ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄູບາ​ສີ​ລັງກາ ໄລ່​ອົບ​ພະຍົບ ​ໂຣຮິງ​ຢາ ອອກຈາກ ເຮືອນຫຼົບໄພ ຂອງ ສປຊ​


ຊາຍ​ມຸສລິ​ມໂຣຮິງ​ຢາຄົນນຶ່ງທີ່ຂ້າມມາແຕ່ມຽນມາໄປຢູ່ບັງກລາແດັສ ເອົາຄ້ອນໄລ່ຕີຊາວອົບພະຍົບຄົນອື່ນໆ ເມື່ອມີການຜິດຖຽງກັນ ໃນຂະນະທີ່ມີການແຈກຢາຍເຄື່ອງຊ່ວຍເຫລືອຢູ່ໃກ້ ສູນອົບພະຍົບ Balukhali ຢູ່ບັງກລາແດັສ ໃນວັນທີ 25 ກັນຍາ 2017.
ຊາຍ​ມຸສລິ​ມໂຣຮິງ​ຢາຄົນນຶ່ງທີ່ຂ້າມມາແຕ່ມຽນມາໄປຢູ່ບັງກລາແດັສ ເອົາຄ້ອນໄລ່ຕີຊາວອົບພະຍົບຄົນອື່ນໆ ເມື່ອມີການຜິດຖຽງກັນ ໃນຂະນະທີ່ມີການແຈກຢາຍເຄື່ອງຊ່ວຍເຫລືອຢູ່ໃກ້ ສູນອົບພະຍົບ Balukhali ຢູ່ບັງກລາແດັສ ໃນວັນທີ 25 ກັນຍາ 2017.

ພວກ​ເຈົ້າໜ້າທີ່ເວົ້າ​ໃນ​ວັນ​ອັງຄານ​ວານ​ນີ້ວ່າ ຄູບາສາສະໜາພຸດຊາວ​ສີ​ລັງກາ​ຫຼາຍ
​ອົງ​ໄດ້​ພາກັນ​ບຸກ​ເຂົ້າ​ໄປ​ໃນ​ເຮືອນ​ຫລົບ​ໄພ​ ຂອງ​ຊາວ​ອົບ​ພະຍົບ​ໂຣຮິງ​ຢາ​ແຫ່ງ​ນຶ່ງ
​ແລະ​ໄດ້​ເຮັດ​ໃຫ້​ເຈົ້າໜ້າທີ່​ສະຫະ​ປະຊາ​ຊາດ​ ຈໍາ​ເປັນ​ຕ້ອງ​ໄດ້​ຍົກຍ້າຍອົບ​ພະຍົບ
ດັ່ງກ່າວອອກ​ໄປ​ຢູ່​ບ່ອນ​ອື່ນ​.

ຊາວ​ອົບ​ພະຍົບ 31 ຄົນ​ໄດ້​ຖືກ​ສົ່ງ​ໄປ​ພັກ​ຢູ່ເຮືອນ​ໃນ​ສູນ​ຄຸມ​ຂັງ​ແຫ່ງ​ນຶ່ງ ຢູ່​ນອກ​ນະ
ຄອນຫຼວງ Colombo ​ຂອງ​ສີ​ລັງກາ ຊຶ່ງ​ເປັນ​ບ່ອນຢູ່​ຂອງ​ເຂົາ​ເຈົ້າພາຍຫລັງ​ທີ່​ມີ​ຄົນ​
ໄປ​ພົບເຫັນ​ເຂົາ​ເຈົ້າຢູ່​ໃນ​ເຮືອ ​ທີ່ລ່ອງ​ລອຍ​ແບບ​ເຄວ້ງຄວ້າງ​ຢູ່​ນອກ​ຝັ່ງ​ທະ​ເລ​ຂອງ​
ນະຄອນ​ນັ້ນ ໃນ​ຕອນ​ຕົ້ນໆຂອງ​ປີນີ້ ຫລັງ​ຈາກໄດ້​ຫລົບໜີ ການກໍ່ຄວາມ​ຮຸນ​ແຮງ​ໃນ
ມຽນມາທີ່​ເປັນບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ​ເຈົ້ານັ້ນ.

ຄູບາ​ອົງ​ນຶ່ງ ​ໃນ​ຈໍານວນ​ຫລາຍໆອົງ ທີ່​ໄດ້​ບຸກ​ເຂົ້າ​ໄປ​ໃນ​ເຮືອນ​ຫລົບ​ໄພ ທີ່​ບໍລິຫານ
​ໂດຍ​ອົງການ​ສະຫະ​ປະຊາ​ຊາດ ​ທີ່​ຖືກ​ວີ​ດິ​ໂອ​ໄວ້ ​ໄດ້​ເວົ້າວ່າ "ພວກ​ນີ້​ແມ່ນ​ຊາວໂຣຮິງ​
ຢາ​ທີ່​ເປັນ​ພວກກໍ່ການ​ຮ້າຍ ທີ່​ໄດ້​ເຂັ່ນຂ້າ​ຄູບາ​ຊາວ​ພຸດ​ຢູ່​ມຽນມາ."

ລັດຣາ​ໄຄ​ນ໌ຂອງ​ມຽນມາ ຊຶ່ງ​ເປັນ​ບ້ານ​ເກີດ​ເມືອງ​ນອນ​ຂອງຊາວໂຣຮິງ​ຢາ ​ໄດ້​ກາຍ
​ເປັນ​ສູນ​ກາງຂອງ​ຄວາມ​ເຄັ່ງ​ຕຶງ​ທາງ​ສາສະໜາ ມາ​ແຕ່​ດົນ​ນານ​ຢູ່​ໃນ​ມຽນມາ ທີ່​ເປັນ
ປະ​ເທດທີ່​ຄົນ​ສ່ວນ​ໃຫຍ່​ຖື​ສາສະໜາພຸດ​ນັ້ນ.

​ໃນ​ຕອນ​ເຊົ້າຂອງ​ວັນ​ອັງຄານ​ວານ​ນີ້ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights
Watch ​ໄດ້​ກ່າວ​ຫາກ​ອງທັບ​ມຽນມາ​ວ່າ ​ໄດ້​ "ກໍ່ອາດຊະຍາ​ກໍາ​ຕ້ານ​ມະນຸດຊາດ"
​ໃນ​ຂະນະ​ທີ່​ຊາວ​ມຸສລິ​ມໂຣຮິງ​ຢາ ຫລາຍ​ແສນ​ຄົນ​ພາກັນ​ຫລົບໜີຈາກ​ການກໍ່ຄວາມ
​ຮຸນ​ແຮງ​ຢູ່​ໃນລັດຣາ​ໄຄ​ນ໌.

ທ່ານ James Ross, ອໍາ​ນວຍ​ການ​ດ້ານ​ກົດໝາຍ ​ແລະ​ນະ​ໂຍບາຍ ຂອງ​ອົງການ Human Rights Watch ​ເວົ້າວ່າ "ກອງທັບ​ພະມ້າ ​ໄດ້​ຂັບ​ໄລ່ຊາວໂຣຮິງ​ຢາອອກ​ຈາກລັດຣາ​ໄຄ​ນ໌ ທີ່ຢູ່​ທາງ​ພາກ​ເໜືອຂອງ​ປະ​ເທດ​ນັ້ນ ຢ່າງ​ໂຫດຮ້າຍ." "ການ​ສັງຫານໝູ່ຕໍ່ຊາວ ບ້ານ ​ແລະ​ການ​ລອບ​ວາງ​ເພີງ​ຂະໜາດໃຫຍ່ ​ໄດ້ຂັບ​ໄລ່​ຄົນໃຫ້ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້ານັ້ນ ​ລ້ວນ​ແລ້ວ​ແຕ່​ເປັນ​ການກໍ່ອາດ​ຊະ​ຍາ​ກໍາ​ຕ້ານ​ມະນຸດ​ຊາດ​ທັງ​ນັ້ນ."

ສະຫະ​ປະຊາ​ຊາດ​ເວົ້າວ່າ ຊາວ​ມຸສລິ​ມໂຣຮິງ​ຢາ 400,000 ຄົນ ​ໄດ້​ຫລົບ​ໜີ​ໄປ​ຍັງ​ບັງ​ກລາ​ແດັສ​ເພື່ອ​ຫລົບ​ຫລີກ​ການ​ປະ​ຫັດ​ປະຫານ​ຂອງ​ລັດຖະບານມຽນມາ. ອີງ​ຕາມ​ອົງການ​ດັ່ງກ່າວ ພຽງ​ແຕ່​ສອງ​ສາມມື້ຜ່ານ​ມານີ້ ມີ​ເຖິງ 45,000 ຄົນ​ໄດ້ຫລົບ​ໜີ​ໄປ​ຍັງ​ບັງ​ກລາ​ແດັສ.

ຄວາມ​ຮຸນ​ແຮງ​ຮອບ​ຫລ້າ​ສຸດ​ຢູ່​ທີ່​ລັດຣາ​ໄຄ​ນ໌ຂອງ​ມຽນມາ ​ໄດ້​ລະ​ເບີດ​ຂຶ້ນ​ເມື່ອ​ວັນ​ທີ 25
ສິງຫາ​ຜ່ານ​ມາ​ເວລາ​ພວກ​ກະບົດ​ຊາວ​ໂຣຮິງ​ຢາ​ໄດ້​ທຳ​ການ​ໂຈ​ມຕີ​ປົດ​ຕຳຫຼວດຫລາຍ
​ແຫ່ງ. ທາງ​ການ​ມຽນມາ​ໄດ້​ຕອບ​ໂຕ້ດ້ວຍ​ການ​ກວດ​ລ້າງ​ພວກະບົດ​ຈຸນີ້ດ້ວຍ​ກຳລັງ ທະຫານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້

Rohingya from Myanmar
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG