່ງ​ຂັນ​ຂັ້ນ​ຊີ້​ຂາດ​ລະ​ຫວ່າງ​ ຜູ້​ລົງ​ແຂ່ງ​ຂັນ​ຄະ​ແນນ​ສູງ​ສຸດ​ສອງ​ທ່ານ​ນັ້ນ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ພະ​ຈິກນີ້.

ນັກ​ການ​ເມືອງ ເສ​ລີ​ນິ​ຍົມ ທີ່​ມີ​ແນວ​ທາງ​ການ​ເມືອງ​ເປັນ​ກາງ ທ່ານ ອີ​ໂອ​ຮານ​ນິ​ສ໌, ບໍ່​ຄື​ກັບ​ບັນ​ດາ​ຜູ້​ນຳ ຢູ​ໂຣບ ຕາ​ເວັນ​ອອກ​ຄົນ​ອື່ນໆ​ບາງ​ຄົນ, ທີ່ບໍ່​ແມ່ນ​ນັກ​ຊາດ​ນິ​ຍົມ.

ທ່ານ ອີ​ໂອ​ຮານ​ນິ​ສ ໄດ້​ກ່າວ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ​ວ່າ “ຜົນ​ຄະ​ແນນ​ຢ່າງ​ເປັນ​ທາງ​ການ​ຈະ​ອອກ​ມາມື້​ອື່ນ ແຕ່​ຂໍ້​ມູນ​ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ຊາ​ຊົນ​ ໂຣ​ເມ​ເນຍ ຫຼາຍ​ລ້ານ​ຄົນ​ຈາກ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ ໄດ້​ລົງ​ຄະ​ແນນ​ສຽງ​ສຳ​ລັບ​ໂຄ​ງ​ການ​ຂອງ​ພວກ​ເຮົາ, ສຳ​ລັບ​ ໂຣ​ເມ​ເນຍ ທີ່​ປົກ​ກະ​ຕິ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG