ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະ​ກຳມະການ​ກວດກາ​ຂອງ​ສະພາ​ຕ່ຳ ​​ເລີ່ມ​ສື​ບສວນ ​​ຄົ້ນຫາ​ສາ​ເຫດ​ຂອງ​ຜູ້​ຊ່ອຍທ່ານ ທຣຳ ​ໃນ​ຄະດີກ່າວ​ຫາ ການທຳຮ້າຍ​ ຮ່າງກາຍ

ທ່ານ Rob Porter ຜູ້​ຊ່ອຍ​ປະທານາທິບໍດີ​ ດໍໂນລ ທຣຳ ​ກຳລັງ​ລົງ​ຈາກ​ເຮ​ືອບິນ​ປະຈຳ​ຕຳ​ແໜ່​ງ Air Force One ​ໃນ​ເມືອງ Morristown, ລັດ New Jersey, 4 ສິງຫາ 2017.
ທ່ານ Rob Porter ຜູ້​ຊ່ອຍ​ປະທານາທິບໍດີ​ ດໍໂນລ ທຣຳ ​ກຳລັງ​ລົງ​ຈາກ​ເຮ​ືອບິນ​ປະຈຳ​ຕຳ​ແໜ່​ງ Air Force One ​ໃນ​ເມືອງ Morristown, ລັດ New Jersey, 4 ສິງຫາ 2017.

ຄະນະ​ກຳມະການ​ກວດກາ​ຂອງ​ສະພາ​ຕ່ຳ ​ໄດ້​ເລີ່ມທຳ​ການ​ສື​ບສວນ ​ໃນ​ວັນ​ພຸດ​ວານ​ນີ້ ​
​ຫາ​ສາ​ເຫດ​ຂອງ​ທ່ານ Rob Porter ຊຶ່ງ​ເປັນຜູ້​ຊ່ອຍ​ປະທານາທິບໍດີ​ດໍໂນລ ທຣຳ ​ວ່າ​ຍັງ
​ສາມາດ​ດຳລົງ​ຢູ່​ ​ເປັນ​ເວລາ​ຫຼາຍໆ​ເດືອນ ຫຼັງ​ຈາກ​ທີ່​ອົງການ​ສັນຕິ​ບານກາງ​ສະຫະລັດ
ຫຼື FBI ​ໄດ້​ຍື່ນ​ເອກ​ກະສາ​ນຢ່າງ​ເປັນ​ທາງ​ການ ​ກ່ຽວ​ກັບອະດີດ​ພັນ​ລະ​ຍາ​ທັງ 2 ຂອງ​
ທ່ານPorter ທີ່ມີ​ລາຍ​ງານ​ວ່າ ​ໄດ້​ທຳ​ການ​ທາລຸນ ທຳຮ້າຍ​ຮ່າງກາຍ​ພວກ​ກ່ຽວ.

ທ່ານ Porter ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ສັບປະດາ​ແລ້ວ​ນີ້ ​ແຕ່​ວ່າຜູ້ອຳນວຍການ​ຂອງ
ອົງການ FBI ທ່ານ Christopher Wray ​ໄດ້​ບອກ​ລັດຖະສະພາ ​ໃນ​ຕົ້ນສັບ​ປະດາ​ນີ້​ວ່າ ຄະນະສືບສວນ​ ໄດ້​ບອກ​ບັນດາ​ເຈົ້າ​ຫນ້າ​ທີ່ທາງ​ທຳນຽບຂາວ​ແລ້ວ ຕັ້ງ​ດົນ​ນານ​ ​ຕັ້ງ​ແຕ່​
ເດືອນ​ມີນາ ປີ 2017 ພຸ້ນ ກ່ຽວກັບ​ເລື່ອງ​ທຳ​ການ​ທາລຸນ ທຳຮ້າຍ​ຮ່າງກາຍທີ່ຖືກ​ຟ້ອງ
​ຮ້ອງ​ຕໍ່​ທ່ານ Porter ນັ້ນ ຊຶ່ງຜູ້ກ່ຽວ ​ໄດ້​ເປັນ​ຜູ້​ກຳກັບ​ພວກ​ເອກ​ກະສາ​ນທັງຫຼາຍ ​ແລະ​ນະ​
ໂຍບາຍ​ຕ່າງ​ໆ ທີ່​ສົ່ງ​ໄປ​ໃຫ້​ທ່ານ​ທຣຳ.

ສະມາຊິກ​ສະພາ​ຂອງ​ຄະນະ​ກຳ​ທະ​ການ​ລະບົບ​ຕຸລາການ​ຂອງ​ສະພາ​ຕ່ຳ ທ່ານ Trey Gowdy, ສັງກັດ​ພັກ ຄາ​ໂລໄຣນາ ​ໃຕ້ ກ່າວ​ໃນ​ການໃຫ້ການ​ທີ່ ລັດຖະສະພາ, ວໍ​ຊີງ​ຕັນ, 7 ທັນວາ 2017.
ສະມາຊິກ​ສະພາ​ຂອງ​ຄະນະ​ກຳ​ທະ​ການ​ລະບົບ​ຕຸລາການ​ຂອງ​ສະພາ​ຕ່ຳ ທ່ານ Trey Gowdy, ສັງກັດ​ພັກ ຄາ​ໂລໄຣນາ ​ໃຕ້ ກ່າວ​ໃນ​ການໃຫ້ການ​ທີ່ ລັດຖະສະພາ, ວໍ​ຊີງ​ຕັນ, 7 ທັນວາ 2017.

ໃນ​ການ​ຮັບ​ຮູ້​ຂອງ​ທຳນຽບຂາວທີ່​ມີ​ຂຶ້ນ​ ບໍ່​ດົນ ຮອງ​ປະທານາທິບໍດີສະຫະລັດ ທ່ານ ໄມຄ
​ເພັນ​ສ໌ ​ໄດ້ກ່າວວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ທາງ​ທຳນຽບຂາວ ​ສາມາດ​ທີ່​ຈະ​ກຳກັບ​ເລື່ອງ​ນີ້​
ໄດ້ດີກ​ວ່າ​ນີ້.”

ໃນ​ໃຈກາງ​ ຂອງ​ການ​ສືບສວນ​ອັນ​ໃໝ່ ​ແມ່ນເປັນ​ບົດບາດ​ຂອງ​ການກຳກັບ​ຂອງ​ທ່ານ
Porter ​ໂດຍທີ່​ປຶກສາທຳນຽບຂາວທ່ານ John Kelly ​ນາຍ​ພົນ​ເບ້ຍ​ບຳນານ​ຈາກ​ທະ​ຫານ​ມາຣີນ ​ແລະ​ເປັນຫົວໜ້າ​ຂອງ​ທ່ານ Porter ​ວ່າເມື່ອໃດ​ທີ່ເປັນ​ຄັ້ງ​ທຳ​ອິດ​ທີ່ທ່ານ​ໄດ້​ຮູ້​ເລື່ອງກ່ຽວກັບ​ການ​ກ່າວ​ຫາ ຕໍ່ຕ້ານ​ທ່ານ Porter ນີ້. ທຳນຽບຂາວ​ກ່າວ​ວ່າ ທ່ານ Kelly ​
ໄດ້​ຊາບເຖິງ​ເລື່ອງທຳ​ການ​ທາລຸນ ທຳຮ້າຍ​ຮ່າງກາຍ​ນີ້ ​ໃນ​ສັບປະດາ​ແລ້ວ ຫຼັງ​ຈາກ​ທີ່​
ພວກ​ເຂົາ​ເຈົ້າ ໄດ້​ຮັບ​ລາຍ​ລະອຽດ​ຕ່າງ​ໆ ​ຈາກໜັງສື​ພິມ Dailay Mail ​ຂອງ​ອັງກິດ ນັ້ນ.

ທ່ານ Paul Ryan, ປະທານ​ສຽງ​ສ່ວນ​ຫຼາຍ​ຂອງ​ສະພາ​ສູງ ສັງກັດ​ພັກຣີພັບ​ບລີ​ກັນ ຈາກ​ລັດ Wisconcin., ພົບ​ປະ​ກັບ​ພວກ​ນັກ​ຂ່າວ ​ໃນ​ລະຫວ່າງ​ກອງ​ປະຊຸມ​ວາງ​ແຜນ​ຍຸດ​ທະ​ສາດຂອງ​ພັກຣີພັບ​ບລີ​ກັນ (GOP) ​ໃນ​ລັດຖະສະພາ ທີ່​ວໍ​ຊີງ​ຕັນ, 14 ກຸມພາ 2018.

ທ່ານ​ເພັນ​ສ໌ ​ໄດ້​ກ່າວ​ຍົກຍ້ອງ​ສັນລະ​ເສີນ ທ່ານ Kelly ວ່າ “​ເຮັດ​ວຽກ​ໄດ້ວິເສດ​ແລ້ວ”
​ໃນ​ຖານະ​ທີ່​ເປັນ​ທີ່​ປຶກສາ, ​ແຕ່​ວ່າ ການ​ບ່າຍ​ບ່ຽງຕອບ​ຄຳ​ຖາມ ທີ່​ວ່າ ​ທ່ານມີ​ຄວາມ​ຮູ້ສຶກ​ບໍ່ແຈບໃຈທີ່​ວ່າ ທ່ານ Kelly ​ມີຄວາມ “​ໂປ່​ງ​ໃສ​ໝົດບໍ” ​ໃນ​ການ​ທີ່​ວ່າ ຕອນ​ໃດ ທີ່ທ່ານ
​ຊາບກ່ຽວ​ກັບ​ການ​ກ່າວ​ຫາ​ຕໍ່​ທ່ານ Porter ​ແລະ ​ເມື່ອ​ໃດກັນ​ແທ້ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຜູ້ອຳນວຍການ​ຂອງ ອົງການ FBI, ທ່ານ Christopher Wray ​ໃຫ້​ປາກຄຳ​ຕໍ່ ​ຄະນະ​ກຳມະການ​ສືບລັບຂອງ​ສະພາ​ສູງ ທີ່​ລັດຖະສະພາ ​ໃນ​ວໍ​ຊີງ​ຕັນ, 13 ກຸມພາ 2018.
ຜູ້ອຳນວຍການ​ຂອງ ອົງການ FBI, ທ່ານ Christopher Wray ​ໃຫ້​ປາກຄຳ​ຕໍ່ ​ຄະນະ​ກຳມະການ​ສືບລັບຂອງ​ສະພາ​ສູງ ທີ່​ລັດຖະສະພາ ​ໃນ​ວໍ​ຊີງ​ຕັນ, 13 ກຸມພາ 2018.

XS
SM
MD
LG