ນັກວິສະວະກອນ ສ້າງແຫຼວຂຶ້ນມາ ເພື່ອໄລ່ນົກ ອອກຈາກ ບໍລິເວນ ສະໜາມບິນ
ນົກ ກັບ ເຮືອບິນ ໃຊ້ທ້ອງຟ້າຮ່ວມກັນ ໃນການສັນຈອນໄປມາ, ສະນັ້ນມັນຈຶ່ງມີການຕຳກັນຢ່າງຫຼີກລ່ຽງບໍ່ໄດ້. ແຕ່ບັນດາເຈົ້າ ໜ້າທີ່ ສະໜາມບິນ ໄດ້ພະຍາຍາມທີ່ຈະຈຳກັດເຫດການດັ່ງກ່າວ ໃຫ້ໜ້ອຍລົງ ຍ້ອນວ່າ ການຕຳກັນ ລະຫວ່າງນົກກັບເຮືອບິນ ຈະສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ເຄື່ອງຈັກຂອງເຮືອບິນ ແລະ ສາມາດນຳໄປສູ່ ອຸບັດຕິເຫດໄດ້. ສະໜາມບິນບາງແຫ່ງ ແມ່ນໄດ້ໃຊ້ໝາ, ແລະ ເຄື່ອງ ສົ່ງສຽງດັງປະເພດຕ່າງໆ ເພື່ອໄລ່ນົກໃຫ້ໜີອອກໄປ. ບໍລິສັດແຫ່ງນຶ່ງໃນປະເທດ ໂຮນລັງ ກ່າວວ່າ ຫຸ່ນຍົນນັກລ່າ ຊື່ວ່າ Robird ຂອງເຂົາເຈົ້າ ແມ່ນມີປະສິດທິພາບຫຼາຍກວ່ານັ້ນ. ນັກຂ່າວວີໂອເອ ຈໍຈ ພູຕິຈ ມີລາຍງານ ເພີ່ມເຕີມ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ ເປັນພາສາລາວ ໃນອັນດັບຕໍ່ໄປ.
ຕອນຕ່າງໆຂອງເລື້ອງ
-
ພະຈິກ ໒໑, ໒໐໒໓
ການເລືອກຕັ້ງ ຢູ່ປະເທດໄລບີເຣຍ
-
ພະຈິກ ໐໓, ໒໐໒໓
ຄວາມຮຸນແຮງລະຫວ່າງ ອິສຣາແອລ ແລະ ປາແລັສໄຕນ໌
-
ພະຈິກ ໐໒, ໒໐໒໓
ທ່ານແອນໂທນີ ບລິງເກັນ ແລະການປະຕິບັດງານໃນພາກຕາເວັນອອກກາງ