ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສັ້ນທາງສູ່ການພົບປະກັນຂອງທ່ານ ສີ ແລະ ທ່ານ ໄບເດັນ ຈະບໍ່ລາບລື່ນ ເຈົ້າໜ້າທີ່ຂອງຈີນກ່າວ


ແຟ້ມພາບ - ລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ກ່ອນໜ້າການພົບປະກັບ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໃນນະຄອນຫຼວງ ວໍຊິງຕັນ, ດີ. ຊີ., ວັນທີ 26 ຕຸລາ 2023.
ແຟ້ມພາບ - ລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ກ່ອນໜ້າການພົບປະກັບ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໃນນະຄອນຫຼວງ ວໍຊິງຕັນ, ດີ. ຊີ., ວັນທີ 26 ຕຸລາ 2023.

ກະຊວງການຕ່າງປະເທດຂອງຈີນ ກ່າວວ່າ ເສັ້ນທາງໄປ​ສູ່​ການ​ຄາດ​ວ່າ​ຈະ​ມີ​ການປະຊຸມລະຫວ່າງ ປະທານປະເທດ ສີ ຈິ້ນຜິງ ກັບ ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ນັ້ນຈະບໍ່ “ລາບລື່ນ” ອີງຕາມອົງການຂ່າງເອພີ. ໃນການພົບປະກັນລະຫວ່າງລັດຖະມົນຕີການຕ່າງປະເທດ ທ່ານຫວັງ ຢີ ແລະ ທ່ານໄບເດັນ, ພ້ອມກັບບັນດາທີ່ປຶກສາຂັ້ນສູງໃນເວລາຕໍ່ມາ, ຊຶ່ງທັງສອງຝ່າຍ ໄດ້ຕົກລົງທີ່ຈະຮ່ວມກັນເຮັດ​ວຽກໄປສູູ່ກອງປະຊຸມສອງຝ່າຍ ຢູ່ນອກກອງປະຊຸມ ສຸດຍອດຢູ່ນະຄອນແຊນແຟຣນຊິສໂກ ໃນເດືອນພະຈິກນີ້.

ໃນຖະແຫລງການສະບັບນຶ່ງທີ່ໄດ້ນຳອອກເຜີຍແຜ່ ໂດຍກະຊວງການຕ່າງປະ ເທດຂອງຈີນ ໃນວັນອາທິດວານນີ້ໄດ້ສະຫລຸບການປຶກສາຫາລືກັນ ຊຶ່ງທ່ານ ຫວັງ ໄດ້ກ່າວວ່າພວກເພິ່ນອາດບໍ່ກາງຕໍ່ “ລະບົບອັດໂຕໂນມັດ” ເພື່ອເຮັດໃຫ້ ກອງປະຊຸມເກີດຂຶ້ນໄດ້. ການເດີນທາງຢ້ຽມຢາມ ວໍຊິງຕັນ ໄລຍະສາມວັນ ຂອງທ່ານຫວັງ ມີຂຶ້ນໃນຊ່ວງເວລາທີ່ຄວາມເຄັ່ງຕຶງລະຫວ່າງທັງສອງປະເທດ ຍັງຄົງສູງຢູ່ ຍ້ອງຄວາມເຄັ່ງຕຶງດ້ານການຄ້າ ແລະບັນຫາອື່ນໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG