ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີສຣາແອລ ຍິງຕອບໂຕ້ ໃສ່ກຸ່ມຫົວຮຸນແຮງ ປາແລັສຕາຍ


ຄວັນຈາກຈະຫລວດ ທີ່ຝ່າຍປາແລສຕາຍຍິງ ເຂົ້າໄປໃນອິສຣາແອລ.
ຄວັນຈາກຈະຫລວດ ທີ່ຝ່າຍປາແລສຕາຍຍິງ ເຂົ້າໄປໃນອິສຣາແອລ.
ການໂຈມ​ຕີ​ທາງ​ອາກາດຂອງອິສຣາ​ແອ​ລບັ້ນນຶ່ງ ຢູ່ໃນ​ເຂດ​ກາຊາ
ໃນຕອນເຊົ້າມືດຂອງ ວັນ ອາທິດມື້ນີ້ ໄດ້ຖືກ​ພວກປາເເລັ​ສຕາຍ
ຫົວ​ຮຸນ​ແຮງສອງຄົນ ເຮັດໃຫ້ຜູ້ນຶ່ງເສຍຊີວິດ ​ແລະອີກຜູ້ນຶ່ງໄດ້
ຮັບບາດເຈັບ.

ກອງທັບ​ອິສຣາ​ແອ​ລອອກຖະແຫລງການ​ວ່າ ການໂຈມຕີໂດຍ
ເຮືອບິນຂອງ ຕົນແມ່ນແນໃສ່ສະຖານທີ່ຍິງຈະຫລວດ ບ່ອນທີ່
ພວກຫົວຮຸນແຮງກຽມ​ຍິງ​ຈະຫຼວດ​ໃສ່​ເຂດ​ພາກ​ໃຕ້​ຂອງ​ອີສຣາ
​ແອ​ລນັ້ນ.

ຕໍ່ມາໃນມື້​ນີ້​ເຊ່ນ​ກັນ ພວກເຈົ້າໜ້າທີ່​ອິສຣາ​ແອ​ລເວົ້າວ່າ ​ໄດ້​ມີ​ການ​ຍິງຈະຫຼວດ ຫລາຍລູກ ຈາກເຂດກາຊາ ເຂົ້າ​ໃສ່​ເຂດ​ພາກ​ໃຕ້​ຂອງ​ອີສຣາ​ແອ​ລ ​ແຕ່ບໍ່ໄດ້ເຮັດໃຫ້ມີການບາດເຈັບ ແລະເສຍຊີວິດແຕ່
ຢ່າງໃດ.

ເຫດການດັ່ງກ່າວໄດ້ເກີດຂຶ້ນ ລຸນຫລັງທີ່ມີການເຈລະຈາຢຸດ​ຍິງຊົ່ວ​ຄາວ ລະຫວ່າງສອງ
ຝ່າຍ ຊຶ່ງໄດ້ນໍາ​ຄວາມ​ສະຫງົບ​ມາ​ສູ່ຊາຍແດນ ທີ່ໄດ້ປະສົບ​ກັບການ​ເພີ່ມ​ທະວີ​ຂຶ້ນ​ ໃນ​ການ​ຕໍ່ສູ້​ກັນ​ຂ້າມ​ຊາຍ​ແດນ ​ເມື່ອໝໍ່ໆມານີ້.
XS
SM
MD
LG