ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການເລີ່ມສົ່ງຊາວ ໂຣຮິງຢາ ກັບປະເທດ ມຽນມາ ຖືກເລື່ອນເວລາອອກໄປ


ອົບພະຍົບ ໂຣຮິງຢາ ລໍຖ້າຮັບການຊ່ວຍເຫຼືອດ້ານອາຫານ ຢູ່ໃນສູນອົບພະຍົບ ທານຄາລີ ໃນເມືອງ ຢູເຄຍ ປະເທດ ບັງກລາແດັສ.12 ມັງກອນ, 2018.
ອົບພະຍົບ ໂຣຮິງຢາ ລໍຖ້າຮັບການຊ່ວຍເຫຼືອດ້ານອາຫານ ຢູ່ໃນສູນອົບພະຍົບ ທານຄາລີ ໃນເມືອງ ຢູເຄຍ ປະເທດ ບັງກລາແດັສ.12 ມັງກອນ, 2018.

ການສົ່ງອົບພະຍົບມຸສລິມ ໂຣຮິງຢາ ກັບຄືນ ມຽນມາ ຈາກປະເທດ ບັງກລາແດັສ ເທື່ອ
ລະເລັກລະນ້ອຍ ແມ່ນໄດ້ຖືກເລື່ອນເວລາອອກໄປອີກ.

ມັນມີແຜນທີ່ຈະເລີ່ມຂຶ້ນໃນວັນອັງຄານມື້ອື່ນນີ້. ແຕ່ຍັງບໍ່ມີຄວາມຊັດເຈນໃນທັນທີທັນ
ໃດເທື່ອວ່າ ຍາມໃດຂະບວນການດັ່ງກ່າວຈະເລີ່ມຂຶ້ນ.

ມຽນມາ ແລະ ປະເທດ ບັງກລາແດັສ ທີ່ຢູ່ໃກ້ຄຽງເມື່ອບໍ່ດົນມານີ້ ໄດ້ສຳເລັດຂໍ້ຕົກລົງທີ່
ຈະສົ່ງຄືນຊາວມຸສລິມ ໂຣຮິງຢາ ຫຼາຍຮ້ອຍພັນຄົນທີ່ໄດ້ເດີນທາງອອກຈາກ ມຽນມາ
ເພື່ອຫຼົບໜີການປາບປາມທີ່ໂຫດຮ້າຍຂອງກອງທັບ.

ທ່ານ ອັບດູລ ຄາລາມ "Abdul Kalam," ກຳມາທິການຊ່ວຍເຫຼືອອົບພະຍົບ ແລະ ການ
ບຳບັດຂອງ ບັງກລາແດັສ ໄດ້ກ່່າວຕໍ່ອົງການຂ່າວ AP ວ່າ “ສິ່ງສຳຄັນຫຼັກ ກໍແມ່ນການ
ດຳເນີນການ ຕ້ອງແມ່ນຄວາມສະໝັກໃຈ.”

ບັນດາພະນັກງານຊ່ວຍເຫຼືອ ແລະ ຊາວ ໂຣຮິງຢາ ມີຄວາມເປັນຫ່ວງວ່າພວກອົບພະ
ຍົບ ຈະຖືກບັງຄັບໃຫ້ເດີນທາງກັບຄືນໄປບ່ອນທີ່ເຂົາເຈົ້າໄດ້ຫຼົບໜີອອກມາ ເມື່ອສອງ
ສາມເດືອນກ່ອນໜ້ານີ້.

ທ່ານ ເດວິດ ມາທາຍສັນ "David Mathieson" ນັກຄົ້ນຄວ້າສິດທິມະນຸດ ຜູ້ທີ່ໄດ້ໃຊ້
ເວລາຫຼາຍປີເຮັດວຽກ ກ່ຽວກັບ ບັນຫາຊາວ ໂຣຮິງຢາ ໄດ້ກ່າວວ່າ ລັດຖະບານທັງສອງ
ຝ່າຍ ກຳລັງຢູ່ໃນສະຖານະການ “ເພີ້ຝັນ.” ທ່ານໄດ້ກ່າວວ່າ “ຕອນນີ້ເຈົ້າຫວັງວ່າເຂົາ
ເຈົ້າຈະເດີນທາງກັບຄືນ, ຄືວ່າເຂົາເຈົ້າລຽນແຖວມ່ວນຊື່ນຢູ່ ຫຼັງຈາກສິ່ງທີ່ເຈົ້າໄດ້ເຮັດ
ນຳເຂົາເຈົ້າຫັ້ນບໍ?”

ອົບພະຍົບຫຼາຍຄົນ ໄດ້ລັງເລໃຈຕໍ່ຄວາມຄາດຫວັງທີິ່ຈະເດີນທາງກັບຄືນ ມຽນມາ.

ຊຸມຊົນ ໂຣຮິງຢາ ທັງໝົດໃນ ມຽນມາ ໄດ້ຖືກເຜົາໄໝ້ຈົນກ້ຽງ. ນອກຈາກນັ້ນ ອົບພະຍົບ
ໂຣຮິງຢາ ກໍໄດ້ກ່າວຕໍ່ບັນດາພະນັກງານສິດທິມະນຸດ ກ່ຽວກັບ ຄວາມໂຫດຮ້າຍ ທີ່ກໍ່ຂຶ້ນ
ໂດຍກອງກຳລັງຮັກສາຄວາມປອດໄພ ມຽນມາ, ລວມທັງການຍິງຄົນຢ່າງບໍ່ເລືອກໜ້າ,
ການຂົ່ມຂືນ ແລະ ການທຳລາຍເຮືອນ ແລະ ໝູ່ບ້ານຂອງເຂົາເຈົ້າຢ່າງສິ້ນເຊີງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG