ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ຈະຫຼວດ​ແນ​ເປົ້າ​ໃສ່​ກອງ​ກຳ​ລັງ​ພັນ​ທະ​ມິດ​ ໃນ​ປະ​ເທດ ຊີ​ເຣຍ


ທະ​ຫານກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ສະ​ຫະ​ລັດ ຊອກ​ຫາ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ​ໃນ​ເມືອງ ຮາ​ສ​ຊາ​ເກ, ປະ​ເທດ ຊີ​ເຣຍ, 28 ມັງ​ກອນ 2022.
ທະ​ຫານກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ສະ​ຫະ​ລັດ ຊອກ​ຫາ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ​ໃນ​ເມືອງ ຮາ​ສ​ຊາ​ເກ, ປະ​ເທດ ຊີ​ເຣຍ, 28 ມັງ​ກອນ 2022.

ຈະຫຼວດ​ສອງ​ລູກ​ໄດ້​ແນ​ເປົ້າ​ໃສ່​ກອ​ງ​ກຳ​ລັງ​ພັນ​ທະ​ມິດ​ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ ຊີ​ເຣຍ ໃນ​ວັນ​ພຸ​ດ​ວານນີ້, ອີ​ງ​ຕາມ​ກອງ​ບັນ​ຊາ​ການ ​ກຳ​ລັງ​ ສະ​ຫະ​ລັດ ໃນ​ພາກ​ຕາ​ເວັນ​ອອກ​ກາງ ຫຼື CENTCOM, ນຶ່ງວັນຫຼັງ​ຈາກອີ​ຣ່ານ ແລະ ອີ​ຣັກ ໄດ້​ລະ​ນຶກ​ເຖິງວັນ​ຄົບ​ຮອບ​ສາມ​ປີ​ຂອງ​ການ​ຕາຍ​ຂອງ​ຜູ້​ນຳ​ກອງ​ກຳ​ລັງ ຄັດ​ສ໌ ທ່ານ ຄ​າ​ສ​ເຊັມ ໂຊ​ເລ​ມາ​ນີ ໃນ​ນະ​ຄອນຫຼວງ ແບກ​ແດັດ.

CENTCOM ໄດ້​ກ່າວ​ວ່າ “ການ​ໂຈມ​ຕີ​ບໍ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ ຫຼື ຄວາມ​ເສຍ​ຫາຍ​ຕໍ່​ຖານ​ທັບ ຫຼື ຊັບ​ສິນ​ຂອງ​ພັນ​ທະ​ມິດ.”

ໂຄ​ສົກ CENTCOM ນາຍ​ພັນ​ໂທ​ ເດ​ຟ ອີ​ສ​ເບີນ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ຈະ​ຫຼວດ 107 ມິນ​ລີ​ແມັດໄດ້​ແນ​ເປົ້າ ​ໃສ່​ເຂດ ​ທີ່​ຮູ້​ຈັກ​ກັນ​ວ່າ “ສະ​ຖານ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ ໂຄ​ໂນ​ໂຄ” ຕອນ​ເກົ້າ​ໂມງ​ເຊົ້າ​ຕາມ​ເວ​ລາ​ໃນ​ປະ​ເທດ ຊີ​ເຣຍ. ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ໃນ​ເວ​ລາ​ຕໍ່​ມາ​ໄດ້​ໄປ​ສະ​ຖານ​ທີ່​ດັ່ງ​ກ່າວບ່ອນ​ທີ່​ຈະຫຼວດ​ຖືກ​ຍິງ​ມາ ແລະ ໄດ້​ເຫັນ​ລູກ​ທີ​ສາມ, ລູກ​ທີ່ບໍ່​ໄດ້​ຍິງ.

ໂຄ​ສົກ CENTCOM ພັນ​ເອກ ໂຈ ບູ​ດ​ຊີ​ໂນ ໄດ້​ກ່າວ​ວ່າ “ການ​ໂຈມ​ຕີ​ປະ​ເພດນີ້​ໄດ້​ເຮັດ​ໃຫ້​ກອງ​ກຳ​ລັງ​ພັນ​ທ​ະ​ມິດ ແລະ ປະ​ຊາ​ກອນ​ພົນ​ລະ​ເຮືອນ​ມີ​ຄວາມ​ສ່ຽງ ແລະ ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ທີ່​ຫາ​ມາ​ໄດ້​ຍາກ ແລະ ຄວາມ​ປອດ​ໄພ​ຂອງ ຊີເຣຍ ແລະ ພາກ​ພື້ນ.”

ບໍ່​ມີ​ໃຜ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິ​ດ​ຊອບ. ທະ​ຫານ​ບ້ານ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ອີ​ຣ່ານ ກ່ອນ​ໜ້ານີ້​ ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ ແລະ ໂດ​ຣນໃສ່​ກອ​ງ​ກຳ​ລັງ ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ໃນ​ປະ​ເທດ ຊີ​ເຣຍ ແລະ ອີ​ຣັກ.

ນຶ່ງ​ປີ​ທີ່​ຜ່ານ​ມາ, ກອງ​ກຳ​ລັງ ສະ​ຫະ​ລັດ ໄດ້​ຂັດ​ຂວາງ​ການ​ໂຈມ​ຕີ ​ໃນ​ວັນ​ທີ 3 ແລະ 4 ມັງ​ກອນທີ່​ຖືກ​ສົງ​ໄສວ່າ​ເປັນ​ທະ​ຫານ​ບ້ານ​ທີ່​ໄດ້​ຮັບ​ການ​ໜູນ​ລັງ​ໂດຍ ອີ​ຣ່ານ. ພວກ​ນັກ​ໂຈມ​ຕີ​ໄດ້​ສົ່ງ​ໂດ​ຣນ​ທີ່​ເຕັມ​ໄປ​ດ້ວ​ຍ​ລະ​ເບີດ ເຊິ່ງ​ມັນ​ຖືກ​ຍິງ​ຕົກ​ໃກ້​ກັບ​ຖານ​ທັບ​ອາ​ກາດ ເອນ ອາ​ລ-ອາ​ຊາດ ແລະ ໃກ້​ກັບ​ສະ​ໜາ​ມ​ບິນ​ສາ​ກົນ ແບກ​ແດັດ, ເຊິ່ງ​ຖືກ​ໃຊ້​ໂດຍ​ພັນ​ທະ​ມິດ​ສາ​ກົນ​ເຊັ່ນ​ກັນ. “ການ​ແກ້​ແຄ້ນ​ຂອງ​ທ່ານ ໂຊ​ເລ​ມາ​ນີ” ​ຖືກ​ຂຽນ​ໃສ່​ປີກ​ຂອງ​ນຶ່ງ​ໃນ​ໂດ​ຣນຫຼາຍ​ລຳ.

ທ່ານ ໂຊ​ເລ​ມາ​ນີ ໄດ້​ເປັນ​ຫົວ​ໜ້າ​ຂອງກອງ​ກຳ​ລັງ ຄັດ​ສ໌ ລະ​ດັບ​ສູງ​ຂອງ ອີ​ຣ່ານ, ເຊິ່ງ​ແມ່ນ​ໜ່ວຍ​ປະ​ຕິ​ບັດ​ການ​ຕ່າງ​ປະ​ເທດ​ຂອງກອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມ​ຂອງ ອີ​ຣ່ານ. ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ສະ​ຫະ​ລັດ ໃນ​ວັນ​ທີ 3 ມັງ​ກອນ 2020 ໄດ້​ສັງ​ຫານ​ທ່ານ ໂຊ​ເລ​ມານີ ຄຽງ​ຂ້າ​ງກັບ​ທ່ານ ອາ​ບູ ມາ​ດີ ອາ​ລ-ມູ​ຮານ​ດິ​ສ, ຜູ້​ບັນ​ຊາ​ການ​ລະ​ດັບ​ສູງ​ຂອງກອງ​ກຳ​ລັງ​ການ​ເຄື່ອນ​ໄຫວ​ທົ່ວ​ໄປ​ຂອງ ອີ​ຣັກ.

ໃນ​ເວ​ລາ​ການ​ເສຍ​ຊີ​ວິດ​ຂອງ​ທ່ານ​ນັ້ນ, ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ ໄດ້​ກ່າວ​ວ່າ ທ່ານ ໂຊ​ເລ​ມາ​ນີ ໄດ້​ເຂົ້າ​ຮ່ວມ​ໃນ​ການ​ວາງ​ແຜນ​ການ​ໂຈມ​ຕີ “ທີ່​ໃກ້ຈະ​ເກີດ​ຂຶ້ນ” ທີ່​ຈະ​ເຮັດ​ໃຫ້​ຊີ​ວິດ​ຂອງ​ປະ​ຊາ​ຊົນ ສະ​ຫະ​ລັດ ມີ​ຄວາມ​ສ່ຽງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG