ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມຽນມາ ປະກາດເຖິງ ການສົ່ງຄອບຄົວ ຊາວໂຣຮິງຢາ ຊຸດທຳອິດ ກັບຄືນປະເທດ


ພວກມຸສລິມ ໂຣຮິງຢາ ຈາກມຽນມາ ຄອຍຖ້າທີ່ຈະແບກ
ເຄື່ອງຂອງທີ່ເປັນອາຫານການກິນ ຈາກຊາຍແດນຂອງ
ບັງກລາແດັສ ໄປຍັງດິນແດນທີ່ບໍ່ມີຄົນທຽວ ບ່ອນທີ່ພວກ
ເຂົາເຈົ້າ ໄດ້ຕັ້ງສູນອົບພະຍົບຂຶ້ນຢູ່ທີ່ເມືອງ ທອມບຣູ ຂອງບັງກລາແດັສ, ວັນທີ 15 ກັນຍາ 2017.
ພວກມຸສລິມ ໂຣຮິງຢາ ຈາກມຽນມາ ຄອຍຖ້າທີ່ຈະແບກ ເຄື່ອງຂອງທີ່ເປັນອາຫານການກິນ ຈາກຊາຍແດນຂອງ ບັງກລາແດັສ ໄປຍັງດິນແດນທີ່ບໍ່ມີຄົນທຽວ ບ່ອນທີ່ພວກ ເຂົາເຈົ້າ ໄດ້ຕັ້ງສູນອົບພະຍົບຂຶ້ນຢູ່ທີ່ເມືອງ ທອມບຣູ ຂອງບັງກລາແດັສ, ວັນທີ 15 ກັນຍາ 2017.

ມຽນມາໄດ້ກ່າວ ໃນວັນເສົາວານນີ້ ວ່າ ຕົນໄດ້ຮັບເອົາຄອບຄົວອົບພະຍົບໂຣຮິງຢາ ຄອບຄົວທຳອິດກັບຄືນປະເທດແລ້ວ.

ກຸ່ມສິດທິມະນຸດຕ່າງໆກ່າວວ່າ ການເຄື່ອນໄຫວທີ່ວ່ານັ້ນ ໄດ້ສ້າງຄວາມແຕກຕື່ນໄປ
ທົ່ວປະເທດ ເພາະຈະສ້າງຄວາມເປັນຫ່ວງ ດ້ານຄວາມປອດໄພ ໃຫ້ແກ່ຊາວໂຣຮິງຢາ
ທີ່ກັບຄືນໄປ ຍ້ອນວ່າບໍ່ໄດ້ມີການຕຽມຕົວຮັບມື ໄວ້ລ່ວງໜ້າ.

ພວກຊາວອົບພະຍົບ ໂຣຮິງຢາ ບາງສ່ວນ ຢູ່ໃນເມືອງ ຄອກສ໌ ບາຊາຣ ຂອງບັງກລາແດັສ, ພາກັນປະທ້ວງ ຕໍ່ຕ້ານການສົ່ງຊຸມຊົນກັບຄືນປະເທດມຽນມາ, ດ້ວຍການຖືແຜ່ນຜ້າ ທີ່ໄດ້ຂຽນຄຳຮຽກຮ້ອງຂອງພວກເຂົາເຈົ້າລົງ.
ພວກຊາວອົບພະຍົບ ໂຣຮິງຢາ ບາງສ່ວນ ຢູ່ໃນເມືອງ ຄອກສ໌ ບາຊາຣ ຂອງບັງກລາແດັສ, ພາກັນປະທ້ວງ ຕໍ່ຕ້ານການສົ່ງຊຸມຊົນກັບຄືນປະເທດມຽນມາ, ດ້ວຍການຖືແຜ່ນຜ້າ ທີ່ໄດ້ຂຽນຄຳຮຽກຮ້ອງຂອງພວກເຂົາເຈົ້າລົງ.

ກຸ່ມອົບພະຍົບຂອງອົງການ ສະຫະປະຊາຊາດ ໄດ້ກ່າວໃນວັນສຸກແລ້ວນີ້ວ່າ ສະພາບ
ການໃນມ່ຽນມ່າ “ຍັງບໍ່ທັນຕຽມພ້ອມ ສຳລັບການກັບຄືນໄປດ້ວຍຄວາມປອດໄພ
ຢ່າງມີກຽດ ແລະຄົງທົນຖາວອນເທື່ອ. ຄວາມຮັບຜິດຊອບທີ່ຈະເຮັດຂຶ້ນມາ ໃນ
ສະພາບການດັ່ງກ່າວນັ້ນ ຍັງຄົງຕົກເປັນຂອງເຈົ້າໜ້າທີ່ມ່ຽນມ່າຢູ່ ແລະທັງນີ້ແມ່ນ
ຈະຕ້ອງໄດ້ດຳເນີນໄປ ໃຫ້ຫຼາຍກວ່າການກະກຽມຫ້າງຫາ ໂຄງລ່າງພາກຕົວຈິງ
ໄປສູ່ຄວາມສະດວກ ທາງດ້ານບ່ອນຢູ່ອາໄສແລະອື່ນໆນຳ.”

ມຽນມາໄດ້ກ່າວຢູ່ໃນຄຳຖະແຫຼງສະບັບນຶ່ງວ່າ ຄອບຄົວທີ່ມີຫ້າຄົນທີ່ວ່ານັ້ນ ໄດ້ສຳເລັດ
ການດຳເນີນງານ ການກັບຄືນແລ້ວ ແລະພວກເຂົາເຈົ້າ ໄດ້ໄປພັກຊົ່ວຄາວ ຢູ່ກັບພີ່ນ້ອງ
ຂອງເຂົາເຈົ້າທີ່ ເມືອງມັອງດໍ ຊຶ່ງຢູ່ໃກ້ໆກັບຊາຍແດນລະຫວ່າງມ່ຽນມ່າກັບບັງກລາແດັສ.

ຖະແຫຼງການດັ່ງກ່າວເວົ້າວ່າ ຄອບຄົວນັ້ນ ໄດ້ຮັບບັດປະຈຳໂຕແຫ່ງຊາດ. ຢ່າງໃດກໍດີ
ບັດປະຈຳໂຕທີ່ວ່ານັ້ນ ກໍບໍ່ໄດ້ລະບຸວ່າ ພວກເຂົາເຈົ້າເປັນສັນຊາດມ່ຽນມ່າ.

ພວກຜູ້ນຳໂຣຮິງຢາໄດ້ປະຕິເສດບັດປະຈຳໂຕດັ່ງກ່າວ ໂດຍເວົ້າວ່າ ພວກເຂົາເຈົ້າຢາກ
ໄດ້ສິດທິຢ່າງເຕັມສ່ວນ ແລະຢາກໄດ້ສັນຊາດ ໃຫ້ແກ່ຊາວໂຣຮິງຢາ ຜູ້ທີ່ໄດ້ປະເຊີນໜ້າ
ກັບການປະຫັດປະຫານມາໃນມ່ຽນມ່າ ເປັນເວລາຫຼາຍທົດສະວັດແລ້ວນັ້ນ.

Myanmar Rohingya
please wait
Embed

No media source currently available

0:00 0:01:27 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG