ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ຄົບຄ້າສະມາຄົມ ກັບ ປ. ທຣຳ ແລະ ທ. ຣໍເຈີ ສໂຕນ ພວມເຈລະຈາ ຕໍ່ລອງກັບ ໄອຍະການ ພິເສດ ມັລເລີ


ທ່ານ ເຈີໂຣມີ ຄໍຊີ, ກາງ, ຜູ້ທີ່ໄດ້ຂຽນເລື້ອງ "ປະເທດແຫ່ງ ໂອບາມາ: ການເມືອງຝ່າຍຊ້າຍ ແລະກຸ່ມເຊື່ອຖືຄົນດັງ ຫຼື The Obama Nation: Leftist Politics and the Cult of Personality, ຫຼັງຈາກທີ່ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ຍຶດໜັງສືເດີນທາງຂອງທ່ານ.
ທ່ານ ເຈີໂຣມີ ຄໍຊີ, ກາງ, ຜູ້ທີ່ໄດ້ຂຽນເລື້ອງ "ປະເທດແຫ່ງ ໂອບາມາ: ການເມືອງຝ່າຍຊ້າຍ ແລະກຸ່ມເຊື່ອຖືຄົນດັງ ຫຼື The Obama Nation: Leftist Politics and the Cult of Personality, ຫຼັງຈາກທີ່ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ຍຶດໜັງສືເດີນທາງຂອງທ່ານ.

ນັກຂຽນຫົວອະນຸລັກນິຍົມ ແລະນັກທິດສະດີກ່ຽວກັບການສົມຮູ້ຮ່ວມຄິດ ຜູ້ທີ່ຄົບຄ້າ
ສະມາຄົມ ກັບ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ທ່ານ ຣໍເຈີ ສໂຕນ
ຜູ້ໃກ້ຊິດກັບທ່ານທຣຳ ໄດ້ກ່າວໃນວັນສຸກວານນີ້ ວ່າ ທ່ານກຳລັງ ຕົກລົງເຈລະຈາ
ຕໍ່ລອງ ກັບທີມງານສືບສວນສອບສວນ ຂອງໄອຍະການພິເສດ ທ່ານ ໂຣເບີດ ມັລເລີ.

ທ່ານ ເຈີໂຣມີ ຄໍຊີ ຄົນນີ້ ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນຕື່ມອີກ ກ່ຽວກັບການເຈລະຈາ
ຂອງທ່ານ ກັບທີມງານຂອງທ່ານມັນເລີ ນັ້ນ ຊຶ່ງເປັນການສືບສວນສອບສວນ ກ່ຽວ​ກັບ
ການແຊກແຊງ ເຂົ້າໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ ປີ 2016 ຂອງ
ຣັດເຊຍ. ແຕ່ ທ່ານຄໍຊີ ໄດ້ກ່າວຢູ່​ໃນລາຍການ ທີ່ອອກ​ໄປ​ທາງ YouTube ເມື່ອສັບ
ປະດາແລ້ວນີ້ ຊຶ່ງທ່ານໄດ້ຄາດການໄວ້ວ່າ ທ່ານຈະຖືກຟ້ອງໃນຂໍ້ຫາ ໃຫ້ການເທັດ
ຕໍ່ບັນດາເຈົ້າໜ້າທີ່ສືບສວນ ຂອງລັດຖະບານກາງ.

ທີມງານຂອງທ່ານ ມັລເລີ ໄດ້ສອບຖາມ ທ່ານ ຄໍຊີ ກ່ຽວກັບການເຊື່ອມໂຍງຂອງ ທ່ານ
ສໂຕນ ກັບກຸ່ມ WikiLeaks. ບັນດາອົງການສືບລັບຕ່າງໆ ຂອງສະຫະລັດ ໄດ້ສະຫຼຸບ
ວ່າ ຣັດເຊຍ ໄດ້ສະໜອງສິ່ງທີ່​ຕົນລັກເຈາະມາໄດ້ນັ້ນ ໃຫ້ແກ່ ກຸ່ມ WikiLeaks ຊຶ່ງໄດ້
​ກາຍ​ເປັນ​ອຸບ​ປະ​ສັກຂັດຂວາງ ຕໍ່ການໂຄສະນາຫາສຽງ ເປັນປະທານາທິບໍດີ ຂອງ
ທ່ານນາງ ຮີລລາຣີ ຄລິນຕັນ.

