ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງກຳລັງສະຫະລັດ ໃນຊີເຣຍ ຖືກຍິງຈະຫຼວດໃສ່ ແຕ່ບໍ່ມີການບາດເຈັບ


ຮູບຖ່າຍຂອງກອງທັບເຮືອສະຫະລັດ ທີ່ຖ່າຍໃນວັນທີ 19 ຕຸລາ 2023, ສະແດງໃຫ້ເຫັນກຳປັ່ນ USS Carney ເອົາຊະນະລູກສອນໄຟຂອງກຸ່ມຮູຕີ ໃນທະເລແດງ. ໃນວັນທີ 29 ພະຈິກ, ກຳປັ່ນດັ່ງກ່າວໄດ້ຍິງໂດຣນທີ່ສົ່ງອອກມາຈາກເຂດຂອງເຢເມນທີ່ຄວບຄຸມໂດຍກຸ່ມຫົວຮຸນແຮງຮູຕີ ຕົກ. ກອງກຳລັງສະຫະລັດຍັງຖືກໂຈມຕີດ້ວຍລູກສອນໄຟ ໃນຊີເຣຍ.
ຮູບຖ່າຍຂອງກອງທັບເຮືອສະຫະລັດ ທີ່ຖ່າຍໃນວັນທີ 19 ຕຸລາ 2023, ສະແດງໃຫ້ເຫັນກຳປັ່ນ USS Carney ເອົາຊະນະລູກສອນໄຟຂອງກຸ່ມຮູຕີ ໃນທະເລແດງ. ໃນວັນທີ 29 ພະຈິກ, ກຳປັ່ນດັ່ງກ່າວໄດ້ຍິງໂດຣນທີ່ສົ່ງອອກມາຈາກເຂດຂອງເຢເມນທີ່ຄວບຄຸມໂດຍກຸ່ມຫົວຮຸນແຮງຮູຕີ ຕົກ. ກອງກຳລັງສະຫະລັດຍັງຖືກໂຈມຕີດ້ວຍລູກສອນໄຟ ໃນຊີເຣຍ.

ບັນດາ​ກອງກຳລັງທີ່​ໜຸນ​ຫຼັງໂດຍອີຣ່ານ ​ໄດ້​ຍິງ​ຈະຫຼວດ​ໂຈມ​ຕີ​ ກອງກຳລັງສະຫະລັດ ໃນ​ຕາ​ເວັນ​ອອກ​ກາງ, ​ເຮັດ​ໃຫ້​ຍອດຈຳນວນ​ການໂຈມ​ຕີ​ກອງກຳລັງສະຫະລັດ ​ແລະ ກອງກຳລັງພັນທະມິດໃນ​ອີຣັກ ​ແລະ ຊີເຣຍ ​ເພີ່ມ​ຂຶ້ນ​ເປັນ 74 ຄັ້ງ ​ນັບ​ແຕ່​ວັນ​ທີ 17 ຕຸລາ​ເປັນ​ຕົ້ນ​ມາ.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂອງສະຫະລັດທ່ານນຶ່ງ ​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ມີການຍິງຈະຫຼວດພຽງ​ລູກ​ດຽວ​ ໃນຊ່ວງຂ້າມຄືນ ໂຈມຕີໃສ່ພື້ນທີ່​ ສະ​ໜັບ​ສະ​ໜຸນພາລະ ກິດ ຢູເຟຣຕິດສ໌ (Euphrates) ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ ໂດຍ​ບໍ່​ໄດ້​ເຮັດ​ໃຫ້ເກີດການບາດເຈັບ, ​ເສຍ​ຊີ​ວິດ ຫຼື​ຄວາມ​ເສຍ​ຫາຍໃດໆ.

ກອງທັບເຮືອສະຫະລັດ ໃນ​ຕາ​ເວັນ​ອອກ​ກາງ​ ຍັງສືບ​ຕໍ່ຕອບໂຕ້​ໄພ​ຂົ່ມ​ຂູ່ໃນທະ​ເລ​ເຊັ່ນ​ດຽວ​ກັນ. ​ໂດຍໃນ​ວັນ​ພຸດ​ທີ່ຜ່ານມາ, ​ໃນ​ຂະນະ​ທີ່​ຢູ່​ໃນ​ເຂດ​ທາງ​ພາກ​ໃຕ້ຂອງທະ​ເລ​ແດງ​, ກຳ​ປັ່ນພິຄາດ USS Carney ​ໄດ້​ຍິງ​ໂດຣນ ​ທີ່​ຜະລິດ​ໂດຍ​ອີຣ່ານ ຕົກ ເຊິ່ງໂດຣນດັ່ງກ່າວ​ໄດ້​ຖືກປ່ອຍຂຶ້ນ​ຈາກ​ພື້ນທີ່ຂອງ​ເຢ​ເມນ ທີ່​ຄວບ​ຄຸມ​ໂດຍ​ພວກ​ຫົວ​ຮຸນ​ແຮງຮູຕີ (Houthi) ທີ່​ໄດ້ຮັບການສະໜັບສະໜູນ​ຈາກ​ອີຣ່ານ.

"ເຖິງແມ່ນວ່າຈະບໍ່ຮູ້ເຈດຕະນາຂອງມັນ, ແຕ່ ໂດຣນ UAV ກໍາລັງມຸ່ງຫນ້າໄປຫາເຮືອລົບ. ໃນຊ່ວງເວລາຂອງ​ການ​ຍິງ​ຕົກ, ກຳ​ປັ່ນ USS Carney ກຳລັງຄຸ້ມກັນກຳປັ່ນສະໜັບສະໜູນ USNS Supply ທີ່ສະໜອງນໍ້າມັນ ​ແລະ ກຳ​ປັ່ນທີ່ຕິດ​ທຸງ​ສະຫະລັດ ​ແລະ​ລູກ​ເຮືອ​ ອີກລຳນຶ່ງ ​ທີ່​ບັນທຸກ​ຍຸດໂທປະກອນ​ທາງ​ທະຫານ​ ໄປ​ຍັງ​ພາກ​ພື້ນນີ້,” ຜູ້ບັນຊາການທະຫານໃນຕາເວັນອອກກາງ ຂອງ​ສະຫະລັດ ກ່າວ​.

ບໍ່​ມີ​ຜູ້​ໄດ້ບາດ​ເຈັບ​ຫຼື​ຄວາມ​ເສຍ​ຫາຍ​ໃດໆ​ຕໍ່ເຮືອລຳໃດ ​ໃນ​ລະ​ຫວ່າງເຫດການດັ່ງກ່າວ​.

ໃນວັນອາທິດທີ່ຜ່ານມາ, ລູກສອນໄຟຂີປະນາວຸດ 2 ລູກ ໄດ້ຖືກຍິງອອກຈາກເຂດທີ່ຄວບຄຸມໂດຍກຸ່ມຮູຕີ (Houthi) ໃນເຢເມນ ໂດຍມຸ່ງໜ້າໄປຫາທິດທາງຂອງກຳປັ່ນພິຄາດ USS Mason, ໃນຂະນະທີ່ເຂົ້າຊ່ວຍເຫຼືອເຮືອການຄ້າລຳນຶ່ງທີ່ກໍາລັງຮັບມື ກັບການໂຈມຕີຂອງໂຈນທະ​ເລ.

ທຳນຽບຫ້າ​ແຈ​ໄດ້​ກ່າວ​ຢ່າງ​ເປັນ​ທາງ​ການ​ວ່າ ຕົນ​ບໍ່​ເຊື່ອ​ວ່າກຳປັ່ນພິຄາດ USS Mason ​ເປັນ​ເປົ້າ​ໝາຍ​ຂອງ​ລູກ​ສອນ​ໄຟ, ​ແຕ່​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ສອງທ່ານ ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອວ່າ ພວກ​ເຂົາ​ບໍ່​ເຫັນ​ດີ​ ກັບ​ການ​ປະ​ເມີນ​ດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG