ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກອົບພະຍົບຊາວໂຣຮິງຢາ 120 ຄົນ ພາກັນລົງອອກຈາກເຮືອໄມ້ ທີ່ຊຸດໂຊມ ຢູ່ທ່າເຮືອຂອງອິນໂດເນເຊຍ 


ພວກຊາວອົບພະຍົບໂຣຮິງຢາ ນັ່ງຢູ່ໃນເຮືອໄມ້ ໃນຂະນະທີ່ມັນຖືກລາກເຂົ້າໄປເຖິງທ່າເຮືອ ເມືອງກຣູກ ເກີກູ Krueng Geukueh ໃນເມືອງອາເຊເໜືອ ຂອງອິນໂດເນເຊຍ, ວັນທີ 31 ທັນວາ 2021.
ພວກຊາວອົບພະຍົບໂຣຮິງຢາ ນັ່ງຢູ່ໃນເຮືອໄມ້ ໃນຂະນະທີ່ມັນຖືກລາກເຂົ້າໄປເຖິງທ່າເຮືອ ເມືອງກຣູກ ເກີກູ Krueng Geukueh ໃນເມືອງອາເຊເໜືອ ຂອງອິນໂດເນເຊຍ, ວັນທີ 31 ທັນວາ 2021.

ກຸ່ມຊາວໂຣຮິງຢາມຸສລິມຈຳນວນ 120 ຄົນ ໄດ້ລົງຈາກເຮືອທີ່ໄດ້ລ່ອງລອຍຢູ່ໃນທະເລເປັນເວລາຫຼາຍວັນ ຢູ່ທີ່ແຂວງອາເຊ ທາງພາກເໜືອສຸດຂອງອິນໂດເນເຊຍ ແລະໄດ້ຖືກລາກເຂົ້າມາທ່າເຮືອໂດຍກຳປັ່ນຂອງກອງທັບເຮືອ ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ ໃນວັນສຸກມື້ນີ້.

ອີງຕາມລາຍງານ ເຮືອຂອງພວກຊາວອົບພະຍົບດັ່ງກ່າວ ໄດ້ຮົ່ວໄຫລ ແລະເຮັດໃຫ້ຈັກເຮືອເສຍຫາຍ. ໃນຄວາມພະຍາຍາມທີ່ຈະໃຫ້ການກູ້ໄພພວກຜູ້ໂດຍສານທັງຫຼາຍ ຜູ້ທີ່ສ່ວນຫຼາຍເປັນແມ່ຍິງແລະເດັກນ້ອຍ ໄດ້ເລີ້ມຂຶ້ນ ຫຼັງຈາກທີ່ລັດຖະບານຂອງອິນໂດເນເຊຍ ໃນວັນພຸດຜ່ານມາ ໄດ້ກ່າວວ່າ ຕົນຈະອະນຸຍາດໃຫ້ພວກເຂົາເຈົ້າ ເຂົ້າມາທຽບທ່າໄດ້ຍ້ອນສະພາບຢູ່ໃນເຮືອນັ້ນ ແມ່ນຮ້າຍແຮງຫຼາຍ.

ເຮືອທີ່ມີສະພາບຫັກພັງ ໄດ້ຖືກລາກເຂົ້າມາໂດຍກຳປັ່ນຂອງກອງທັບເຮືອ ເມື່ອຕອນເຊົ້າວັນພະຫັດ ຈາກຈຸດທີ່ຕັ້ງຂອງມັນ ຢູ່ປະມາດ 85 ກິໂລແມັດ ນອກຝັ່ງຂອງເມືອງ ເບຍຣູນ (Bireuen) ໃນແຂວງອາເຊ ມຸ້ງໜ້າໄປຍັງທ່າເຮືອ ກຣຸງ ເກີກູ (Krueng Geukueh) ຢູ່ໃນເມືອງແຄມຝັ່ງໃກ້ຄຽງ ລົກເຊີມາວີ (Lhokseumawe) ທາງພາກເໜືອຂອງເມືອງອາເຊ ຕາມການກ່າວຂອງໂຄສົກຂອງຜູ້ບັນຊາການຝຸງກອງທັບເຮືອເຂດຕາເວັນຕົກ ພັນເອກ ລາ ໂອເດ ເອັມ ໂຮລິບ (La Ode M. Holib).

ຄື້ນທະເລສູງແລະສະພາບອາກາດທີ່ບໍ່ດີ ເຮັດໃຫ້ປະຕິບັດການກູ້ໄພ ຍາກລຳບາກ ແລະກຳປັ່ນກອງທັບເຮືອ ໄດ້ແລ່ນດ້ວຍຄວາມໄວ 5.7 ກິໂລແມັດຕໍ່ຊົ່ວໂມງ ເພື່ອຮັກສາການລາກເຮືອບໍ່ໃຫ້ພິກຂວ້ຳ ທ່ານໂຮລິບ ໄດ້ກ່າວ. ເຮືອລຳດັ່ງກ່າວ ໄດ້ລາກໄປຈອດໄວ້ຢ່າງປອດໄພ ຫຼັງຈາກກາຍທ່ຽງຄືນວັນສຸກໄປໜ້ອຍນຶ່ງ.

ບັນດາເຈົ້າໜ້າທີ່ ໄດ້ໃຊ້ລົດເມຫຼາຍຄັນ ເພື່ອເຄື່ອນຍ້າຍພວກອົບພະຍົບຊາວໂຣຮິງຢາ ຈາກທ່າເຮືອໄປຍັງສາງໄວ້ເຄື່ອງແຫ່ງນຶ່ງທີ່ຢູ່ໃກ້ໆ ໂດຍສະໜອງເປັນທີ່ພັກອາໄສຊົ່ວຄາວ ທ່າມກາງພາຍຸຝົນມໍລະສຸມກຳລັງຕົກລົງມາຢ່າງໜັກ. ທ່ານໂຮລິລ ໄດ້ກ່າວຕື່ມວ່າ ພວກຊາວອົບພະຍົບໝົດທຸກຄົນນີ້ ຈະໄດ້ຖືກກວດຫາໄວຣັສໂຄໂຣນາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG