ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

Robert Plant - “​Falling In Love Again”


Robert Plant...Band of Joy
Robert Plant...Band of Joy

ຫຼາຍໆທ່ານຄົງຈະຄຸ້ນເຄີຍກັບແນວເພງ Bluesy Rock ຂອງວົງ “Led Zeppelin”
ທີ່ເຄີຍໂດງດັງມາໃນອະດີດ. Robert Plant ເປັນຊາວອັງກິດໂດຍກຳເນີດ ເຂົາຄືນັກຮ້ອງ
ຄົນເກັ່ງ ທີ່​ເປັນຜູ້ລິ​ເລີ່​ມວົງ ​“Led Zeppelin” ນີ້, ຜູ້ກ່ຽວ​ມີ​ຄວາມ​ສາມາດ​ສຸດ​ຍອດ​, ທັງ
ຮ້ອງແລະທັງແຕ່ງເພງເອງ. ນອກຈາກ​ນັ້ນ​ Robert Plant ຍັງ​ເປັນ​ສະມາ​ຊິກ​ຂອງ​ວົງ
Band of Joy ​ໃນ​ແນວ​ເພງ Blue ​ແລະ​ຫຼັງ​ຈາກ​ທີ່​ໄດ້ຫ່າງ​ເຫີນ​ຈາກ​ວົງ​ການ​ເພງ​ໄປ​
ນານ​ກວ່າ 40 ປີ​. Robert Plant ​ໄດ້ກັບມາພ້ອມກັບ CD ຊຸດໃໝ່ ແລະຄັ້ງນີ້ກໍຖືວ່າ
ເປັນການກັບມາ “ເກີດໃໝ່”ຂອງວົງດົນຕຣີ Band of Joy. ຂໍເຊີນໄປຮັບຟັງພ້ອມໆ
ກັນເລີຍໃນບົດເພງຫວານໆ “​Falling In Love Again.”

MUSIC: “​Falling In Love Again”

ຄວາມສາມາດຂອງ Robert Plant ແມ່ນມີຫຼາກຫຼາຍ. ເເນວເພງຂອງຜູ້ກ່ຽວກໍຈະອອກ
ມາປະສົມປະສານ ເນື່ອງຈາກວ່າ ເຂົາມີພື້ນຖານທີ່ເເໜ້ນ ຈາກຫຼາຍໆສະໄຕລ໌ເພງ ທັງ
Rock, Blue, Eclectic mix Country, Folk ຫຼັງຈາກທີ່ວົງ Led Zeppelin ໄດ້
ສະຫລາຍຕົວໃນຊຸ່ມປີ 1980 ແລ້ວ Robert Plant ໄດ້ອອກມາຮ້ອງດ່ຽວແລະສ້າງຊື່
ສຽງໃຫ້ຕົວເອງດັງເພີ່ມຕື່ມອີກ ຊຶ່ງຜູ້ກ່ຽວເອງກໍດັງຢູ່ແລ້ວ ແລະໄດ້ຮັບລາງວັນ Gram-
my ໃນປີ 2009 ໃນເພງທີຮ້ອງຄູ່ກັບ Alison Krauss. ວັນນະສອນຂໍເເນະນຳເພງ
“You Can’t Buy My Love” ໃຫ້ທຸກໆທ່ານໄດ້ຟັງກັນ ຢ່າງສົມໃຈເລີຍ.

MUSIC: “​You Can’t Buy My Love”

ເຖິງ​ແມ່ນ​ວ່າປະຈຸບັນນີ້ Robert Plant ມີອາຍຸໄດ້ 62 ປີແລ້ວກໍ​ຕາມ ແຕ່ຜູ້ກ່ຽວຍັງມີ
ພະລັງສຽງທີ່ດີຢ້ຽມ. ນໍ້າສຽງຂອງເຂົາຈະອ່ອນກວ່າຕອນທີ່ເປັນນັກຮ້ອງຣ໊ອກໃນ
ສະໄໝທີ່ຮ້ອງໃນວົງ Led Zeppelin ນັ້ນ ວັນນະສອນຂໍຖືໂອກາດນີ້ ສະເໜີເພງ
“House Of Cards” ນີ້ ເພື່ອປິດທ້າຍລາຍການໃນວັນອາທິດທ້າຍເດືອນຕຸລາປີ 2010
ນີ້ ແລະຫວັງວ່າ ທ່ານຜູ້ຟັງຄົງຈະຍັງຕິດຕາມຮັບຟັງເພງມ່ວນໆກັບວັນນະສອນອີກໃນ
ອາທິດໜ້າ ແລະທາງເຮົາຈະນຳມາສະເຫນີເພງໃດແດ່ນັ້ນ ກໍຕ້ອງລໍຖ້າພິສູດດ້ວຍຕົວ
ທ່ານເອງ ແລະແນ່ນອນທີ່ສຸດ ຄືມີທີ່ນີ້ທີ່ດຽວໃນລາຍການສຽງເພງຈາກແດນໄກຂອງ VOA.

Music: “House Of Cards”

ເຊີນຟັງທັງສາມເພງດ້ວຍການ "Click" ສັນຍາລັກຮູບໂທລະໂຄ່ງ

ກ່ຽວຂ້ອງກັນ

XS
SM
MD
LG