ເຈົ້າໜ້າທີ່ໃນແຂວງ ໂບໂລຊິສຕານ (Bolochistan) ທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງປາກິສຖານ ກ່າວໃນວັນສຸກມື້ນີ້ວ່າ ມີຄົນງານໃນບໍ່ຖ່ານຫີນເສຍຊີວິດຢ່າງໜ້ອຍ 11 ຄົນ ແລະໄດ້ຮັບບາດເຈັບອີກ 6 ຄົນ ເມື່ອລົດຂອງພວກເຂົາເຈົ້າແລ່ນຕໍາລະເບີດຢູ່ແຄມທາງ.
ເຫດການດັ່ງກ່າວເກີດຂຶ້ນໃນຊ່ວງຕອນເຊົ້າ ໄກ້ກັບບໍ່ຖ່ານຫີນແຫ່ງນຶ່ງໃນເມືອງ ຮາຣ໌ໄນ (Harnai) ຊຶ່ງເປັນພື້ນທີ່ທີ່ໄດ້ຮັບຜົນກະທົບຈາກຄວາມບໍ່ສະຫງົບ ແລະເປັນແຂວງທີ່ອຸດົມໄປດ້ວຍຊັບພະຍາກອນທຳມະຊາດ.
ຖະແຫຼງການຢ່າງເປັນທາງການ ທີ່ອ້າງຄຳເວົ້າຂອງຫົວໜ້າຄະນະລັດຖະມົນຕີຂັ້ນແຂວງ, ທ່ານ ຊາຣຟາຣາຊ ບັກຕີ (Sarfaraz Bugti) ທີ່ໄດ້ກ່າວວ່າ “ຜູ້ກໍ່ການຮ້າຍທີ່ກ່ຽວຂ້ອງກັບເຫດການນີ້ ຈະຖືກນໍາໂຕເຂົ້າສູ່ຂະບວນການຍຸຕິທຳໃນໄວໆນີ້.”
ສໍາລັກງານນາຍົກລັດຖະມົນຕີຂອງ ທ່ານ ເຊບາສ ຊາຣີຟ ໃນນະຄອນຫຼວງອິສລາມາບັສ ກ່າວວ່າ ທ່ານສະແດງຄວາມເສຍໃຈຕໍ່ການເສຍຊີວິດຂອງຄົນງານບໍ່ແຮ່ ແລະກ່າວຕື່ມວ່າ ລັດຖະບານຂອງທ່ານ “ກຳລັງເຮັດວຽກຢ່າງເຂັ້ມແຂງ ເພື່ອກໍາຈັດການກໍ່ການຮ້າຍ.”
ຍັງບໍ່ມີຜູ້ໃດອອກມາອ້າງເອົາຄວາມຮັບຜິດຊອບຕໍ່ເຫດການລະເບີດໃນ ໂບໂລຊິສຕານ ໃນທັນທີ, ຊື່ງເປັນພື້ນທີ່ທີ່ກຸ່ມຫົວຮຸນແຮງຊົນເຜົ່າ ບາໂລສ (Baloch) ມັກກໍ່ເຫດໂຈມຕີິກອງກຳລັງຮັກສາຄວາມໝັ້ນຄົງ ແລະຄົນງານທີ່ກ່ຽວຂ້ອງກັບໂຄງການບໍ່ແຮ່ ທັງຂອງພາກລັດ ແລະເອກະຊົນ.
ກອງທັບປົດປ່ອຍ ບາໂລສ, ໂດຍສະເພາະໜ່ວຍງານລະເບີດສະລະຊີບຂອງຕົນທີ່ມີຊື່ວ່າ ມາຈິດ ໄບຣເກຣດ (Majeed Brigade) ໄດ້ອອກມາອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີເກືອບທັງໝົດທີ່ເກີດຂຶ້ນໃນ ໂບໂລຊິສຕານ ເມື່ອບໍ່ດົນມານີ້, ທີ່ສົ່ງຜົນໃຫ້ມີຜູ້ເສຍຊີວິດຈຳນວນຫຼາຍ ລວມທັງພົນລະເຮືອນ ແລະເຈົ້າໜ້າທີ່ດ້ານຄວາມໝັ້ນຄົງ.
ໃນວັນທີ 31 ມັງກອນຜ່ານມາ, ກອງກໍາລັງທະຫານບ້ານປາກິສຖານເສຍຊີວິດຢ່າງໜ້ອຍ 18 ຄົນ ລຸນຫຼັງກຸ່ມຕິດອາວຸດ BLA ໂຈມຕີລົດໂດຍສານຂອງພວກເຂົາເຈົ້າໃນຂົງເຂດ ຄາລາຕ (Kalat) ຂອງແຂວງ. ຊຶ່ງເປັນເຫດການທີ່ກອງກໍາລັງຮັດສາຄວາມປອດໄພຕ້ອງປະເຊີນກັບຄວາມສູນເສຍຫຼາຍທີ່ສຸດໃນຊ່ວງບໍ່ພໍເທົ່າໃດເດືອນທີ່ຜ່ານມານີ້.
ສະພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ ໄດ້ໃຫ້ຂໍ້ສັງເກດໃນບົດລາຍງານການປະເມີນໄພຂົ່ມຂູ່ດ້ານການກໍ່ການຮ້າຍລະຫວ່າງປະເທດຄັ້ງຫຼ້າສຸດທີ່ເຜີຍແຜ່ໃນອາທິດນີ້ວ່າ BLA ຢູ່ເບື້ອງຫຼັງ “ການໂຈມຕິີທີ່ມີຜູ້ເສຍຊິວິດຈໍານວນຫຼາຍ” ຢູ່ໃນ ໂບໂລຊິສຕານ.
ອ່ານຂ່າວເປັນພາສາອັງກິດ
Authorities in Pakistan’s southwestern Balochistan province said Friday that at least 11 coal mine workers were killed and six injured when their vehicle hit a roadside bomb.
The early morning incident occurred near a coal mine in the Harnai district of the insurgency-hit province, which is rich in natural resources.
“The terrorists involved in this incident will be brought to justice soon,” an official statement quoted Provincial Chief Minister Sarfaraz Bugti as saying.
In Islamabad, Prime Minister Shehbaz Sharif’s office said he expressed sorrow over the deaths of miners and said his government “is actively working to eliminate terrorism."
No one immediately claimed responsibility for the bombing in Balochistan, where ethnic Baloch militants frequently stage insurgent attacks against security forces and workers associated with public and private mining projects.
The Baloch Liberation Army, particularly its suicide bomber unit known as the Majeed Brigade, has claimed responsibility for nearly all recent attacks in Balochistan, resulting in the killings of scores of civilians and security forces.
At least 18 Pakistani paramilitary troops were killed January 31 when BLA militants assaulted their bus in the province’s Kalat district, marking one of the deadliest days for security forces in recent months.
The U.N. Security Council noted in its latest international terror threat assessment report released this week that BLA has been behind “several high-casualty attacks” in Balochistan
ຟໍຣັມສະແດງຄວາມຄິດເຫັນ