ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

3 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ອັ​ຟກາ​ນິສຖານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ
ບັນດາ​ເຈົ້າ​ໜ້າ​ທີ່​ກ່າວວ່າ ການ​ຍິງຈະ​ຫລວດໂຈມຕີຄ້າຍ​ທະຫານ
​ສະຫະລັດ​ແຫ່ງ​ນຶ່ງ ໄດ້​ສັງຫານຊາວອັ​ຟກາ​ນິສຖານສາມ​ຄົນ.

​ໂຄສົກ​ອົງການ NATO ທ່ານ Michael Cole ​ໄດ້​ບອກ​ນັກ​ຂ່າວວີ​ໂອ​ເອ​ວ່າ ການ​ຍິງຈະ​ຫຼວດ​ຫຼາຍ​ລູກ ​ໃສ່​ຖານ​ທັບ​ອາກາດ Bagram ຢູ່ທີ່​ແຂວງ Parwan ​ໃນຕອນ​ແລງ​ຂອງ​ວັນ​ຈັນ ວານ​ນີ້ ​ເຮັດ​ໃຫ້ເຮືອ​ບິນ​ Helicopter ລໍາ​ນຶ່ງ​ຖືກ​ທໍາ ລາຍ ​ແລະໄດ້ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ອີກຫຼາຍໆ​ລຳ.

ບັນດາ​ເຈົ້າ​ໜ້າ​ທີ່ອັຟກາ​ນິສຖານກ່າວ​ໃນ​ວັນ​ອັງຄານມື້ນີ້​ວ່າ ​ເຈົ້າ​ໜ້າ​ທີ່​ສືບ​ລັບອັຟ ກາ​ນິສຖານສາມ​ຄົນ​ທີ່ຢູ່​ໃນເຮືອບິນ Helicopter ​ໄດ້​ຖືກ​ສັງຫານ. ​ນອກ​ນັ້ນຍັງ ມີລາຍ​ງານ​ວ່າ ເຈົ້າ​ໜ້າທີ່ອັຟກາ​ນິສຖານ ​ແລະ​ສະມາຊິກກຳລັງນາໆ​ຊາດໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ໂຈມ​ຕີຄັ້ງນີ້.

ພວກ​ກະບົດ Taliban ​ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ ຊຶ່ງ​ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ ຫຼັງຈາກກໍາລັງ​ທະຫານ​ສະຫະລັດ ​ໄດ້​ໂອນ​ການ​ຄວບ​ຄຸມ​ຄຸ​ກ ​ທີ່ຖານ​ທັບ​ອາກາດທະຫານ Bagram ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່ອັຟກາ​ນິສຖານ.

ຢູ່ທີ່​ພາກ​ຕາ​ເວັນ​ຕົກ​ຂອງອັຟກາ​ນິສຖານ​ໃນ​ວັນ​ອັງຄານມື້ນີ້ ​ເຈົ້າ​ໜ້າ​ທີ່​ຕໍາຫລວດ ​ກ່າວ​ວ່າ ຜູ້ໂຈມ​ຕີ​ດ້ວຍລະ​ເບີດ​ສະລະ​ຊິ​ບໄດ້​ສັງຫານ​ຫ້າ​ຄົນ​ໃນ​ເຂດເມື​ອງ Kushki Kuhna ​ຂອງ​ແຂວງ Herat. ນອກ​ນັ້ນຍັງ​ມີອີກ​ 6 ຄົນ​ໄດ້​ຮັບ​ບາດ​ເຈັບ.

ໃນ​ມື້​ດຽວ​ກັນ​ຂອງວັນ​ອັງຄານນີ້ ອົງ​ການ NATO ກ່າວ​ວ່າ ການ​ໂຈມ​ຕີທາງ​ອາ ກາດ​ຂອງກໍາລັງ​ປະສົມ​ໄດ້​ສັງຫານຜູ້​ນໍາຂັ້ນ​ສູງຂອງພວກ​ກະບົດ Taliban ​ສອງ​ຄົນ ຢູ່ທີ່​ພາກ​ຕາ​ເວັນ​ອອກ​ຂອງອັຟກາ​ນິສຖານ.

ກໍາລັງປະສົມ​ກ່າວ​ວ່າ ​ ຜູ້​ຊາຍ​ຄົນ​ນຶ່ງ ທີ່ຢູ່ໃນ​ຈໍາ​ນວນຜູ້​ເສຍ​ຊີວິດ​ ຄື Mullah Hazrat ທີ່​ສົງໄສ​ວ່າ​ເປັນຜູ້​ບົ່ງ​ການ​ ​ໃນ​ການ​ດັກ​ສະກັດໂຈມ​ຕີຕໍ່​ກອງ​ທະຫານ NATO ​ໃນ​ເດືອນ​ສິງຫາປີ 2008 ຊຶ່ງໄດ້​ສັງຫານ​ທະຫານ​ຝຣັ່ງ 10 ຄົນ​ແລະ​ ​ເຮັດ​ໃຫ້​ມີ​ຜູ້ໄດ້​ຮັບ​ບາດ​ເຈັບ​ອີກ 21 ຄົນ ຢູ່ຮ່ອມ​ພູ Uzbin ທາງພາກ​ໃຕ້​ຂອງ​ ນະຄອນຫຼວງ Kabul​.
XS
SM
MD
LG