ການເຈລະຈາ ກັບທ່ານ ຄໍຊີ ອາດຊ່ອຍໃຫ້ສຳນັກງານຂອງທ່ານ ມັລເລີ ສາມາດລະບຸ
ໄດ້ວ່າ ທ່ານ ສໂຕນ ແລະ ພວກຄົມຄ້າສະມາຄົມ ກັບ ທ່ານ ທຣຳ ຄົນອື່ນໆ ໄດ້ຮູ້ຈັກ
ກ່ຽວກັບແຜນການຂອງກຸ່ມ WikiLeaks ທີ່ຈະເປີດເຜີຍສິ່ງ ທີ່ຕົນໄດ້ຮັບມານັ້ນ ຫຼືບໍ່.

ທ່ານ ຄໍຊີ ເຄີຍເປັນຫົວໜ້າພະແນກເວັບໄຊ ຂອງທິດສະດີການສົມຮູ້ຮ່ວມຄິດ ຢູ່
ວໍຊິງຕັນ ທີ່ມີຊື່ວ່າ InfoWars ນັ້ນ. ມີລາຍງານວ່າ ທ່ານໄດ້ໃຫ້ການຮ່ວມມື ກັບບັນດາ
ເຈົ້າໜ້າທີ່ສືບສວນ ມາໄດ້ປະມານສອງເດືອນແລ້ວ ດ້ວຍການມອບຄອມພິວເຕີຫຼາຍ
ໜ່ວຍ ແລະໂທລະສັບມືຖືນຶ່ງເຄື່ອງ ໃຫ້ແກ່ພວກເຈົ້າໜ້າທີ່. ທ່ານຍັງໄດ້ອະນຸຍາດໃຫ້
ອົງການສັນຕິບານກາງ​ FBI ກວດ​ກາ​ເບິ່ງອີເມລ ແລະ ບັນຊີ ທວີດເຕີຕ່າງໆຂອງທ່ານ
ໄດ້.

ສ່ວນທ່ານ ສໂຕນ ໄດ້ປະຕິເສດຕໍ່ການເປັນຜູ້​ຕິດ​ຕໍ່​ກັບ​ກຸ່ມ WikiLeaks ທີ່ຕັ້ງຂຶ້ນມາ
ໂດຍ ທ່ານ ຈູລຽນ ອາສານ ແລະໄດ້ນຳເອົາອີເມລຫຼາຍ​ພັນ​ສະ​ບັບ ອອກເຜີຍແຜ່ທາງ
ເວັບໄຊຂອງຕົນ ຊຶ່ງປາກົດວ່າ ອີເມລດັ່ງກ່າວ ໄດ້ຖືກລັກຂະໂມຍ ມາຈາກຄອມພິວເຕີ
ຂອງປະທານໂຄສະນາຫາສຽງ ຂອງທ່ານນາງຄລິນຕັນ ເມື່ອສອງສາມອາທິດ ກ່ອນໜ້າ
ການເລືອກຕັ້ງ. ທ່ານ ສໂຕນ ຍັງໄດ້ກ່າວອີກວ່າ ທ່ານ ຄາດວ່າ ຈະຖືກຟ້ອງຂຶ້ນສານ.

ທະນາຍຄວາມຂອງທ່ານ ຄໍຊີ ທ່ານເດວິດ ເກຣ ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນໃດໆ
ພ້ອມກັນນັ້ນ ໂຄສົກຂອງທ່ານ ມັລເລີ ແລະ ທະນາຍຄວາມ ຂອງທ່ານ ປະທານາທິບໍດີ
ກໍໄດ້ປະຕິເສດເຊັ່ນກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG