ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງທີ່ໂຣມາເນຽ


ແຜ່ນທີ່ສາທາລະນະ Romania
ແຜ່ນທີ່ສາທາລະນະ Romania

ຄົນງານໃນພາກລັດຂອງ ROMANIA
ໄດ້ພາກັນໂຮມຊຸມນຸມປະທ້ວງ ຢູ່ຕາມຖະໜົນຫົນທາງ
ໃນນະຄອນຫລວງບູຄາແຣັດ ຕໍ່ຕ້ານການຕັດເງິນເດືອນ
ຂອງລັດຖະບານ ທີ່ປະຕິບັດຕາມເງື່ອນໄຂ
ຂອງອົງການ ກອງທຶນສາກົນ IMF.

ພວກນາຍຄູນາຍໝໍ ຕຳຫລວດ ແລະພວກຂຸດບໍ່ແຮ່
ປະມານ 20 ພັນຄົນ ເຂົ້າຮ່ວມໃນການໂຮມຊຸມນຸມ
ປະທ້ວງໃນວັນພຸດມື້ນີ້ທີ່ນະຄອນຫລວງບູຄາແຣັດ
ສະຫະພັນກຳມະບານຂອງ ROMANIA ກ່າວວ່າ
ການເດີນຂະບວນປະທ້ວງ ໃນມື້ນີ້ ອາດມີຄົນເຂົ້າຮ່ວມ
ຫລາຍເຖິງ 60 ພັນຄົນ.

ສະຫະພັນກຳມະບານເວົ້າວ່າໃນມື້ວັນຈັນຜ່ານມາພວກຕົນໄດ້ປະຕິເສດ
ຕໍ່ແຜນການຂອງລັດຖະບານ ທີ່ຈະຕັດເງິນເດືອນຂອງພວກຂ້າລັດຖະການ
ລົງ 25 ເປີເຊັນ ແລະເງິນເບ້ຍບຳນານອີກ 15 ເປີເຊັນ.

ອົງການ IMF, ສະຫະພາບຢູໂຣບ ແລະທະນາຄານໂລກໄດ້ໃຫ້ເງິນກູ້ຢືມແກ່
ROMANIA ເກືອບ 25 ພັນລ້ານໂດລາໃນປີກາຍນີ້ເພື່ອຊ່ອຍໃຫ້ເສດຖະກິດຂອງ
ROMANIA ລອຍໂຕໄດ້.

ROMANIA ທີ່ໄດ້ປະສົບບັນຫາຄ້າຍຄືກັນກັບປະເທດໃນຢູໂຣບຕາເວັນອອກອື່ນໆ
ຍ້ອນສະພາບເສດຖະກິດຕົກຕໍ່າຂອງໂລກນັ້ນ ຕ້ອງການເງິນເພື່ອຈະໃຫ້ງົບປະມານ
ປີ 2010 ຂອງຕົນມີຄວາມສົມດູນ.

XS
SM
MD
LG