ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍ Rodman ຂໍຂະມາໂທດ ກ່ຽວກັບ ຄຳເວົ້າ ຂອງລາວ (ວີດີໂອ)


ນາຍ Dennis Rodman ຮ້ອງເພງສະຫຼອງວັນເກີດ ທ່ານ Kim Jong Un, ຜູ້ນຳເກົາຫຼີເໜືອ ກ່ອນການສະແດງການ
ແຂ່ງຂັນກີລາບານບ້ວງ ທີ່ສະໜາມກີລາ ໃນກຸງພຽງຢ້າງ
ວັນທີ. 8 ມັງກອນ 2014.
ນາຍ Dennis Rodman ຮ້ອງເພງສະຫຼອງວັນເກີດ ທ່ານ Kim Jong Un, ຜູ້ນຳເກົາຫຼີເໜືອ ກ່ອນການສະແດງການ ແຂ່ງຂັນກີລາບານບ້ວງ ທີ່ສະໜາມກີລາ ໃນກຸງພຽງຢ້າງ ວັນທີ. 8 ມັງກອນ 2014.
ນາຍ Dennis Rodman ດາລາ​ກິລາບານບ້ວງ​ເບ້ຍ​ບຳນານ
ທີ່ເດີນທາງ​ໄປເກົາຫຼີ​ເໜືອ​ ໃນອັນທີ່ຜູ້ກ່ຽວບັນລະຍາຍວ່າ
ເປັນການເດີນທາງເພື່ອ “​ດຳ​ເນີນ​ການ​ທູດ​ກິລາ​ບານບ້ວງ” ​
ນັ້ນ​ ໄດ້​ຂໍ​ຂະ​ມາ​ໂທດ ສໍາລັບຄໍາ​ເວົ້າລ່າຍໄປທົ່ວທີບ ທີ່​ໃຊ້
​ຖ້ອຍ​ຄຳບໍ່​ສຸພາບຂອງເຂົາ ຊຶ່ງປາກົດວ່າ ເຂົາໄດ້​ຖິ້ມໂທດ
​ໃສ່​ພົນລະ​ເມືອງ​ອາ​ເມຣິກັນ​ຄົນ​ນຶ່ງ ​ທີ່​ຖືກ​ລັດຖະບານພຽງ
​ຢາງ ຄຸມ​ຂັງຢູ່​ນັ້ນວ່າ ເປັນຄວາມຜິດຂອງຜູ້ກ່ຽວເອງ.

​ໃນ​ຄໍາຖະ​ແຫຼ​ງສະບັບ​ນຶ່ງ​ຜ່ານເຈົ້າໜ້າທີ່ປະຊາສຳພັນຂອງ
ເຂົາ ນາຍ Rodman ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ລາວ​ຮັບເອົາ
​ຄວາມ​ຮັບຜິດຊອບ​ໂດຍ​ເຕັມ ​ສໍາລັບຄວາມເຫັນ​ທີ່​ລາວ​ໄດ້​ເວົ້າ​
ອອກ​ໄປ​ນັ້ນ ຊຶ່ງ​ລາວ​ກ່າວວ່າ​ ໄດ້​ເຮັດ​ໃຫ້ຫຼາຍ​ຄົນ​ອັບ​ອາຍຂາຍໜ້າ. ນາຍ Rodman ເວົ້າ​ວ່າ ລາວ​ມີ​ຄວາມ​ເຄັ່ງຄຽດຫລາຍໃນ​ມື້​ນັ້ນ ​ແລະ​ໄດ້​ດື່ມ​ເຫຼົ້າ​ມາ​ກ່ອນ ກ່ອນ​ໃຫ້​ສໍາ
ພາດ​ສົດ​ ກັບຕາໜ່າງ​ ໂທລະພາບ CNN.

​ໃນ​ການ​ໃຫ້ສຳພາດ​ເມື່ອວັນ​ອັງຄານ​ນັ້ນ ເບິ່ງຄືວ່າ ນາຍ Rodman ໄວ 52 ປີ​ ໄດ້​ກ່າວ​
ເປັນໃນໆວ່າ ທ່ານ Kenneth Bae ນັກ​ເຜີຍ​ແຜ່​ສາສະໜາ​ອາ​ເມຣິກັນ​ເຊື້ອສາຍ​ເກົາຫຼີ
ສົມຄວນໄດ້​ຮັບໂທດ​ອອກ​ແຮງ​ງານ​ໜັກ​ ຢູ່ໃນເກົາຫຼີ​ເໜືອ ເປັນເວລາ 15 ປີ​ນັ້ນ. ​ ນາຍ Rodman ທີ່ສູບຢາ cigar ໃນລະຫວ່າງໃຫ້ສໍາພາດນັ້ນ ຖາມນັກ​ຂ່າວ CNN ວ່າ

“​ເຈົ້າ​ເຂົ້າ​ໃຈ​ບໍ່ວ່າ ທ່ານ Kenneth Bae ​ໄດ້ເຮັດ​ຫຍັງ​ໄປ ຢູ່​ໃນປະ​ເທດ​ນີ້?”

ຄວາມເຫັນຂອງ​ນາຍ Rodman ​ໄດ້​ຮັບ​ການ​ຕິຕຽນ ​ຢ່າງກວ້າງຂວາງ. ຍານາງ
Myunghee Bae ​ແມ່​ຂອງ​ທ່ານ Kenneth Bae ກ່າວ​ຕໍ່ວີ​ໂອ​ເອ ​ພະ​ແນ​ກພາສາ
ເກົາຫຼີ​ວ່າ ​ເພິ່ນ​ຜິດຫວັງ​ຫຼາຍ​ນຳ​ຄວາມເຫັນຂອງ​ນາຍ Rodman ແລະ​ກ່າວ​ຕື່ມ​ວ່າ
ລາວຄວນຈະທໍາການ​ຊຸກຍູ້ຫຼາຍ​ຂຶ້ນ ​ເພື່ອ​ໃຫ້​ມີ​ການ​ປ່ອຍ​ໂຕ​ທ່ານ Kenneth Bae ນັ້ນ.

​ເຖິງ​ແມ່ນນາຍ Rodman ​ໄດ້​ຮ້ອງ​ຂໍ ຜ່ານທາງ​Twitter ໃຫ້​ທ່ານ​ກິມ ຈົງ​ອຸລ ຜູ້ນຳເກົາ
ຫຼີ​ເໜືອ​ ປ່ອຍ​ໂຕ​ທ່ານ Bae ກໍຕາມ ແຕ່​ອະດີດ​ດາລາ​ນັກກີລາ​ບານບ້ວງ ​ທີ່​ມີນິໄສແປກ
​ປະຫຼາດຄົນນີ້ ກໍກ່າວ​ວ່າ ລາວ​ຈະ​ບໍ່​ຍົກ​ເລື້ອງ​ການ​ເມືອງ​ຂຶ້ນ​ມາເວົ້າ ໃນລະຫວ່າງ​ການ
​ຢ້ຽມຢາມ​ຂອງ​ລາວ ​ທີ່​ເກົາຫຼີ​ເໜືອ​ນັ້ນ.

Rodman Sings Happy Birthday to N. Korea's Kim Jong Un
please wait

No media source currently available

0:00 0:00:58 0:00
ລິງໂດຍກົງ
XS
SM
MD
LG