ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ້າວ Rodman ນັກກິລາບານບ້ວງ ສະຫະລັດ ກັບໄປຢ້ຽມຢາມ ເກົາຫລີເໜືອ (ວິດີໂອ/ສະໄລດ໌)


Rodman
please wait
Embed

No media source currently available

0:00 0:01:05 0:00

ເບິ່ງວີດິໂອ ກ່ຽວກັບຂ່າວນີ້.

ດາລາ​ກິລາບານບ້ວງຂອງ​ສະຫະລັດ Dennis Rodman ທີ່​
ອອກກິນ​ເບ້ຍ​ບໍານານ​ໄປແລ້ວນັ້ນ ​ໄດ້​ເດີ​ນທາງ​ໄປ​ເກົາຫລີ​
ເໜືອ​ອີກ ​ເປັນ​ຄັ້ງ​ທີ່​ສອງ​ໃນ​ປີນີ້ ​ແຕ່​ໄດ້​ປະຕິ​ເສດ​ທີ່​ຈະກ່າວວ່າ
​ເລື້ອງການ​ປ່ອຍ​ໂຕ​ນັກ​ໂທດ ​ເກົາຫລີ-ອາ​ເມຣິກັນ ນັ້ນ ​ຢູ່​ໃນ​
ລາ​ຍການຂອງ​ຕົນ ຫລື​ບໍ່.

ກ່ອນໄປ​ເຖິງ​ກຸງ​ພຽງຢາງ ​ໃນ​ວັນ​ອັງຄານ​ມື້​ນີ້ ທ້າວ Rodman
​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ຢູ່ສະໜາມ​ບິນ​ກຸງ​ປັກ​ກິ່ງ​ວ່າ ລາວ
ຫວັງ​ວ່າ​ຈະ​ໄດ້​ພົບກັບ “​ເພື່ອນ” ຂອງ​ລາວ ກໍ​ຄືທ່ານ Kim
Jong Un ຜູ້ນໍາ​ຜະ​ເດັດ​ການ​ເກົາຫລີ​ເໜືອນັ້ນ​ອີກ ​ໃນ​ລະ
ຫວ່າງ​ການ​ຢ້ຽມຢາມ​ຄັ້ງ​ນີ້ ທີ່​ລາ​ວ ​ເອີ້ນ​ວ່າ ການ​ຢ້ຽມຢາມ
ທາງ​ການ​ທູດ​ຂອງ​ກິລາ​ບານ​ບ້ວງ.

ທ້າວ Rodman ​ໄດ້ພົບປະສົນທະນາ​ກັບ ທ່ານ Kim ຢູ່​ກຸງ​ພຽງ​ຢາງ ​ໃນ​ເດືອນ​ກຸມພາ. ​ໃນ​ລະຫວ່າງ​ການ​ເດີນ​ທາງຄັ້ງ​ນັ້ນ ທ້າວ Rodman ​ໄດ້​ຮ້​ອງຜູ້​ນໍາຜະເດັດ​ການ​ຂອງ​ເກົາຫລີ​ເໜືອວ່າ “​ເພື່ອນ​ຕະຫລອດ​ຊີວິດ.” ຂອງ​ຕົນ.

ອາທິດ​ແລ້ວ​ນີ້ ທ້າວ Rodman ກ່າວ​ຕໍ່​ໜັງສື​ພິມ Huffington Post ວ່າ ​ແນ່ນອນ ລາວຈະ
​ໃຊ້​ການ​ຢ້ຽມຢາມ​ ​ເທື່ອ​ຫລ້າ​ສຸດ​ນີ້ ຮຽກຮ້ອງ​ໃຫ້ ທ່ານ Kim ປ່ອຍ​ໂຕນັກເຜີຍ​ແຜ່​ສາສະໜາ
ຄົນອາ​ເມຣິກັນ​ເຊຶ້ອສາຍ​ເກົາຫລີ ທ່ານ Kenneth Bae ທີ່ປ່ວຍ​ຢູ່​ນັ້ນ ​ແລະກໍາລັງຮັບໃຊ້​
ໂທດ 15 ປີ​ຢູ່​ໃນ​ຄຸກ​ສັບພະ​ທຸກ ​ໃນ​ເກົາຫລີ​ເໜືອ.

​ແຕ່​ວ່າ ​ໃນ​ວັນ​ອັງຄານ​ມື້​ນີ້ ທ້າວ Roddman ​ໄດ້​ປະຕິ​ເສດທີ່​ຈະ​ຕອບ​ຄໍາ​ຖາມ ກ່ຽວ​ກັບ ທ່ານ Bae ​ໂດຍ​ກ່າວ​ວ່າ ທ່ານ​ “ຈະ​ບໍ່​ເວົ້າ​ກ່ຽວກັບ​ເລື້ອງ​ນີ້.” ທ່ານ Rodman ອາຍຸ 52 ປີ ກ່າວ​ວ່າ ຕົນ​ບໍ່​ໄດ້​ຮັບ​ຄໍາ​ໝັ້ນ​ສັນຍາ​ໃດໆ ກ່ຽວ​ກັບການປ່ອຍ​ໂຕ​ຂອງທ່ານ Bae ແລະ​ຕົນ​ເດີນທາງ​ໄປເກົາຫລີ​ເໜືອ ເພື່ອ​ສະ​ແດງ “​ທ່າ​ທີສັນ​ມິດ” ​ເທົ່າ​ນັ້ນ.

ການ​ຢ້ຽມຢາມ​ຂອງ ທ້າວ Dennis Rodman ​ມີ​ຂື້ນ​ຫລັງ​ຈາກ ​ເກົາຫລີ​ເໜືອ ​ໄດ້​ຖອນ​ຄໍາເຊື້ອເຊີນ​ ທູດ​ພິ​ເສດ​ຂັ້ນ​ສູງ​ຂອງສະຫະລັດ ​ໃຫ້​ໄປ​ໂອ້​ລົມ​ກັນ​ເລື້ອງ​ການ​ປ່ອຍ​ໂຕ ທ່ານ Bae​ຍ້ອນວ່າ ສະຫະລັດ ​ແລະ​ເກົາຫລີ​ໃຕ້ ໄດ້ຊ້ອມ​ລົບ​ທາງ​ທະຫານ​ກັນ ໃນ​ເດືອນ​ແລ້ວ​ນີ້.





ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG