ລົດຈັກຫຼາຍພັນຄັນ ໄດ້ພາກັນແລ່ນຢ່າງຝົດສະໜັ່ນເຂົ້າສູ່ນະຄອນຫຼວງວໍຊິງຕັນ ໃນ
ວັນອາທິດວານນີ້ ໃນອັນທີ່ບັນດາຜູ້ຈັດຕັ້ງກ່າວວ່າ ຈະເປັນເທື່ອສຸດທ້າຍ ຂອງ Rolling Thunder ຫຼືຂະບວນລົດຈັກຟ້າສະນັ່ນ ຢູ່ໃນນະຄອນຫຼວງແຫ່ງຊາດ.
ປະເພນີປະຈຳປີຂອງວັນ Memorial Day ມີຄວາມໝາຍເພື່ອດຶງດູດຄວາມສົນໃຈຂອງຫຼາຍກວ່າ 83,000 ຄົນຂອງທະຫານສະຫະລັດ ທີ່ຍັງຢູ່ໃນບັນຊີຫາຍ ສາບສູນ
ໄປໃນການປະຕິບັດງານຈາກສົງຄາມໂລກຄັ້ງທີ່ນຶ່ງ ຈົນເຖິງການສູ້ລົບຫວ່າງມໍ່ໆມານີ້
ຢູ່ປະເທດອີຣັກ. ບັນຊີຍັງຮວມເອົາຈຳນວນ 126 ຄົນ ທີ່ເຊື່ອວ່າ ຫາຍສາບສູນຈາກ
ການປະຕິບັດງານ ທີ່ພົວພັນກັບສົງຄາມເຢັນ.
Rolling Thunder ໄດ້ຈັດຂຶ້ນເທື່ອທຳອິດໃນປີ 1988. ພວກນັກຂີ່ລົດຈັກ ມັກພາກັນ
ພົບກັນຢູ່ເດີ່ນຈອດລົດທຳນຽບຫ້າແຈ ແລະຂີ່ເຂົ້າມາໃນນະຄອນຫຼວງວໍຊິງຕັນ ຂ້າມ
ຫຼາຍໆຂົວຂ້າມແມ່ນ້ຳ Potomac.
ແຕ່ວ່າຜູ້ບໍລິຫານ Rolling Thunder ທ່ານອາກຕີ ມັລເລີ ກ່າວວ່າ ນີ້ປີເປັນປິ ສຸດທ້າຍ
ທີ່ທ່ານຈັດການຂີ່ລົດຈັກໃນວໍຊິງຕັນ.
ທ່ານມັລເລີ ກ່າວວ່າ ທ່ານໄດ້ເກີດຄວາມບໍ່ພໍໃຈກັບກົດລະບຽບທຳນຽບຫ້າແຈ ໃນການ
ປະສານງານພິທີ. ທ່ານມັລເລີ ກ່າວວ່າ ບັນດາຜູ້ອຸບປະຖຳ ຜູ້ເຂົ້າຮ່ວມ ແລະ ຜູ້ຄ້າຂາຍ
ບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປຫາບ່ອນຈອດລົດປີກາຍນີ້ ເຖິງແມ່ນວ່າອົງການ Rolling Thunder ໄດ້ຈ່າຍຄ່າ “ທຳນຽມອະນຸຍາດຢ່າງຫຼວງຫຼາຍ” ກໍຕາມ.
ສຳລັບຫຼາຍໆຄົນ ກຸ່ມດັ່ງກ່າວໄດ້ປາກົດໂຕດ້ວຍສຽງນອງນັນຂອງລົດຈັກເຂົາ ເຈົ້າມາ
ເປັນເວລາຫຼາຍທົດສະຫວັດ ທີ່ໄດ້ກາຍມາເປັນສັນຍາລັກກິດຈະການວັນ Momorial
Day ຢູ່ໃນວໍຊິງຕັນ.
ແຕ່ວ່າປະທານາທິບໍດີດໍໂນລ ທຣຳ ກ່າວວ່າ Rolling Thunder ໄດ້ຮັບຄວາມຍິນດີ
ຕ້ອນຮັບໃຫ້ກັບຄືນມາໃນເມືອງອີກ.
“ບັນດາຜູ້ຮັກຊາດ Rolling Thunder ຈະກັບຄືນມາວໍຊິງຕັນ ດີ.ຊີ. ອີກປີໜ້າ ແລະ
ຫວັງວ່າອີກຫຼາຍໆປີຂ້າງໜ້າ. ນີ້ເປັນບ່ອນທີ່ເຂົາເຈົ້າຢາກມາ ແລະສົມຄວາມທີ່ຈະ
ເປັນ.” ປະທານາທິບໍດີທຣຳ ໄດ້ສົ່ງຂໍ້ຄວາມທາງທວິດເຕີຂອບໃຈ ໃນຂະນະທີ່ທ່ານ
ຂອບໃຈ “ບັນດາຜູ້ຊາຍ ແລະແມ່ຍິງທີ່ຍິ່ງໃຫຍ່ ຂອງທຳນຽບຫ້າແຈ ໃນການເຮັດ
ວຽກແກ້ໄຂ.”
ໃນການສຳພາດກັບ ວີໂອເອ ທ່ານມັລເລີ ກ່າວວ່າ Rolling Thunder “ເຕັມໃຈທີ່
ຈະສົນທະນາ” ກັບປະທານາທິບໍດີ. ແຕ່ເຖິງຢ່າງໃດກໍດີ ປະທານາທິບໍດີໄດ້ເຜີຍແຜ່
ຢູ່ທວິດເຕີ ວ່າທ່ານມັລເລີ ກ່າວວ່າ “ຂ້າພະເຈົ້າຄິດວ່າພວກເຮົາຕ້ອງການໃຫ້ມີໄປ
ທົ່ວປະເທດທັງໝົດ” ພ້ອມດ້ວຍບັນດາການຈັດຕັ້ງທ້ອງຖິ່ນ ໃຫ້ຈັດການສະຫຼອງວັນ
Memorial ຂອງເຂົາເຈົ້າເອງ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