ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ຂະ​ບວນ​ລົດ​ຈັກ ຟ້າ​ສະ​ໜັ່ນ 'Rolling Thunder' ຈະ​ແຫ່​ຂະ​ບວນ​ ເປັນ​ເທື່ອ​ສຸດ​ທ້າຍ


​ຄຸນ​ພໍ່ແອ​ນດ​ຣູ ກ. ບາ​ຣ​ແນ​ຕ ອວຍ​ພອ​ນ​ໃຫ້​ແກ່​ພວກ​ຂີ່​ລົດ​ຈັກ Rolling Thunder ທີ່​ໂບດ​ພະ​ວິ​ຫານແຫ່ງ​ຊາດ ໃນ​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ ວັນ​ທີ 24 ພຶ​ດ​ສະ​ພາ 2019.
​ຄຸນ​ພໍ່ແອ​ນດ​ຣູ ກ. ບາ​ຣ​ແນ​ຕ ອວຍ​ພອ​ນ​ໃຫ້​ແກ່​ພວກ​ຂີ່​ລົດ​ຈັກ Rolling Thunder ທີ່​ໂບດ​ພະ​ວິ​ຫານແຫ່ງ​ຊາດ ໃນ​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ ວັນ​ທີ 24 ພຶ​ດ​ສະ​ພາ 2019.

ວັນ​ອາ​ທິດ​ມື້​ນີ້ ​ເປັນ​ຂີດ​ໝາຍ​ເທື່ອ​ສຸດ​ທ້າຍ​ທີ່​ຂະ​ບວນ ຂີ່ລົດ​ຈັກ ຟ້າ​ສະ​ໜັ່ນ ຫຼື Rolling Thunder ຈະ​ເຂົ້​າ​ຮ່ວມ​ໃນ​ວັນ​ລະ​ນຶກ​ເຖິງ​ທະ​ຫານ​ຜ່ານ​ເສິກ ຫຼື Memorial Day ຢູ່​ສະ​
ໜາມ​ຫຼວງ​ແຫ່ງ​ຊາດ.

ສຳ​ລັບ​ຫຼາຍໆ​ຄົນ, ການ​ມີ​ໜ້າ​ດົນຫຼາຍ​ທົດ​ສະ​ວັດ ຂອງ​ກຸ່ມ​ຄົນ​ທີ່​ຂີ່​ລົດ​ຈັກດັ່ງ​ສະ​ໜັ່ນ
​ຂອງ​ເຂົາ​ເຈົ້າ​ນັ້ນ ໄດ້​ກາຍ​ເປັນກິດຈະ​ກຳ​ວັນ Memorial Day ​ທີ່​ເປັນສັນ​ຍາ​ລັກ​ໃນ​
ນະ​ຄອນ​ຫຼວງ ວໍຊິ​ງ​ຕັນ.

ການ​ຂີ່​ລົດ​ຈັກ Rolling Thunder ເພື່ອ​ເສ​ລີ​ພາບ ໄດ້​ອອກ​ແບບມາເພື່ອ​ໃຫ້​ຮູ້​ຈັກ​ ກ່ຽວ​
ກັບຄົນ​ຜູ້​ທີ່​ໄດ້​ຮັບ​ໃຊ້​ຊາດ, ຜູ້ທີ່​ໄດ້​ອຸ​ທິ​ຊີ​ວິດ​ເຂົາ​ເຈົ້າ ຫຼື​ ຫາຍ​ສາບ​ສູນ​ຢູ່ໃນ​ສົ​ງ​ຄາມ
ລະ​ຫວ່າງ ​ການ​ສູ້​ລົບ​ຂອງ​ທະ​ຫ​ານ ສະ​ຫະ​ລັດ.

ຜູ້​ອຳ​ນວຍ​ການອົງ​ການ Rolling Thunder ທ່ານ ​ອາ​ຣ​ຕີ ມິ​ລ​ເລີິ​ຣ ກ່າວ​ວ່າ ທ່ານ​ບໍ່
​ໄດ້​ປະ​ສົບ​ຄວາ​ສຳ​ເລັດ​ ໃນ​ການ​ປະ​ສານ​ງານຂັບ​ລົດ​ເພື່ອ​ສັນ​ຕິ​ພາບປະ​ຈຳ​ປີ ​ກັບ​
ທຳ​ນຽບ​ຫ້າ​ແຈໃນ​ວັນ Memorial Day.

ທ່ານ​ກ່າວ​ວ່າ ບັນ​ດາ​ຜູ້​ອຸ​ບປະ​ຖຳ ຜູ້​ເຂົ້າ​ຮ່ວມ ແລ​ະ ​ຜູ້ຄ້າ​ຂາຍ ບໍ່​ໄດ້​ຮັບອະ​ນຸ​ຍາດ​ໃຫ້​
ເຂົ້າ​ໄປ​ຫາ​ບ່ອນ​ຈອດ​ລົດປີ​ກາຍ​ນີ້ ເຖິງ​ແມ່ນ​ວ່າອົງ​ການ Rolling Thunder ໄດ້​ຈ່າຍ
​ຄ່າ “ທຳ​ນຽມ​ອະ​ນຸ​ຍາດ​ຢ່າງ​ຫຼວງ​ຫຼາຍ.”

ຝຸງ​ນັກ​ຂ​ີ່​ລົດ​ຈັກ ພາ​ກັນ​ເຕົ້າ​ໂຮມ​ກັນ​ຢູ່​ໂບດ​ແຫ່ງ​ຊາດ ທີ່​ນະ​ຄອນ​ຫຼວງວໍຊິ​ງ​ຕັນ ດີ.ຊີ
ຝຸງ​ນັກ​ຂ​ີ່​ລົດ​ຈັກ ພາ​ກັນ​ເຕົ້າ​ໂຮມ​ກັນ​ຢູ່​ໂບດ​ແຫ່ງ​ຊາດ ທີ່​ນະ​ຄອນ​ຫຼວງວໍຊິ​ງ​ຕັນ ດີ.ຊີ

ໃນ​ປີ 2020 ອົງ​ການ Rolling Thunder ທີ່​ບໍ່​ສ້າງ​ຜົນ​ກຳ​ໄລ ກຳ​ລັງຮຽກ​ຮ້ອງ​ໃຫ້ 90
ຫ້ອ​ງການ​ທ້ອງ​ຖິ່ນ​ຈັດ​ຕັ້ງ ວັນ​ປະ​ທ້ວງ Memorial Day ແຕ່​ລະ​ບ່ອນດ້ວຍ​ຈຸດ​ປະ​ສົງ
ການ​ແຜ່ຂະ​ຫຍາຍ​ ແລະ​ເພີ້ມ​ການ​ເຂົ້າ​ຮ່ວມ​ອອກ​ໄປ​ອີກ. ນີ້​ກໍ​ເພາະ​ວ່າ ທ່ານມີ​ລ​ເລີຣ
ຈຶ່ງບໍ່ເຫັນ​ວ່ານີ້​ຈະ​ເປັນເປັນເທື່ອ​ສຸດ​ທ້າຍ​ຂອງ​ພິ​ທີ ແຕ່​ແທນ​ທີ່​ຈະ​ເປັນ​ການ​ປ່ຽນ​ແປງ.

ໂຕ​ເລກ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້ສ​ະ​ແດງ​ໃຫ້​ເຫັນ​ວ່າ​ທະ​ຫານ​ ສະ​ຫະ​ລັດ
83,000 ​ຄົນແມ່ນ​ຍັງ​ຊອກ​ບໍ່​ເຫັນ ແລະ ຈຳ​ນວນຫຼາຍ, ປະ​ມານ 73,000 ຄົນ​ ແມ່ນ
ມາ​ຈາກ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ. ຫຼາຍກວ່າ 7,700 ຄົນແມ່ນ​ຈາກ​ສົງ​ຄາມ​ເກົາ​ຫຼີ
7,700 ຄົນ ແລະ ຫຼາຍກວ່າ​ປະ​ມານ​ 1,600 ຄົນແມ່ນຈາກ​ສົງ​ຄາມ​ ຫວຽດ​ນາມ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG