ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວ ໂຣຮິງຢາ ຈົມນໍ້າຕາຍ ໃນລະຫວ່າງ ການເດີນທາງ ໄປປະເທດ ບັງກລາແດັສ


ແມ່ຍິງ ໂຣຮິງຢາ ຄົນນຶ່ງອູ້ມລູກຂອງລາວ ຫຼັງຈາກໄດ້ເດີນທາງ
ຂ້າມແມ່ນໍ້າສາຍນຶ່ງດ້ວຍເຮືອນ້ອຍ ໃກ້ກັບເຂດ ດາຄິນປາຣາ ຂອງເມືອງ Cox's Bazar, ບັງກລາແດັສ. 21 ກັນຍາ, 2017.
ແມ່ຍິງ ໂຣຮິງຢາ ຄົນນຶ່ງອູ້ມລູກຂອງລາວ ຫຼັງຈາກໄດ້ເດີນທາງ ຂ້າມແມ່ນໍ້າສາຍນຶ່ງດ້ວຍເຮືອນ້ອຍ ໃກ້ກັບເຂດ ດາຄິນປາຣາ ຂອງເມືອງ Cox's Bazar, ບັງກລາແດັສ. 21 ກັນຍາ, 2017.

ຊາວໂຣຮິງຢາ ຢ່າງໜ້ອຍ 12 ຄົນ ທີ່ໄດ້ຫຼົບໜີຄວາມຮຸນແຮງໃນປະເທດ ມຽນມາ ແລະ
ພະຍາຍາມລີ້ໄພໃນປະເທດ ບັງກລາແດັສ ນັ້ນ, ໄດ້ຈົມນໍ້າຕາຍໃນຕອນແລງຂອງວັນ
ອາທິດວານນີ້ ໃນເວລາທີ່ເຮືອຂອງເຂົາເຈົ້າຫຼົ້ມ.

ເຈົ້າໜ້າທີ່ເຂດຊາຍແດນ ບັງກລາແດັສ ຄົນນຶ່ງໄດ້ກ່າວຕໍ່ອົງການຂ່າວ ຝຣັ່ງ ວ່າ ສົບ
ຂອງ 12 ຄົນລວມມີ "ເດັກນ້ອຍ 10 ຄົນ, ແມ່ຍິງຊະລາ ແລະ ຜູ້ຊາຍຄົນນຶ່ງ.” ລາວໄດ້
ຄາດເດົາວ່າ ນັບຕັ້ງແຕ່ເຮືອໄດ້ຫຼົ້ມໃກ້ກັບປະເທດ ມຽນມາ ນັ້ນ, ຜູ້ໂດຍສານບາງຄົນ
ອາດລອຍນໍ້າຂຶ້ນຝັ່ງໄດ້.

ບັນດາເຈົ້າໜ້າທີ່ບໍ່ຮູ້ວ່າມີຈັກຄົນຢູ່ເທິງເຮືອ ໃນເວລາທີ່ມັນຫຼົ້ມນັ້ນ, ແຕ່ເຮືິອດັ່ງກ່າວ
ແມ່ນມັກຈະມີຄົນໂດຍສານໜາແໜ້ນເກີນໄປ.

ເຮືອໄດ້ຈົມໃກ້ກັບແມ່ນໍ້າ Naf ທີ່ແບ່ງປະເທດ ມຽນມາ ອອກຈາກ ບັງກລາແດັສ.

ຊາວມຸສລິມ ໂຣຮິງຢາ ຫຼາຍກວ່າເຄິ່ງລ້ານຄົນໄດ້ຫຼົບໜີອອກຈາກລັດ ຣາໄຄນ໌ ຂອງ
ມຽນມາ ໄປປະເທດ ບັງກລາແດັສ ນັບຕັ້ງແຕ່ທ້າຍເດືອນສິງຫາຜ່ານມາ.

ບັນດານັກວິເຄາະ ແລະ ເຈົ້າໜ້າທີ່ສິດທິມະນຸດກ່າວວ່າ ນັບຕັ້ງແຕ່ພວກຫົວຮຸນແຮງ
ໂຣຮິງຢາ ໄດ້ໂຈມຕີກອງກຳລັງຮັກສາຄວາມປອດໄພຂອງ ມຽນມາ ໃນເດືອນສິງຫາ
ເປັນຕົ້ນມາ, ກອງທັບໄດ້ດຳເນີນການປາບປາມຢ່າງໂຫດຮ້າຍດ້ວຍການຈູດໝູ່ບ້ານ
ແລະ ຂ້າແມ່ຍິງ ແລະ ເດັກນ້ອຍໃນເວລາທີ່ເຂົາເຈົ້າຫຼົບໜີ.

ອົງການສະຫະປະຊາຊາດກ່າວວ່າ ການປາບປາມຂອງກອງທັບ ອາດນຳໄປສູ່ “ການ
ກວາດລ້າງຊົນເຜົ່າ.”

ຜູ້ນຳພົນລະເຮືອນຂອງ ມຽນມາ ທ່ານນາງ ອອງ ຊານ ຊູ ຈີ ໄດ້ກ່າວປະນາມການ
ລ່ວງລະເມີດສິດທິມະນຸດ ທີ່ໄດ້ເກີດຂຶ້ນໃນລັດຣາໄຄນ໌ ທີ່ຕັ້ງຢູ່ໃນພາກຕາເວັນຕົກ
ຂອງປະເທດຂອງເພິ່ນ, ແຕ່ທ່ານນາງໄດ້ຖືກກ່າວຕ້ອງຕິຢ່າງແຮງຈາກສາກົນ ຍ້ອນ
ບໍ່ອອກມາເວົ້າແຮງກວ່ານັ້ນ ກ່ຽວກັບ ສະຖານະການດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG