ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຮືອ ທີ່ບັນທຸກ ພວກຊາວໂຣຮິງຢາ ມຸສລິມ ແລ່ນເຂົ້າຝັ່ງ ເກາະຊູມາຕຣາ ຂອງ ອິນໂດເນເຊຍ


ແມ່ຍິງຊາວເມືອງ ອາເຊ ໃຊ້ໂທລະສັບມືຖືຂອງລາວ ຖ່າຍຮູບ
ເອົາເຮືອ ທີ່ບັນທຸກພວກຊົນເຜົ່າກຸ່ມນ້ອຍ ຊາວໂຣຮິງຢາ ທີ່ໄດ້
ຖືກນຳມາລົງຝັ່ງໃນເມືອງ ບີເລືອນ ໃນແຂວງອາເຊ ຂອງອິນ
ໂດເນເຊຍ, ວັນທີ 20 ເມສາ 2018.
ແມ່ຍິງຊາວເມືອງ ອາເຊ ໃຊ້ໂທລະສັບມືຖືຂອງລາວ ຖ່າຍຮູບ ເອົາເຮືອ ທີ່ບັນທຸກພວກຊົນເຜົ່າກຸ່ມນ້ອຍ ຊາວໂຣຮິງຢາ ທີ່ໄດ້ ຖືກນຳມາລົງຝັ່ງໃນເມືອງ ບີເລືອນ ໃນແຂວງອາເຊ ຂອງອິນ ໂດເນເຊຍ, ວັນທີ 20 ເມສາ 2018.

ເຮືອລຳນຶ່ງທີ່ບັນທຸກ ພວກຜູ້ຊາຍ 20 ຄົນ ທີ່ເຊື່ອວ່າ ເປັນຊາວໂຣຮິງຢາ ມຸສລິມ ໄດ້
ແລ່ນເຂົ້າຝັ່ງ ເກາະຊູມາຕຣາຂອງອິນໂດເນເຊຍ ຊຶ່ງເປັນຄື້ນຟອງ ຄວາມພະຍາຍາມ
ຄັ້ງຫຼ້າສຸດ ເພື່ອຈະຫຼົບໜີການປະຫັດປະຫານຢູ່ໃນມຽນມາ ທີ່ມີເພີ້ມຂຶ້ນເລື້ອຍໆ.

ທາງການຂອງມຽນມາ ເມື່ອບໍ່ນານມານີ້ ໄດ້ຢຸດເຮືອຫຼາຍລຳ ທີ່ບັນທຸກພວກອົບພະຍົບ
ຊາວໂຣຮິງຢາ ເຕັມເຮືອ ທີ່ພະຍາຍາມຈະແລ່ນໄປ ມາເລເຊຍ. ພວກຊາວໂຣຮິງຢາ
ທີ່ໄດ້ຖືກຄວບຄຸມໂຕໄວ້ນັ້ນ ໄດ້ພາກັນຫຼົບໜີອອກມາຈາກສູນອົບພະຍົບທີ່ແອອັດ
ຢູ່ໃນປະເທດເພື່ອນບ້ານ ບັງກລາແດັສ ບ່ອນທີ່ມີພວກຊາວໂຣຮິງຢາ 700,000 ກວ່າ
ຄົນ ທີ່ໄດ້ມາປຸ້ມລຸມກັນ ຫຼັງຈາກທີ່ໄດ້ຫຼົບໜີການປາບປາມທີ່ໂຫດຮ້າຍທາລຸນ ຂອງ
ພວກທະຫານມຽນມາ ທີ່ໄດ້ເລີ້ມຕົ້ນມາແຕ່ປີກາຍນີ້ ຢູ່ໃນລັດ ຣາໄຄນ໌. ມຽນມາ ຖືວ່າ
ພວກຊາວໂຣຮິງຢາ ເປັນພວກອົບພະຍົບຈາກບັງກລາແດັສ ທີ່ຜິດກົດໝາຍ ແລະໄດ້
ປະຕິເສດທີ່ຈະໃຫ້ສັນຊາດ ແລະ ສິດທິຂັ້ນພື້ນຖານ ແກ່ພວກເຂົາເຈົ້າ.

ອົງການສະຫະປະຊາຊາດ ໄດ້ກ່າວຫາ ກອງທັບຂອງມຽນມາ ວ່າປະຕິບັດການປາບ
ປາມດັ່ງກ່າວ ໂດຍມີເຈຕະນາຂ້າລ້າງເຊື້ອຊາດຊົນເຜົ່າ.

ວິກິດການຄັ້ງຫຼ້າສຸດ ທີ່ກ່ຽວຂ້ອງກັບພວກຊາວໂຣຮິງຢາ ໄດ້ກໍ່ໃຫ້ເກີດມີຄວາມເປັນ
ຫ່ວງ ຂອງການຊ້ຳຮອຍ ໃນປີ 2015 ເມື່ອພວກຊາວໂຣຮິງຢາ ຈຳນວນນຶ່ງ ໄດ້ຖືກ
ປ່ອຍປະຖິ້ມໄວ້ ໃນທະເລ ຫຼັງຈາກທີ່ ໄທ ໄດ້ທຳການປາບປາມ ເຄືອຂ່າຍກຸ່ມຄ້າ
ມະນຸດ ຢູ່ໃນຂົງເຂດ ເມື່ອປີ 2015.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG