ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຂະ​ບວນລົດ​ຈັກ​ ຟ້າ​ສະ​ໜັ່ນ ໃນວໍຊິງຕັນ ຈະ​ຍຸຕິ​ລົງ ​ຫລັງ​ການ​ຈັດ​ງານ​ ຄັ້ງ​ສຸດ​ທ້າຍ ໃນປີ 2019 ນີ້

ທ້າວ ທິມ ເຈຊມເບີຣສ໌ (Tim Chambers) ທະ​ຫານ​ມາ​ຣິນ​ຂອງ​ສະ​ຫະ​ລັດ ໃຫ້​ການ​ຄຳ​ນັບຕໍ່​ພວກ​ນັກ​ຂັບ​ຂີ່ລົດຈັກ ທີ່​ເຂົ້າຮ່ວມໃນງານໂຮມ​ຊຸມ​ນຸມ​ຂະ​ບວນລົດ​ຈັກ​ຟ້າ​ສະ​ໜັ່ນ ຫລື Rolling Thunders ໃນວັນ​ທີ 27 ພຶດ​ສະ​ພາ, ກ່ອນ​ຈະ​ຮອດວັນ​ລະ​ລຶກ​ເຖິງ​ທະ​ຫານ​ຜ່ານ​ເສິກ ປີ 2018​, ໃນນະ​ຄອນ​ຫລວງວໍ​ຊິງ​ຕັນ

ສຽງ​ຟົດ​ສະ​ໜັ່ນ​ຈົນ​ແສບ​ຫູ​ຂອງ​ຂະ​ບວນລົດ​ຈັກຫລາຍ​ພັນ​ຄັນທີ່​ດັງ​ກ້ອງໄປ​ທົ່ວ​ນະ​ຄອນ
​ຫລວງວໍ​ຊິງ​ຕັນ ເພື່ອ​ເປັນ​ການ​ໃຫ້​ກຽດ​ແກ່​ພວ​ກ​ນັກ​ລົບ​ທີ່​ເສຍ​ຊີ​ວິດ​ໃນ​ປາງ​ສົງ​ຄາມ
ຫລື​ຖືກຈັບ​ໄປ​ເປັນ​ສະ​ເລີຍ​ເສິກນັ້ນ ແມ່ນ​ຈະ​ມິດ​ງຽບ​ລົງ ພາຍ​ຫລັງ​ທີ່​ມີ​ການ​ເຕົ້າ
​ໂຮມ​ຂອງພວກ​ຂັບຂີ່​ລົດ​ດັ່ງ​ກ່າວ​ອີກ​ຄັ້ງ​ນຶ່ງ​ໃນ​ປີ​ໜ້ານີ້.

ງານ​ຂະ​ບວນລົດ​ຈັກ​ຟ້າ​ສະ​ໜັ່ນ ຫລື Rolling Thunder ທີ່​ເລີ້ມ​ຕົ້ນ​ຂຶ້ນ​ໃນ​ປີ 1987 ນັ້ນ
ຈະ​ໄດ້​ທຳ​ຂະ​ບວນການຂັບ​ຂີ່ລົດ​ປະ​ຈຳ​ປີ​ຄັ້ງ​ສຸດ​ທ້າຍ ໃນ​ວັນ​ລະ​ລຶກ​ເຖິງ​ທະ​ຫານ​ຜ່ານ
​ເສິກ ປີ 2019.

ພວກ​ຂີ່​ລົດ​ຈັກ​ທີ່​ເຂົ້າ​ຮ່ວມງານ​ຂະ​ບວນລົດ​ຈັກ​ຟ້າ​ສະ​ໜັ່ນ ຂີ່​ຜ່ານ​ອາ​ນຸ​ສອນ​ສະ​ຖານຂອງ​ທ່ານ ລິງ​ຄອນ ຢູ່​ໃນ​ວັນ​ຄົບ​ຮອບ 30 ປີຂອງ​ການ​ຈັດ​ງານ​ "ຂັບ​ຂີ່ເພື່ອເສ​ລີພາບ" ໃນ​ວັນ​ທີ 28 ພຶດ​ສະ​ພາ, 2017
ພວກ​ຂີ່​ລົດ​ຈັກ​ທີ່​ເຂົ້າ​ຮ່ວມງານ​ຂະ​ບວນລົດ​ຈັກ​ຟ້າ​ສະ​ໜັ່ນ ຂີ່​ຜ່ານ​ອາ​ນຸ​ສອນ​ສະ​ຖານຂອງ​ທ່ານ ລິງ​ຄອນ ຢູ່​ໃນ​ວັນ​ຄົບ​ຮອບ 30 ປີຂອງ​ການ​ຈັດ​ງານ​ "ຂັບ​ຂີ່ເພື່ອເສ​ລີພາບ" ໃນ​ວັນ​ທີ 28 ພຶດ​ສະ​ພາ, 2017

ທ່ານ ອາ​ຕີ ມີລ​ເລີຮ໌ (Artie Miller) ນັກ​ລົບ​ເກົ່າ​ໃນ​ສົງ​ຄາມ​ຫວຽດ​ນາມ ທີ່​ເປັນ​ຜູ້ກໍ່​ຕັ້ງ​ງານ
​ໂຮມ​ຊຸມ​ນຸມ​ຟ້າ​ສະ​ໜັ່ນ​ດັ່ງ​ກ່າວ​ ໄດ້​ຂຽນ​ຢູ່​ໃນ​ຈົດ​ໝາຍ​ສະ​ບັບ​ນຶ່ງ ທີ່​ທ່ານຈະ​ສົ່ງ​ໃຫ້ພວກ
​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ງານ​ດັ່ງ​ກ່າວ​ໃນ​ເດືອນ​ມັງ​ກອນ​ຈະ​ມາ​ເຖິງນີ້​ວ່າ “ມັນ​ເປັນ
​ການ​ຕັດ​ສິນ​ໃຈ​ທີ່​ຍາກ​ຫລາຍ. ພາຍ​ຫລັງ​ທີ່​ໄດ້​ມີ​ການ​ສົນ​ທະ​ນາ​ກັນ ແລະ​ຄິດ​ໄຄ່​ຄວນ​
ເບິ່ງໃນ​ຕະ​ຫລອດ 6 ເດືອນ​ຜ່ານ​ມາ, ພວກ​ເຈົ້າ​ໜ້າ​ທີ່​ຈັດງານ​ໂຮມ​ຊຸມ​ນຸມ​ຟ້າ​ສະ​ໜັ່ນ
ໄດ້​ຕັດ​ສິນ​ໃຈ​ວ່າ ຈະ​ເຊົາ​ໃຫ້​ມີ​ການ​ຈັດ​ງານ​ປະ​ຈຳ​ປີ ຢູ່​ໃນ​ນະ​ຄອນ​ວໍ​ຊິງ​ຕັນ ຢູ່​ໃນ​ວັນທ້າຍ
​ອາ​ທິດ​ຂອງວັນ​ລະ​ລຶກ​ເຖິງ​ທະ​ຫານ​ຜ່ານ​ເສິກ​ທີ່​ພວກ​ເຮົ​າ​ໄດ້ພາ​ກັນ​ເຮັດ​ມາ ໄດ້ 32 ປີ
ແລ້ວນັ້​ນລົງ.

ເຮ​ລິ​ຄອບ​ເຕີ​ຂອງ​ທະ​ຫານ ​ບິນ​ເວີ່ນ​ຢູ່​ເທິງ​ຟ້າເຊິ່ງ​ກັບ​ຂົວ Memorial Bridge, ເພື່ອ​ຮັກ​ສາ​ຄວາມ​ປອດ​ໄພ​ໃຫ້​ແກ່​ພວກ​ນັກ​ຂັບ​ຂີ່​ລົດ​ຈັກໃນ​ງານ​ຄົບ​ຮອບ 30 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ຂະ​ບວນ​ລົດ​ຈັກທີ່ເອີ້ນວ່າ 'ຂັບ​ຂີ່​ເພື່ອ​ເສລີ​ພາບ' ໃນ​ວັນ​ທີ 28 ພຶດ​ສະ​ພາ, 2017

ບໍ​ລິ​ສັດ​ໂຮມ​ຊຸມ​ນຸມ​ຟ້າ​ສະ​ໜັ່ນ ເປັນ​ກຸ່ມບໍ່​ຫວັງ​ຜົນ​ກໍາ​ໄລ ທີ່ຈັດ​ໃຫ້​ມີ​ການ​ຂັບ​ຂີ່​ລັດ​ຈັກ
ທີ່​ໄດ້​ໃຊ້​ຈ່າຍ​ເງິນ ຫລາຍກວ່າ 2 ແສນ​ໂດ​ລາ​ເພື່ອ​ສະ​ແດງ​ໃຫ້​ຄົນ​ເບິ່ງ​ໃນ​ງານ​ທີ່​ຈັດ​ຂຶ້ນ​
ໃນ​ປີ​ກາຍນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG