ວັນນະສອນ: ສະບາຍດີທ່ານຜູ້ຟັງທີ່ໜ້າຮັກ ວົງການເພງໃນສະຫະລັດໄດ້ມີການສູນເສຍຢ່າງຍິ່ງໃຫຍ່ ໃນເດືອນນີ້ ມີທັງ Donna Summer ແລະ Robin Gibb ສະມາຊິກຂອງວົງ BeeGees ທີ່ໄດ້ອໍາລາຈາກໂລກນີໄປແລ້ວ ຊຶ່ງກໍໄດ້ຫຼົງເຫຼືອໄວ້ແຕ່ຜົນງານດີໆ ທີ່ເຮັດໃຫ້ພວກເຮົາຜູ້ຟັງ ຄິດເຖິງສຽງເພງທີ່ທັງສອງໄດ້ຝາກໄວ້ໃນໂລກນີ້ ແລະເພງທີ່ວັນນະສອນຈະຫຼິ້ນໃຫ້ຟັງຕໍ່ໄປນີ້ ຄົງຈະຮ້ອງອອກເປັນສຽງດຽວກັນວ່າ “ອໍ…I Started A Joke.”
ເພງ: “I Started A Joke” - Robin Gibb (BeeGees)
ສ່ວນ Donna Summer ນີ້ ວັນນະສອນວ່າທຸກໆຄົນ ຄົງຈະຄຸ້ນຫູກັບເພງ Working 9 to 5 ທີ່ໂດງດັງໃນອະດີດແລະເພງຂອງ Donna Summer ທີ່ ທຸກໆຊາບກັນນັ້ນ ສ່ວນໃຫຍ່ກໍຈະເປັນເພງເຕັ້ນ ເອົາຄໍ່າຄືນນີ້ ຂໍມອບເພງ Last Dance ຂໍເຊີນອອກມາເຕັ້ນລໍານໍາກັນໄດ້.
ເພງ: “Last Dance” - Donna Summer
ວັນນະສອນ: ເນື່ອງຈາກວ່າ ວັນຈັນທີ່ຈະມາເຖິງນີ້ເປັນວັນລະລຶກເຖິງຄຸນງາມຄວາມດີຂອງນັກຣົບເກົ່າທັງຫຼາຍ ທີ່ໄດ້ສະລະເລືອດເນື້ອເຊື້ອໄຂ ເພື່ອປົກປ້ອງແຜ່ນດິນ ສະຫະລັດ ເພາະສະນັ້ນຈຶ່ງຂໍມອບເພງນີ້ “People That Matter” ທີ່ຂັບຮ້ອງໂດຍ Randy Deaver ໃຫ້ແກ່ທ່ານຜູ້ຟັງທຸກໆທ່ານເພື່ອສະແດງເຖິງຄວາມຈົງຮັກພັກດີ ທີ່ພວກເຮົາມີຕໍ່ພວກທີ່ເສຍສະລະເຫຼົ່ານີ້.
ຂໍໃຫ້ທຸກໆທ່ານນອນລັບຝັນຫວານແລະພົບກັນໃຫມ່ໃນສັບປະດາຫນ້າ.
ເພງ: “People That Matter” - Randy Deaver