ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຣເມເນຍ ອະນຸມັດ ການຕິດຕັ້ງ ລະບົບຕໍ່ຕ້ານ ລູກສອນໄຟ ຂອງສະຫະລັດ


ໂຣເມເນຍ ອະນຸມັດ ການຕິດຕັ້ງ ລະບົບຕໍ່ຕ້ານ ລູກສອນໄຟ ຂອງສະຫະລັດ
ໂຣເມເນຍ ອະນຸມັດ ການຕິດຕັ້ງ ລະບົບຕໍ່ຕ້ານ ລູກສອນໄຟ ຂອງສະຫະລັດ

ແຜນທີ່ໂຣເມເນຍ
ແຜນທີ່ໂຣເມເນຍ

ປະເທດໂຣເມເນຍໄດ້ໃຫ້ການອະນຸມັດຂັ້ນສຸດທ້າຍແກ່ສະຫະລັດເພື່ອສ້າງທີ່ຕັ້ງລະບົບຕໍ່ຕ້ານ
ລູກສອນໄຟແຫ່ງນຶ່ງຢູ່ ໃນປະເທດດັ່ງກ່າວ.

ທີ່ຕັ້ງລະບົບຕໍ່ຕ້ານລູກສອນໄຟໃນໂຣເມເນຍ ແມ່ນພາກສ່ວນນຶ່ງຂອງໂຄງການປ້ອງກັນລູກ
ສອນໄຟຂອງສະຫະລັດທີ່ໄດ້ຮັບການຄັດຄ້ານຈາກຣັດເຊຍ.

ໃນເດືອນກັນຍາຜ່ານມານີ້ ໂຣເມເນຍແລະສະຫະລັດໄດ້ບັນລຸການຕົກລົງກັນເພື່ອອະນຸຍາດ ໃຫ້ມີການກໍ່ສ້າງທີ່ຕັ້ງຂອງລະບົບຕໍ່ຕ້ານລູກສອນໄຟທີ່ຖານທັບອາກາດ Deveselu ໃນບໍລິ ເວນຊາຍແດນຂອງໂຣເມເນຍທີ່ຕິດກັບບູລກາເຣຍ.

ໃນວັນພະຫັດວານນີ້ປະທານາທິບໍດີ Traian Basescu ໄດ້ລົງນາມໃຫ້ຂໍ້ຕົກລົງທີ່ບັນລຸກັນ ລະຫວ່າງໂຣເມເນຍແລະສະຫະລັດໃຫ້ເປັນກົດໝາຍມີຜົນບັງຄັບໃຊ້.

ສະຫະລັດກ່າວວ່າ ລະບົບຕໍ່ຕ້ານລູກສອນໄຟທີ່ວ່ານີ້ ຈະອຳນວຍໃຫ້ຕົນສາມາດ ຕອບໂຕ້
ໄດ້ໄວຂຶ້ນຈາກການຂົ່ມຂູ່ໂດຍລູກສອນໄຟທີ່ຍິງໄດ້ໃນໄລຍະສັ້ນຫາໄລຍະປານກາງ.

XS
SM
MD
LG