ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະຊາຊົນ ໂຣເມເນຍ ລົງຄະແນນສຽງ ເລືອກຕັ້ງສະພາແຫ່ງຊາດ


ຜູ້ລົງຄະແນນສຽງຄົນໜຶ່ງປ່ອນບັດຢູ່ໃນເມືອງ Targusoru Nou, ປະເທດ ໂຣເມເນຍ. 11 ທັນວາ, 2016.
ຜູ້ລົງຄະແນນສຽງຄົນໜຶ່ງປ່ອນບັດຢູ່ໃນເມືອງ Targusoru Nou, ປະເທດ ໂຣເມເນຍ. 11 ທັນວາ, 2016.

ປະຊາຊົນ ໂຣເມເນຍ ກຳລັງລົງຄະແນນສຽງໃນການເລືອກຕັ້ງສະພາແຫ່ງຊາດ ໃນວັນ ອາທິດມື້ນີ້, ປີໜຶ່ງຫຼັງຈາກການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຄັ້ງໃຫຍ່ ທີ່ໄດ້ບັງຄັບໃຫ້ລັດ ຖະມົນຕີສັງຄົມນິຍົມຄົນຜ່ານມາຕ້ອງອອກຈາກຕຳແໜ່ງ.

ໂດຍບໍ່ຄຳນຶງເຖິງຂ່າວນອງນັນນັ້ນ, ພັກການເມືອງຝ່າຍຊ້າຍ ປະຊາທິປະໄຕສັງຄົມ ຫຼື PSD ທີ່ໄດ້ຮັບຄວາມເສື່ອມເສຍຈາກການສໍ້ລາດບັງຫຼວງ, ເຊິ່ງສະໜັບສະໜູນນະໂຍ ບາຍງົບປະມານແບບບໍ່ເຄັ່ງຄັດ, ແມ່ນເບິ່ງຄືວ່າຈະຮີບໂຮມເອົາຄະແນນສຽງສ່ວນຫຼາຍ ຈາກບັນດາພັກການເມືອງທີ່ນ້ອຍກວ່າ.

ການຢັ່ງຫາງສຽງໄດ້ຕັ້ງໃຫ້ພັກ PSD ຢູ່ໃນອັນດັບໜຶ່ງດ້ວຍຄະແນນສຽງປະມານ 40 ເປີ ເຊັນ, ຕາມມາດ້ວຍພັກເສລີນິຍົມແຫ່ງຊາດ ຫຼື PNL ທີ່ມີແນວທາງກາງອຽງຂວາ ແລະ ສະຫະພາບ Save Romania ຫຼື USR ດ້ວຍຄະແນນປະສົມກັນ 35-40 ເປີເຊັນ.

ອະດີດນາຍົກລັດຖະທົນຕີທ່ານ Victor Ponta ໄດ້ລາອອກຈາກຕຳແໜ່ງ ຫຼັງຈາກເຫດ ອັກຄີໄພສະຖານທີ່ບັນເທີງ ທີ່ໄດ້ເຮັດໃຫ້ປະຊາຊົນ 64 ຄົນເສຍຊີວິດໃນເດືອນຕຸລາ ປີ ກາຍນີ້.

ປະຈຸບັນນີ້ ລັດຖະບານຮັກສາການ ພາຍໃຕ້ນາຍົກລັດຖະມົນຕີ ນັກວິຊາການ ທ່ານ Dacian Ciolos, ອະດີດສະມາຊິກກຳມາທິການ ຢູໂຣບ ແມ່ນກຳລັງປົກຄອງປະເທດຢູ່.

ປະທານາທິບໍດີ ໂຣເມເນຍ ທ່ານ Klaus Iohannis ໄດ້ປະຕິເສດທີ່ຈະແຕ່ງຕັ້ງຜູ້ໃດກໍ ຕາມທີ່ມີບັນຫາທາງກົດໝາຍ ເປັນນາຍົກລັດຖະມົນຕີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG