ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະຫານ ຢ່າງນ້ອຍ 15 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ພາກໃຕ້ເຢເມນ


Yemen
please wait
Embed

No media source currently available

0:00 0:01:16 0:00

ສະຫະລັດອາຣັບ​ເອມມິ​ເຣັດ ຫຼື UAE ​ໄດ້​ກ່າວ​ວ່າ ການ​ໂຈມ​ຕີ
​ດ້ວຍ​ຈະ​ຫຼວດໃນວັນອັງຄານ ​ມື້ນີ້ ໃນ​ພາກ​ໃຕ້​ຂອງ​ເຢ​ເມນ ​
ໄດ້​ສັງຫານກອງ​ກຳລັງ 15 ຄົນ ຊຶ່ງ​ຮວມທັງ​ກຳລັງ​ຂອງ​ເຢ​ເມນ ​
ແລະ​ສະມາຊິກ​ຂອງ​ກອງ​ກຳລັງ​ປະສົມ​ ທີ່​ນຳພາ​ໂດຍ Saudi
ທີ່​ໃຫ້ການ​ສະໜັບສະໜຸນ​ນັ້ນ.

​ເຈົ້າ​ໜ້າ​ທີ່​ຂອງ​ອົງການ​ຂ່າວ WAM ​ໄດ້​ລາຍ​ງານ​ກ່ຽວກັບ
ຈຳ​ນວນ​ຜູ້​ເສຍ​ຊີວິດທັງ​ໝົດ​ແລະ​ຖິ້ມໂທດ​ຕໍ່ເມືອງ​ທ່າ Aden
​ໃສ່ພວກ​ກະບົດ Houthi ທີ່​ໄດ້​ທຳ​ການ​ຕໍ່ສູ້​ກັບ​ລັດຖະບານ
​ເຢ​ເມນ ມາ​ໄດ້​ກ່ວາ​ນຶ່ງ​ປີ​ແລ້ວ. UAE ​ແມ່ນ​ສະມາຊິກ​ຂອງ
ກອງ​ກຳລັງ​ປະສົມ​ທີ່​ນຳພາ​ໂດຍ Saudi ທີ່​ຕໍ່​ສູ້​ກັບ​ກຸ່ມ​ກະບົດ​
ທີ່​ວ່ານີ້.

ເຈົ້າ​ໜ້າ​ທີ່ເຢ​ເມນ ​ແລະ​ປະຊາຊົນ​ທີ່​ອາໄສຢູ່ໃນເມືອງດັ່ງກ່າວ ​ໄດ້​ກ່າວ​ວ່າ ພວກ​ມື​ສັງຫານ
​ໄດ້​ທຳ​ການ​ຍິງລະ​ເບີ​ດລູກ​ໝາກປີ ຮວມທັງ​ລູກນຶ່ງຕົກໃສ່ຮົ້ວ​ຂອງໂຮງ​ແຮມທີ່​ພວກ​ຜູ້ນຳ
​ເຢ​ເມນ​ ​ໄດ້​ໃຊ້​ບໍລິການນັບ​ຕັ້ງ​ແຕ່​ພວກ​ເຂົາ​ເຈົ້າ​ກັບ​ມາ​ຈາ​ກການ​ຫຼີ້​ໄພ​ໃນ​ Saudi Arabia ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ​ນີ້. ຈະ​ຫຼວດອີກ​ລູກ​ນຶ່ງ​ທີ່​ມີ​ເປົ້າ​ໝາຍ​ໃສ່​ບ້ານ​ເຮືອນ​ຂອງ​ພວກ​ທີ່ສະໜັບສະໜຸນກອງ​ກຳລັງ​ລັດຖະບານທີ່ມາຈາກເຂດອ່າວເປີເຊຍ.

ນາຍົກລັດຖະມົນຕີ​ເຢ​ເມນ​ ທ່ານ Khaled Bahah ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆແມ່ນບໍ່
​ໄດ້​ຮັບ​ບາດ​ເຈັບ​ແຕ່​ຢ່າງ​ໃດ ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້.

ລັດຖະບານ​ຂອງ​ປະທານາ​ທິບໍດີ Abdu Radu Mansour Hadi ​ໄດ້​ໜີໄປຈາກນະຄອນ Aden ​ໄດ້​ນຶ່ງ​ປີ​ແລ້ວ ຫຼັງ​ຈາກ​ທີ່​ພວກ​ກະບົດ Houthi ​ໄດ້​ເຂົ້າ​ຍຶດ​ເອົາ​ເມືອງ​ຫຼວງ Sana’a ​ແລ້ວ​ກໍຫລົບ​ໜີໄປ​ຍັງ Saudi Arabia ​ໃນ​ເດືອນ​ມີນາ​ຜ່ານ​ມາ​ນີ້ ຫຼັງຈາກ​ທີ່​ພວກ Houthi ​ເຂົ້າ​ຍຶດ​ເອົາ​ພາກ​ໃຕ້ ​ແລະນະຄອນ Aden ນຳ​ນັ້ນ.

Saudi Arabia ​ເລີ້ມ​ທຳ​ການ​ນຳພາ​ກອງ​ກຳລັງ​ປະສົມ ທຳ​ການ​ໂຈມ​ຕີ​ທາງ​ອາກາດ ​ເພື່ອ​ສະໜັບສະໜຸນທ່ານ Hadi ​ແລະ​ຫຼັງ​ຈາກ​ພວກ​ຕໍ່ສູ້​ທີ່​ສະໜັບສະໜຸນ​ລັດຖະບານ ຕ້ານ​ຢັນ​ແລະ​ຂັບ​ໄລ່​ພວກ​ກະບົດ Houthi ອອກ​ຈາກນະຄອນ Aden ​ແລະ​ສາມາດ​ນຳພາ​ໃຫ້​ທ່ານ Hadi ​ແລະ​ເຈົ້າ​ໜ້າ​ທີ່​ອື່​ນໆ ກັບ​ຄືນ​ປະເທດໄດ້.

XS
SM
MD
LG