ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂະບວນລົດຈັກສວນສະໜາມ ຟ້າສະໜັ່ນ ກຽມພ້ອມ ເດີນທາງເຂົ້າມາ ວໍຊິງຕັນ


ບັນດາຜູ້ເຂົ້າຮ່ວມໃນການສວນສະໜາມລົດຈັກ ຟ້າສະໜັ່ນ ປະຈຳປີ ຂີ່ລົດຜ່ານຂົວອະນຸສອນ Arlington ໃນລະຫວ່າງການ ແຫ່ສວນສະໜາມກ່ອນວັນ ໄວ້ອາໄລໃນນະຄອນຫຼວງ ວໍຊິງຕັນ. ວັນອາທິດ 24 ພຶດສະພາ, 2015. (AP Photo/Jose Luis Magana)
ບັນດາຜູ້ເຂົ້າຮ່ວມໃນການສວນສະໜາມລົດຈັກ ຟ້າສະໜັ່ນ ປະຈຳປີ ຂີ່ລົດຜ່ານຂົວອະນຸສອນ Arlington ໃນລະຫວ່າງການ ແຫ່ສວນສະໜາມກ່ອນວັນ ໄວ້ອາໄລໃນນະຄອນຫຼວງ ວໍຊິງຕັນ. ວັນອາທິດ 24 ພຶດສະພາ, 2015. (AP Photo/Jose Luis Magana)

ຂະບວນແຫ່ສວນສະໜາມລົດຈັກ ຟ້າສະໜັ່ນ ໄດ້ເດີນທາງເຂົ້າມາໃນນະຄອນຫຼວງຂອງ ສະຫະລັດ ໃນວັນອາທິດມື້ນີ້.

ເປັນກິດຈະກຳປະຈຳປີ, ທີ່ໄດ້ຖືກຈັດຂຶ້ນຄັ້ງທຳອິດໃນປີ 1988, ເຊິ່ງໄດ້ຖືກຮ່າງເປັນກົດ ໝາຍໃຫ້ເປັນການສະແດງຄວາມເຄົາລົບຕໍ່ນັກໂທດໃນປາງສົງຄາມ ແລະ ທະຫານ ອາເມລິກັນ ທີ່ຫາຍສາບສູນໃນການປະຕິບັດໜ້າທີ່.

ທ່ານ Ray Manzo ອະດິີດສິບໂທນາວິກະໂຍທິນ ສະຫະລັດ, ແມ່ນໜຶ່ງໃນຈຳນວນຜູ້ ຊາຍທັງຫຼາຍທີ່ຖືກຍົກຍ້ອງສຳລັບການຈັດກິດຈະກຳນີ້. ຈົດໝາຍສະບັບໜຶ່ງຈາກທ່ານ Manzo ໄດ້ຖືກຕີພິມໃນວາລະສານ Outlaw Biker ໃນປີ 1987 ເຊິ່ງຮຽກຮ້ອງໃຫ້ບັນ ດານັກຂັບລົດຈັກໂມໂຕໄຊມາເຕົ້າໂຮມກັນທີ່ນະຄອນຫຼວງ ວໍຊິງຕັນ ໃນວັນອາທິດກ່ອນ ວັນ Memorial ວັນໄວ້ອາໄລ.

ຜູ້ເຂົ້າຮ່ວມໃນການແຫ່ສວນສະໜາມ ຂັບລົດໄປສູ່ອານຸສາວະລີ Lincoln ໃນລະຫວ່າງ ການຂັບຂີ່ ຟ້າສະໜັ່ນ "ເພື່ອຄວາມເສລີພາບ" ໃນນະຄອນຫຼວງ ວໍຊິງຕັນ, 25 ພຶດສະພາ 2014. (Brian Allen/VOA)
ຜູ້ເຂົ້າຮ່ວມໃນການແຫ່ສວນສະໜາມ ຂັບລົດໄປສູ່ອານຸສາວະລີ Lincoln ໃນລະຫວ່າງ ການຂັບຂີ່ ຟ້າສະໜັ່ນ "ເພື່ອຄວາມເສລີພາບ" ໃນນະຄອນຫຼວງ ວໍຊິງຕັນ, 25 ພຶດສະພາ 2014. (Brian Allen/VOA)

ມີນັກຂັບລົດຈັກເກືອບ 3000 ຄົນໄດ້ມາປະກົດຕົວສຳລັບການຂັບຂີ່ຄັ້ງທຳອິດນັ້ນ. ອົງ ການນີ້ເວົ້າວ່າ ປະຈຸບັນນີ້ກິດຈະກຳດັ່ງກ່າວໄດ້ມີນັກຂັບຂີ່ ແລະ ຜູ້ຊົມປະສົມປະສານກັນ ຂະຫຍາຍຕົວເປັນຫຼາຍກວ່າລ້ານຄົນແລ້ວ. ລົດຈັກປະມານເຄິ່ງລ້ານຄັນແມ່ນຄາດວ່າ ຈະ ສົ່ງສຽງດັງສະໜັ່ນຫວັ່ນໄຫວໃນຕອນທ່ຽງຂອງວັນອາທິດມື້ນີ້ ຈາກທຳນຽບ 5 ແຈ ໄປຫາ ອານຸສາວະລີສົງຄາມ ຫວຽດນາມ ສຳລັບການໂຮມຊຸມນຸມກັນໃນກິດຈະກຳທີ່ກຸ່ມດັ່ງກ່າວ ເອີ້ນວ່າ ການຂັບຂີ່ເພື່ອເສລີີພາບ.

ພາລະກິດຂອງກຸ່ມດັ່ງກ່າວໄດ້ເຕີບໂຕໄປຄຽງຂ້າງກັບການຂັບຂີ່. ອົງ ການດັ່ງກ່າວໄດ້ພະ ຍາຍາມຊັກຈູງໃຫ້ຜູ້ມີອຳນາດ ອະນຸມັດກົດໝາຍເຈົ້າໜ້າທີ່ທີ່ຫາຍສາບສູນໃນການປະຕິ ບັດພາລະກິດຂອງປີ 1993, ເຊິ່ງຫ້າມບໍ່ໃຫ້ກະຊວງປ້ອງກັນປະເທດ ສະຫະລັດ ບໍ່ໃຫ້ປະ ກາດຊື່ຂອງພວກທະຫານທີ່ໄດ້ຖືກຂ້າຕາຍໃນການປະຕິບັດໜ້າທີ່ ໂດຍປາສະຈາກຫຼັກ ຖານທີ່ເປັນຮູບປະທຳ.

ນອກນັ້ນພວກເຂົາເຈົ້າຍັງໄດ້ສ້າງຕັ້ງອົງການທີ່ບໍ່ຫວັງຜົນກຳໄລຂຶ້ນມາ ເຊິ່ງສະໜອງເງິນ ສົດເພື່ອຊ່ວຍເຫຼືອຄອບຄົວຂອງທະຫານຜ່ານເສິກ.

ໃນຫຼາຍປີທີ່ຜ່ານມາ, ການສວນສະໜາມຟ້າສະໜັ່ນ ຫຼື Rolling Thunder ໄດ້ກາຍເປັນ ກຸ່ມທີ່ມີລັກສະນະການເມືອງຫຼາຍຂຶ້ນ ເຊິ່ງໄດ້ເປັນອຸປະສັກໃຫ້ແກ່ບັນດາສະມາຊິກສະພາ ໃນນະຄອນຫຼວງ ວໍຊິງຕັນ ແລະ ລັດຖະບານທ່ານ ໂອບາມາ.

ອ່ານຂ່າວເລື່ອງນີ້ຕື່ມເປັນພາສາອັງກິດ

Rolling Thunder
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG