ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມປົກປ້ອງ ສິດທິມະນຸດ ຄັດຄ້ານ ແຜນການຍົກຍ້າຍ ອົບ​ພະຍົບ ຊາວ​ໂຣຮິງ​ຢາ ຂອງ ບັງ​ກລາ​ແດັສ


ອົບພະຍົບ ທ້າວ Arofa Begum ແລະລູກຂອງລາວ ຢູ່ທີ່ ສູນ Rohingya ໃນເມືອງ Cox's Bazar, ບັງ​ກລາ​ແດັສ.
ອົບພະຍົບ ທ້າວ Arofa Begum ແລະລູກຂອງລາວ ຢູ່ທີ່ ສູນ Rohingya ໃນເມືອງ Cox's Bazar, ບັງ​ກລາ​ແດັສ.

ນັບ​ຕັ້ງ​ແຕ່​ລັດຖະບານ​ບັງ​ກລາ​ແດັສ ​ໄດ້​ປະກາດວ່າ ຕົນ​ເລີ່​ມ​ຂັ້ນ​ຕອນ​ການ​ຍົກຍ້າຍ​ພວກ
​ອົບ​ພະຍົບຊາວ​ໂຣຮິງ​ຢາ ​ໃຫ້​ໄປ​ຢູ່​ເກາະ ​ໃນ​ອ່າວ​ເບັງ​ການ ຊຶ່ງ​ໄດ້​ສ້າ​ງຄວາມເຄັ່ງ​ຕຶງ​ຄັ້ງ​ ໃໝ່ຕໍ່​ຜູ້​ອົບ​ພະຍົບ ທ້າວ Mohammad Eliyas.

ທ້າວ Eliyas ຜູ້​ຊຶ່ງ​ໄດ້ຫລົບ​ໜີ​ຄວາມ​ຮຸນ​ແຮງ​ໃນ​ມຽນມາ ​ແລະ​ໄດ້​ໜີ​ເອົາ​ຕົວ​ລອດ ​ໄປ​ຍັງ
ບັງ​ກລາ​ແດັສ ກ່າວ​ວ່າ ລາວ​ມີ​ຄວາມ​ຢ້ານ​ກົວ ​ໃນ​ຄວາມ​ຄິດ​ທີ່​ວ່າ ​ໄດ້ຖືກ​ບັງຄັບ​ໃຫ້​ຍົກຍ້າຍໄປ​ຍັງ​ເກາະ Thengar Char ຊຶ່ງ​ເປັນ​ເກາະ​ທີ່​ຫາກໍ​ຄົ້ນ​ພົບ ມາ​ໄດ້​ປະມານ 10 ປີ ຜ່ານ​ມາ​ນີ້​ເອງ ​ແລະ​ມັນ​ກໍ​ໄດ້​ຖືກ​ນ້ຳ​ຖ້ວມ ​ໃນເວລາ​ນ້ຳຂຶ້ນ.

“​ເພື່ອ​ຮັກສາ​ຊີວິດ​ຂອງ​ພວກ​ເຮົາ​ໄວ້​ນັ້ນ ພວກ​ເຮົາ ​ແມ່ນ​ໄດ້​ເດີນທາງ​ຜ່ານບັງ​ກລາ​ແດັສ ​ແລະ​ພວກ​ເຮົາ​ເຊື່ອ​ວ່າ ພວກ​ເຮົາ​ຈະຖືກ​ປົກ​ປ້ອງໃຫ້​ດີ​ຂຶ້ນ ​ໃນ​ປະ​ເທດ​ທີ່​ສ່ວນ​ໃຫຍ່​ເປັນ ​ມຸສລິ​ມ. ​ແຕ່ແລ້ວ ປະຈຸ​ບັນ​ນີ້ ພວກ​ເຮົາ ​ໄດ້​ຖືກ​ບອກ​ວ່າ ພວກ​ເຮົາ​ຕ້ອງ​ໄດ້​ຍົກຍ້າຍໄປ​ຍັງເກາະ​ທີ່​ສອກຫຼີກ,” ຊຶ່ງ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງທ້າວ Eliyas ​ໄວ 50 ປີ ຊຶ່ງ​ເປັນ​ພະນັກງານແຮງງານລາຍ​ວັນ ທີ່​ອາ​ໄສ​ຢູ່​ກັບ​ພັນ​ລະ​ຍາ​ຂອງ​ລາວ ​ແລະ​ລູກ​ສອງ​ຄົນ ໃນ​ເຂດ​ເມືອງ Cox’s Bazar.

ບັນດາກຸ່ມປົກ​ປ້ອງສິດທິ​ມະນຸດ​ທັງຫຼາຍ ​ໄດ້​ສະ​ແດງ​ຄວາມ​ຄິດຄວາມ​ເຫັນ​ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ເຖິງ​ແຜນການ​ຂອງ​ລັດຖະບານ​ທີ່​ເປັນ​ຂ່າວ​ນອງ​ນັນ ​ໃນ​ການຈະ​ສົ່ງ​ພວກ​ອົບ​ພະຍົບທັງຫຼາຍ​ໄປ​ຍັງ​ເກາະ​ທີ່​ວ່າ​ນີ້ ​ໂດຍ​ກ່າວ​ວ່າ ມັນ​ອາດ​ສາມາດ​ທີ່​ຈະມີ​ຜົນ​ກະທົບ​
ເຖິງ​ສິດທິ​ມະນຸດ ​ແລະໄພພິບັດທາງ​ດ້ານ​ມະນຸດສະທຳ​ນຳ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG