ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີສຣາແອລ ຍັງສືບຕໍ່ ໂຈມຕີ ທາງອາກາດ ໃສ່ເຂດກາຊາ (ສະໄລດ໌)


ເຂດພາກໃຕ້ຂອງອີສຣາແອລ ທີ່ຖືກຍິງຈະຫຼວດໃສ່ ຈາກກຸ່ມຫົວຮຸນແຮງ ປາແລສໄຕເຂດກາຊາ
ເຂດພາກໃຕ້ຂອງອີສຣາແອລ ທີ່ຖືກຍິງຈະຫຼວດໃສ່ ຈາກກຸ່ມຫົວຮຸນແຮງ ປາແລສໄຕເຂດກາຊາ
ສື່​ມວນ​ຊົນ​ອີສຣາ​ແອ​ລ ​ເວົ້າ​ວ່າ ​ຈະຫຼວດ​ທີ່​ໄດ້​ຍິງ​ເຂົ້າ​ໄປ​ໃສ່ພາກ​ໃຕ້​ຂອງ ອີສຣາ​ແອ​ລ ຈາກເຂດ​ກາຊາໄດ້​ສັງຫານ​ສາມ​ຄົນ ​ມື້​ນຶ່ງຫຼັງຈາກອີສຣາ​ແອ​ລ ​ໄດ້​ໂຈມ​ຕີ​ທາງ​ອາກາດ​ຕໍ່​ເຂດ​ກາຊາທີ່​ໄດ້​ສັງຫານ​ຜູ້​ບັນຊາ​ການ​ທະຫານຄົນ​ສຳຄັນຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ຮາ​ມາສ.

ຝ່າຍ​ປາ​ແລັສ​ໄຕ ​ໄດ້​ຍິງ​ໂຈມ​ຕີ​ໃສ່​ເຂດ​ພາກ​ໃຕ້​ຂອງ​ອີສຣາ​ແອ​ລໃນ​ຂະນະ ​ທີ່​ອີສຣາ​ແອ​ລກໍ​ໄດ້​ໂຈມ​ຕີຮອບ​ໃໝ່​ຕໍ່​ເຂດ​ກາ​ຊາເມື່ອ​ວັນ​ພະຫັດ​ມື້​ນີ້ ພວກ​ຊາວ​ເມືອງ​ທີ່​ຢ້ານ​ກົວ​ທັງຫຼາຍພາກັນຫຼົບລີ້​ຢູ່​ພາຍ​ໃນ​ບ້ານ​ເຮືອນ ຈາກ​ການ​ສູ້​ລົບ​ກັນຢ່າງ​ໜັກ​ຢູ່​ໃນ​ເຂດ​ດັ່ງກ່າວ.

​ເຫດການ​ຮຸນ​ແຮງ​ບັ້ນ​ລ່າ​ສຸດ ​ແມ່ນ​ສືບ​ຕໍ່​ດ້ວຍ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ ອິສຣາ​ແອ​ລຕໍ່ຕ້ານ​ພວກ​ມຸສລິ​ມຫົວ​ຮຸນ​ແຮງ​ໃນ​ເຂດ​ກາຊາ ຊຶ່ງ​ຊາວ​ປາ​ແລັສ ໄຕ​ກ່າວ​ວ່າ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 10 ຄົນ. ທາງ​ການ​ອີສຣາ​ແອ​ລ​ເວົ້າ ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ແມ່ນ​ເພື່ອຕອບ​ໂຕ້​ໂດຍ​ກົງ​ຕໍ່​ການ​ໂຈມ​ຕີ​ດ້ວຍ ຈະຫຼວດຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ປາ​ແລັສ​ໄຕ​ທີ່​ດໍາ​ເນີນ​ໄປເກືອບ​ແທບ​ທຸກ​ມື້​ນັ້ນ.

ລູກ​ສອນ​ໄຟ​ຂອງ​ອີສຣາ​ແອ​ລລູກ​ນຶ່ງ ​ໄດ້​ສັງຫານ​ທ່ານ Ahmed al-Jaabari ຜູ້​ບັນຊາ​ການທະຫານ​ຂອງ​ກຸ່ມ​ຮາ​ມາສ ​ເມື່ອ​ວັນ​ພຸດ​ວານ​ນີ້ ຂະນະ​ທີ່​ທ່ານ​ຂັບ​ລົດ​ຢູ່​ໃນ​ເຂດ​ກາຊາ. ອີສຣາ​ແອ​ລ​ໄດ້ເຕືອນ​ພວກ​ສະມາ ຊິກ​ກຸ່ມ​ຮາ​ມາສຄົນ​ອື່ນໆ ບໍ່​ໃຫ້​ອອກ​ມາ​ຍ່າງ​ປ້ວນປ້ຽນຢູ່ເທິງ​ໜ້າ​ດິນ ​ໃນໄລຍະ​ບໍ່ເທົ່າ​ໃດ​ມື້​ຕໍ່ໜ້າ​ນີ້.

​ໃນ​ຂະນະດຽວ​ກັນ ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຈັດ​ກອງປະຊຸມ​ສຸກ​ເສີນ​ຂຶ້ນ ໃນ​ຕອນເດິກ​ ຂອງ​ຄືນ​ວານ​ນີ້ ຕາມ​ທີ່​ອິຈິບ ​ແລະ​ Morocco ຊຶ່ງ​ເປັນສະມາຊິກ​ສະພາ​ຄວາມ​ໝັ້ນຄົງອີກ​ປະ​ເທດນຶ່ງ ​ຮ້ອງ​ຂໍ​ໃນ​ນາມ​ຂອງ​ຊາວ​ປາ​ແລັສຕາຍ.

XS
SM
MD
LG