ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດ ສະຫະລັດ ກ່າວວ່າ ຊາວໂຣຮິງຢາ ຄວນຈະ ໄດ້ຮັບສັນຊາດ


ໍພວກອົບພະຍົບ​ໄດ້ຮັບການຊ່ວຍກູ້ໄພຢູ່ທີ່ Simpang Tiga ແຂວງ Aceh ປະເທດອິນໂດເນເຊຍ.
ໍພວກອົບພະຍົບ​ໄດ້ຮັບການຊ່ວຍກູ້ໄພຢູ່ທີ່ Simpang Tiga ແຂວງ Aceh ປະເທດອິນໂດເນເຊຍ.

ນັກ​ການ​ທູດ​ຂັ້ນ​ສູງ ສະຫະລັດ ຄົນ​ນຶ່ງ​ກ່າວ​ວ່າ ຊາວ​ມຸສລິ​ມ ​
ໂຣຮິງ​ຢາ ຈາກ ມຽນມາ ທີ່​ກຳລັງ​ຫລົບໜີ​ຈາກ​ຄວາມທຸກ​ຍາກ
​ແລະ ການປະ​ຫັດປະຫານ​ຢູ່​ໃນ​ປະ​ເທດດັ່ງກ່າວສົມຄວນ​ທີ່​ຈະ
ໄດ້​ຮັບເສັ້ນທາງໄປສູ່ການເປັນ “ສັນຊາດ” ອັນ​ເຫັນ​ຫົນທາ​ງ
ນຶ່ງເພື່ອຊ່ວຍ​ແກ້​ໄຂ​ວິ​ກິ​ດການ​ມະນຸດ​ສະທຳ​ຢູ່​ໃນ​ຂົງ​ເຂດ.

ຮອງ​ລັດຖະມົນ​ຕີກະຊວງ​ການຕ່າງປະ​ເທດສະຫະລັດທ່ານ
Anthony Blinken ກ່າວ​ໃນ​ວັນ​ສຸກ​ວານ​ນີ້ຢູ່ທີ່ນະຄອນ​ຢ່າງ
​ກຸ້ງ ບ່ອນ​ທີ່​ທ່ານ​ໄດ້​ພົບປະ​ສົນທະນາ​ ກັບ​ບັນດາ​ເຈົ້າ​ໜ້າ​ທີ່
ມຽນມາ ວ່າ “ຄວາມ​ບໍ່​ແນ່​ນອນ ທີ່​ມາ​ພ້ອມ ກັບການ​ບໍ່​ມີ​ສະ
ຖານະພາບ​ໃດໆ ​ແມ່ນ​ສິ່ງ​ນຶ່ງ ​ທີ່​ອາດ​ບັງຄັບ​ໃຫ້ຜູ້​ຄົນໜີ”

ມຽນມາ​ເປັນ​ປະ​ເທດທີ່ຄົນສ່ວນໃຫຍ່ນັບຖື​ສາສະໜາ​ພຸດ​ ປະຕິ​ເສດ​ບໍ່ຍອມໃຫ້​ສັນຊາດ​
ແລະສິດທິມະນຸດຂັ້ນ​ພື້ນຖານ​ອື່ນໆ ແກ່ຊາວ​ມຸສລິ​ມ​ໂຣຮິງ​ຢາ. ​ພວກອົບພະຍົບ​ ແລະແຮງ
ງານເຄື່ອນຍ້າຍປະມານ 3,000 ຄົນ ສ່ວນ​ໃຫຍ່​ເປັນ​ຊາວ​ໂຣຮິງ​ຢາ ​ແລະບັງ​ກລາ​ແດັສ ​ໄດ້​
ຮັບ​ການ​ກູ້​ໄພຫລື​ລອຍ​ເຂົ້າ​ສູ່​ແຄມຝັ່ງ ​ໃນ​ບັນດາ​ປະ​ເທດ​ເອ​ເຊຍອາ​ຄະ​ເນ ​ໃນໄລຍະ​ສິບ​ມື້​
ທີຜ່ານ​ມາ ຫລັງຈາກ​ໄດ້​ຖືກປະປ່ອຍ ​ໄວ້​ຢູ່ກາງ​ທ​ະ​ເລ​ໂດຍພວກ​ຄ້າ​ມະ​ນຸດ. ອີກ​ຫລາຍ​ພັນ​
ຄົນ​ເຊື່ອວ່າ ຍັງ​ລ່ອງ​ລອຍຢູ່​ກາງທະ​ເລ ​ແລະ​ຂາດ​ອາຫານ.

​ໃນ​ຂະນະ​ດຽວ​ກັນ ມຽນມາກ່າວໃນ​ວັນ​ສຸກ​ວານ​ນີ້​ວ່າ ກອງ​ທັບ​ເຮືອ​ຂອງ​ຕົນ​ໄດ້​ກູ້​ເອົາພວກ
ອົບ​ພະຍົບທາງ​ເຮືອ 208 ​ຄົນ​ຢູ່​ເທິງ​ເຮືອ​ຫາ​ປາ​ສອງ​ລຳ ຢູ່​ນອກ​ຝັ່ງ​ທະ​ເລທາງພາກຕາ
ເວັນຕົກຂອປະເທດ. ​ອີງ​ຕາມ​ຫົວໜ້າທຳນຽບຂອງປະທານາທິ ບໍດີ ທ່ານ Zaw Htay
ແລ້ວ ພວກແຮງງານເຫຼົ່ານີ້ ​ເປັນຜູ້​ຊາຍ​ຊາວ​ບັງ​ກລາ​ແດັສ.

​ເຮືອ​ໄດ້​ຖືກ​ຄົ້ນ​ພົບ​ໃນ​ວັນ​ພະ​ຫັດ​ທີ່ຜ່ານມາ ຢູ່​ນອກ​ຝັ່ງ​ຂອງ​ລັດ Rakhine ບ່ອນ​ທີ່​ຊາວ
​ໂຣຮີ​ງຢາຫລາຍ​ພັນ​ຄົນ​ ໄດ້​ພາກັນ​ຫລົບໜີ​ຈາກ​ການປະ​ຫັດປະຫານ. ບັນ ດາ​ເຈົ້າ​ໜ້າ
​ທີ່ມຽນມາ ກ່າວ​ວ່າ ຊາວ​ບັງ​ກລາ​ແດັສປອມຕົວ​ເຮັດ​ເປັນ​ຄືຊາວໂຣຮິງ ​ຢາ ​ເພື່ອ​ວ່າ​
ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການ​ຊ່ສວ​ເຫລືອ​ຈາກສະຫະ​ປະຊາ​ຊາດ.

ເຈົ້າໜ້າທີ່ກ່າວວ່າ ກອງທັບເຮືອມຽນມາຈະສະໜອງການຊ່ວຍເຫລືອທາງດ້ານ ມະນຸດ
ສະທຳ ທຳການກວດສອບ ແລະກໍຈະສົ່ງຄືນພວກເຂົາເຈົ້າໄປຍັງບ່ອນທີ່ ເດີນທາງມາ.

Southeast Asia Boat People
please wait

No media source currently available

0:00 0:01:30 0:00

XS
SM
MD
LG