ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດ ໂຣຮິງຢາ ຮຽກຮ້ອງ ໃຫ້ມີການຢຸດຍິງ ເພື່ອໃຫ້ໄດ້ຮັບການຊ່ວຍເຫຼືອ ດ້ານມະນຸດສະທຳ


ທ້າວ Kifawet Ullah ຖືກຊ່ວຍເຫຼືອໂດຍເພື່ອນຊາວ ໂຣຮິງຢາ ຫຼັງຈາກລາວເປັນລົມ ໃນເວລາທີ່ກຳລັງລໍຖ້າຮັບເອົາຖົງເຂົ້າຢູ່ໃນ
ເມືອງ Kutupalong, ປະເທດ ບັງກລາແດັັສ. 9 ກັນຍາ, 2017.
ທ້າວ Kifawet Ullah ຖືກຊ່ວຍເຫຼືອໂດຍເພື່ອນຊາວ ໂຣຮິງຢາ ຫຼັງຈາກລາວເປັນລົມ ໃນເວລາທີ່ກຳລັງລໍຖ້າຮັບເອົາຖົງເຂົ້າຢູ່ໃນ ເມືອງ Kutupalong, ປະເທດ ບັງກລາແດັັສ. 9 ກັນຍາ, 2017.

ພວກ ໂຣຮິງຢາ ຕໍ່ຕ້ານລັດຖະບານໃນປະເທດ ມຽນມາ ໄດ້ຮຽກຮ້ອງໃຫ້ມີການຢຸດຍິງ
ໜຶ່ງເດືອນ ເລີ່ມຕົ້ນວັນອາທິດມື້ນີ້ ເພື່ອອະນຸຍາດໃຫ້ ການຊ່ວຍເຫຼືອດ້ານມະນຸດສະທຳ
ເຂົ້າຫາຄົນທີ່ໄດ້ຮັບຜົນກະທົບຈາກຄວາມຂັດແຍ້ງກັນນີ້.

ພວກຕໍ່ຕ້ານລັດຖະບານຈາກທະຫານກອບກູ້ຊາວ ໂຣຮິງຢາ ອາຣະຄານ ຫຼື ARSA,
ໄດ້ເປີດການໂຈມຕີ ໃສ່ປ້ອມຕຳຫຼວດ ແລະ ຖານທັບທະຫານຫຼາຍສິບແຫ່ງ ໃນທ້າຍ
ເດືອນທີ່ຜ່ານມາ, ເຊິ່ງນຳໄປສູ່ການເຮັດໃຫ້ປະຊາຊົນຫຼາຍກວ່າ 300,000 ຄົນພັດ
ພາກຈາກທີ່ຢູ່ອາໄສຂອງເຂົາເຈົ້າ.

ໃນຖະແຫຼງການສະບັບນຶ່ງເມື່ອວັນເສົາວານນີ້, ກຸ່ມດັ່ງກ່າວໄດ້ສະໜັບສະໜູນໃຫ້ກຸ່ມ
ຊ່ວຍເຫຼືອ “ດຳເນີນການຊ່ວຍເຫຼືອດ້ານມະນຸດສະທຳຂອງເຂົາເຈົ້າ ໃຫ້ແກ່ຜູ້ຖືກເຄະ
ຮ້າຍທຸກຄົນ ດ້ານວິກິດການມະນຸດສະທຳ, ການບໍ່ຄຳນຶງເຖິງເຊື້ອຊາດຊົນເຜົ່າ ແລະ
ສາສະໜາໃນເວລານີ້ ໃນລະຫວ່າງໄລຍະການຢຸດຍິງ.”

ໃນວັນອາທິດມື້ນີ້ ອົງການນິລະໂທດກຳ ສາກົນ ກ່າວຫາວ່າ ມຽນມາ ໄດ້ຕັ້ງໃຈແນເປົ້າ
ໝາຍໃສ່ຊາວ ໂຣຮິງຢາ ດ້ວຍການວາງລະເບີດຝັງດິນຢູ່ຕາມເສັ້ນທາງ ທີ່ອົບພະຍົບ
ໂຣຮິງຢາໃຊ້ ເພື່ອເດີນທາງເຂົ້າໄປໃນປະເທດ ບັງກລາແດັສ. ອົງການສິດທິມະນຸດ ໄດ້
ລາຍງານ ກ່ຽວກັບ ການແຕກ ຂອງລະເບີດຝັງດິນສອງລູກໃນວັນອາທິດມື້ນີ້, ລວມທັງ
ລູກນຶ່ງທີ່ໄດ້ແຕກໃສ່ຂາຂອງຜູ້ຊາຍຄົນໜຶ່ງ ໃນເວລາທີ່ລາວກຳລັງໄລ່ຕ້ອນຝູງງົວຂອງ
ລາວຢູ່ໃກ້ເຂດຊາຍແດນ. ລະເບີດຝັງດິນລູກອື່ນໆແມ່ນໄດ້ຖືກຢືນຢັນໂດຍອົງການນິ
ລະໂທດກຳໃນວັນສຸກທີ່ຜ່ານມາ.

ການປະກາດຢຸດຍິງໄດ້ເກີດຂຶ້ນມື້ນຶ່ງ ຫລັງຈາກທູດ ສະຫະລັດ ປະຈຳອົງການສະຫະ
ປະຊາຊາດ ທ່ານນາງ Nikki Haley ໄດ້ເຕືອນ ມຽນມາ ວ່າ ໃນຂະນະທີ່ ວໍຊິງຕັນ ສະ
ໜັບສະໜູນການຕໍ່ສູ້ກັບຄວາມຮຸນແຮງໃນລັດ ຣາຄາຍ ທີ່ຕັ້ງຢູ່ພາກຕາເວັນອອກສຽງ
ເໜືອຂອງປະເທດນັ້ນ, ການຊ່ວຍເຫຼືອດ້ານມະນຸດສະທຳແມ່ນຕ້ອງສາມາດເຂົ້າເຖິງ
ຄົນຜູ້ທີ່ມີຄວາມຕ້ອງການ.

ທ່ານນາງ Haley ໄດ້ເປີດເຜີຍຖະແຫຼງການສະບັບນຶ່ງໃນວັນສຸກທີຜ່່ານມາ ເວົ້າວ່າ
“ພວກເຮົາມີຄວາມຍິນດີຕໍ່ລັດຖະບານ ມຽນມາ ໃນການຊ່ວຍເຫຼືອດ້ານມະນຸດສະທຳ
ຕໍ່ຜູ້ທີ່ໄດ້ພັດພາກຈາກທີ່ຢູ່ອາໄສທຸກຄົນໂດຍຄວາມຮຸນແຮງ. ແນວໃດກໍຕາມ, ພວກ
ເຮົາຈະສືບຕໍ່ຮຽກຮ້ອງໃຫ້ເຂົາເຈົ້າຮັບປະກັນວ່າ ການຊ່ວຍເຫຼືອນີ້ ໃຫ້ໄດ້ໄປຮອດຄົນ
ຜູ້ທີ່ຂາດ ແຄນສິ່ງຂອງຈຳເປັນຢ່າງແທ້ຈິງ, ໄວເທົ່າທີ່ຈະໄວໄດ້, ແລະ ວ່າມັນໄດ້ຖືກສົ່ງ
ໄປໃຫ້ໃນທາງທີ່ຈະປົກປ້ອງສິດທິ ແລະ ກຽດສັກສີຂອງເຂົາເຈົ້າ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG