ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ແອ​ລ​ຕັນ ຈອນ ເຂົ້າ​ຮ່ວມ​ ການ​ຕໍ່​ຕ້ານ​ໂຮງ​ແຮມ ບ​ຣ​ູ​ໄນ


ທ່ານ ແອ​ລ​ຕັນ ຈອນ ຮ້ອງ​ເພງ​ຢູ່​ເທິງ​ເວ​ທີ, ສະ​ໜາມກິ​ລາ Madison Square Garden, ນະ​ຄອນ ນິວຢອກ. 5 ມີ​ນາ, 2019.
ທ່ານ ແອ​ລ​ຕັນ ຈອນ ຮ້ອງ​ເພງ​ຢູ່​ເທິງ​ເວ​ທີ, ສະ​ໜາມກິ​ລາ Madison Square Garden, ນະ​ຄອນ ນິວຢອກ. 5 ມີ​ນາ, 2019.

ດາ​ລາ​ນັກ​ຮ້ອງ​ທີ່​ມີ​ຊື່​ສຽງໂດ່ງ​ດັງ ທ່ານ ແອ​ລ​ຕັນ ຈອນ ໄດ້ຮ່ວມ​ກັບ​ນັກ​ສະ​ແດງ ທ່ານ
ຈອຈ໌ ຄລູນີ ໃນການຮຽກຮ້ອງຄົນທົ່ວໂລກ ໃຫ້ຕໍ່ຕ້ານໂຮງແຮມ ທີ່ກະສັດຂອງປະເທດ
ບຣູໄນ ເປັນເຈົ້າຂອງ, ຜູ້ທີ່ມີແຜນຈະບັງຄັບໃຊ້ກົດໝາຍປະຫານຊີວິດ ສຳລັບການ
ຮັກຮ່ວມເພດໃນສັບປະດານີ້.

ໂຮງ​ແຮມ​ຕ່າງໆ​ທີ່ ບ​ຣູ​ໄນ ເປັນ​ເຈົ້າ​ຂອງ​ລວມ​ມີ ໂຮງ​ແຮ​ມ​ທີ່ຫຼູຫຼາ​ທີ່​ສຸດ​ໃນ​ໂລກ, ເຊັ່ນ
ໂຮງແຮມ ເບເວີລີ ຮິລສ໌ ໃນເມືອງ ຮອລລີວູດ ແລະ ໂຮງແຮມ ດອນ ເຈັສເຕີ ໃນນະ
ຄອນຫຼວງ ລອນດອນ.

ທ່ານ ຈອນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ກາ​ນ​ສະ​ບັບ​ນຶ່ງວ່າ “ການ​ແບ່ງ​ແຍກ​ອີງ​ຕາມ​ລັກ​ສະ​ນະ
ທາງເພດແມ່ນຜິດຢ່າງແຈ່ມແຈ້ງ ແລະ ບໍ່ເປັນທີ່ຍອມຮັບໃນສັງຄົມຂອງຂ້າພະເຈົ້າ.
ຂ້າພະເຈົ້າເຊື່ອວ່າ ຄວາມຮັກແມ່ນຄວາມຮັກ, ແລະ ການສາມາດທີ່ຈະຮັກຕາມທີ່ເຮົາ
ມັກ ແມ່ນສິດທິມະນຸດໂດຍພື້ນຖານ. ສາມີຂອງຂ້າພະເຈົ້າ, ທ່ານ ເດວິດ ແລະ ຂ້າພະ
ເຈົ້າ ຄວນໄດ້ຮັບການປະຕິບັດຕໍ່ດ້ວຍກຽດສັກສີ ແລະ ຄວາມເຄົາລົບ.”

ປະ​ເທດ ບ​ຣູ​ໄນ, ເຊິ່ງ​ແມ່ນ​ປະ​ເທດ​ທີ່​ປົກ​ຄອງ​ໂດຍ​ລະ​ບົບ​ລາ​ຊາ​ທິ​ປະ​ໄຕ ມຸ​ສ​ລິມ, ໄດ້
ຮັບຮອງເອົາກົດໝາຍອິສລາມທີ່ເຄັ່ງຄັດ, ເຊິ່ງຈະອະນຸຍາດໃຫ້ພວກຄົນຮັກຮ່ວມເພດ
ທັງຫຼາຍ ຖືກແກວ່ງກ້ອນຫີນໃສ່ຈົນຕາຍ.

ທ່ານ ຄ​ລູ​ນີ ໄດ້​ຮຽກ​ຮ້ອງ​ການ​ຕໍ່​ຕ້ານ​ໂຮງ​ແຮມ​ຂອງ​ລາວ​ໃນ​ອາ​ທິດ​ແລ້ວນີ້, ໂດຍ​ຊີ້​ໃຫ້​
ເຫັນວ່າ ທຸກຄັ້ງທີ່ໃຜໆບາງຄົນໄປພັກຢູ່ນຶ່ງໃນເກົ້າໂຮງແຮມທີ່ ບຣູໄນ ເປັນເຈົ້າຂອງນັ້ນ,
ລາວໄດ້ “ເອົາເງິນໃສ່ໃນຖົງໂສ້ງໂດຍກົງ ຂອງພວກຜູ້ຊາຍທີ່ຖືກເລືອກ ໃຫ້ແກວ່ງກ້ອນ
ຫີນ ແລະ ໃຊ້ໄມ້ແສ້ຕີຄົນຂອງເຂົາເຈົ້າເອງຈົນຕາຍ ສຳລັບການເປັນຄົນຮັກຮ່ວມເພດ
ຫຼື ຖືກກ່າວຫາ ກ່ຽວກັບ ການຫຼິ້ນຊູ້.”

ບໍ​ລິ​ສັດ ດອນ​ເຈັ​ສ​ເຕີ ຄອ​ລ​ເລັກ​ຊັນ (Donchester Collection), ເຊິ່ງ​ແມ່ນ​ຜູ້​ປະ​ຕິ​ບັດ​
ການໂຮງແຮມຕ່າງໆນັ້ນ, ເວົ້າວ່າ ທາງບໍລິສັດໃຫ້ຄວາມສຳຄັນຕໍ່ “ຄວາມເທົ່າທຽມ,
ຄວາມເຄົາລົບ ແລະ ຄວາມຊື່ສັດ. ພວກເຮົາບໍ່ອົດກັ້ນຕໍ່ການແບ່ງແຍກທຸກໆຮູບແບບ.

ແຕ່​ຄົນ​ອື່ນໆ​ເວົ້າ​ວ່າ ເຂົາ​ເຈົ້າ​ສະ​ໜັບ​ສະ​ໜູນ​ການ​ຮຽກ​ຮ້ອງ​ຕໍ່​ຕ້ານ​ຂອງ​ທ່ານ ຄ​ລູ​ນີ,
ລວມທັງຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ
ຄາມາລາ ແຮຣິສ, ອະດີດຮອງປະທານາທິບໍດີ ໂຈ ໄບເດັນ, ສະມາຊິກສະພາສູງພັກຣີ
ພັບບລີກັນ ທ່ານ ເທັດ ຄຣູສ ແລະ ນັກສະແດງຍິງ ທ່ານນາງ ເຈມີ ລີ ເຄີຕິສ ນຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG