ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີການຍິງຈະຫຼວດ ໃສ່ນະຄອນຫຼວງອັຟການິສຖານ ໃນຂະນະທີ່ ປະທານາທິບໍດີ ກ່າວຄຳປາໄສ ໃນວັນບຸນ ອີດ ອາລ-ອາດາ 


ພວກເຈົ້າໜ້າທີ່ໄປເຖິງສະຖານທີ່ ບ່ອນລູກຈະຫຼວດຕົກລົງໃສ່ ໃນນະຄອນກາບູລ ອັຟການິສຖານ ວັນທີ 20 ກໍລະກົດ 2021.
ພວກເຈົ້າໜ້າທີ່ໄປເຖິງສະຖານທີ່ ບ່ອນລູກຈະຫຼວດຕົກລົງໃສ່ ໃນນະຄອນກາບູລ ອັຟການິສຖານ ວັນທີ 20 ກໍລະກົດ 2021.

ລູກຈະຫຼວດຢ່າງໜ້ອຍສາມລູກ ໄດ້ຕົກລົງໃສ່ນະຄອນຫຼວງອັຟການິສຖານ ໃນວັນ
ຫຼອັງຄານມື້ນີ້ ກ່ອນໜ້າການກ່າວຄຳປາໄສ ຂອງປະທານາທິບໍດີ ອາສຣັຟ ການີ
(Ashraf Ghani) ເພື່ອເປັນຂີດໝາຍ ໃນການສະຫຼອງບຸນ ອີດ ອາລ-ອາດາ (Eid
al-Adha) ຊຶ່ງເປັນວັນພັກ ຂອງສາສະໜາອິສລາມ ນັ້ນຄື ຄຳ ຖະແຫຼງຂອງກະ
ຊວງພາຍໃນ ອີງຕາມລາຍງານຂອງອົງການຂ່າວ AFP ຂອງ ຝຣັ່ງ.

ລູກຈະຫຼວດໄດ້ຍິງມາ ປະມານ 8 ໂມງເຊົ້າ ຕາມເວລາທ້ອງຖິ່ນ ຊຶ່ງສຽງລະເບີດໄດ້
ຍິນກັນຢູ່ທົ່ວເຂດປ້ອງກັນສີຂຽວ ທີ່ມີທຳນຽບປະທານາທິບໍດີ ແລະສະຖານທູດຈຳ
ນວນນຶ່ງຮວມທັງສະຖານທູດຂອງສະຫະລັດນດ້ວຍ.

ໂຄສົກກະຊວງພາຍໃນ ທ່ານເມີຣແວ ສະຕານິກໄຊ (Mirwais Stanikzai) ກ່າວ
ວ່າ “ມື້ນີ້ ພວກສັດຕູຂອງອັຟການິສຖານ ໄດ້ຍິງລູກຈະຫຼວດໂຈມຕີ ຢູ່ ໃນຫຼາຍໆ
ເຂດ ຂອງນະຄອນກາບູລ.”

ທ່ານສະຕານິກໄຊ ກ່າວເພີິ້ມອີກວ່າ “ລູກຈະຫຼວດທັງໝົດ ໄດ້ຕົກໃສ່່ສາມເຂດ. ອີງ
ຕາມຂໍ້ມູນຂັ້ນຕົ້ນຂອງພວກເຮົາແລ້ວ ພວກເຮົາບໍ່ມີຜູ້ໃດ ໄດ້ຮັບບາດເຈັບ. ຄະນະ
ຂອງພວກເຮົາ ກຳລັງທຳການສືບສວນຢູ່.”

ບໍ່ເທົ່າໃດນາທີ ຫຼັງຈາກການໂຈມຕີແລ້ວ ທ່ານການີ ກໍໄດ້ເລີ້ມກ່າວຄຳປາໄສຕໍ່
ປະເທດຊາດ ຊຶ່ງມີທີ່ປຶກສາຂັ້ນສູງຂອງທ່ານຈຳນວນນຶ່ງ ເຂົ້າຮ່ວມ.

ລູກຈະຫຼວດໄດ້ແນໃສ່ທຳນຽບປະທານາທິບໍດີຫຼາຍເທື່ອ ໃນໄລຍະທີ່ຜ່ານມາ ເທື່ອ
ສຸດທ້າຍ ແມ່ນໃນເດືອນທັນວາປີກາຍ.

ການໂຈມຕີບັງເອີນ ມີຂຶ້ນພ້ອມດຽວກັບການໂຈມຕີ ຂອງກຸ່ມຕາລິບານຢູ່ໃນທົ່ວປະ
ເທດ ໃນຂະນະທີ່ກຳລັງຕ່າງປະເທດພວມຖອນອອກໄປ ຕາມໝາຍກຳນົດ ເພື່ອໃຫ້
ເສັດສິ້ນລົງ ໃນວັນທີ 31 ສິງຫາ ຈະມາເຖິງນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG