ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກນ້ອຍຕາຍ 11 ຄົນ ຍ້ອນອຸບັດເຫດ ລົດຕູ້ຕົກໜອງ ໃນຈີນ


ເດັກນ້ອຍ 11 ຄົນ​ເສຍ​ຊີວິດ ຫລັງ​ຈາກ​ລົດ​ຕູ້​ທີ່​ເຂົາ​ເຈົ້າ​ເດີນທາງ​ໄປ​ນຳ ​ໄດ້​ຕົກລົງ​​ໄປ​​ໃນໜອງ​ນໍ້າ ​ໃນປະເທດ​​ຈີນ.
ເດັກນ້ອຍ 11 ຄົນ​ເສຍ​ຊີວິດ ຫລັງ​ຈາກ​ລົດ​ຕູ້​ທີ່​ເຂົາ​ເຈົ້າ​ເດີນທາງ​ໄປ​ນຳ ​ໄດ້​ຕົກລົງ​​ໄປ​​ໃນໜອງ​ນໍ້າ ​ໃນປະເທດ​​ຈີນ.
ບັນດາ​ເຈົ້າ​ໜ້າ​ທີ່​ຈີນ​ກ່າວ​ວ່າ ​ເດັກນ້ອຍ 11 ຄົນ​ໄດ້ເສຍ​ຊີວິດ
ຫລັງ​ຈາກ​ລົດ​ຕູ້​ທີ່​ເຂົາ​ເຈົ້າ​ເດີນທາງ​ໄປ​ນຳ ​ໄດ້​ຕົກລົງໄປໃນ
ໜອງ​ນໍ້າ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ.

ອົງການ​ຂ່າວ​ຊິນ​ຫົວ​ທາງ​ການຂອງ​ຈີນ​ ກ່າວ​ວ່າ ອຸປະຕິ​ເຫດ ​ໄດ້ເກີດ ຂື້ນ​ໃນ​ວັນ​ຈັນ​ວານ​ນີ້ ຢູ່​ເຂດຊົນນະບົດ​ທີ່​ສອກຫຼີກຫ່າງ​ໄກ​ແຫ່ງ​ນຶ່ງຂອງ​ແຂວງ Jiangxi​. ລົດ​ຕູ້​ຄັນນີ້ ມີເດັກນ້ອຍ​ອະນຸບານ 15 ຄົນ ​ແລະ​ນາຍ​ຄູ​ນຶ່ງ​ຄົນ​ເດີນທາງ​ໄປ​ນຳ. ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ໄດ້​ກັກ​ຜູ້​ຂັບ​ລົດ​ຕູ້​ນັ້ນ​ໄວ້ ​ເພື່ອ​ສອບ​ປາກຄຳ ​ແລະ​ກ່າວ​ວ່າ ​ເຂົາ​ເຈົ້າ​ກໍາລັງ​ທໍາ​ການ​ສືບ ສວນຫາສາ​ເຫດ​ຂອງອຸ
ບັດ​ເຫດ​ໃນ​ຄັ້ງນີ້.

ອຸປະຕິ​ເຫດ​ທາງ​ຖະໜົນ​ທີ່ຮ້າຍ​ແຮງ​ມັກເກີດຂື້ນ​ຢູ່ໃນ​ຈີນ ​ຍ້ອນ​ວ່າບໍ່ມີ​ການ​ຫົວຊາ​ກັບ​ກົດ​ລະບຽບ​ຈາລະ​ຈອນ​ຢ່າງ​ແຜ່​ກວ້າງ. ສື່​ມວນ​ຊົນ​ລັດ ຖະບານ​ລາຍ​ງານ​ວ່າ ​ເກືອບ 70.000 ຄົນ​ໄດ້​ເສຍ​ຊີວິດ​ ໃນ​ປີ​ກາຍ​ນີ້.
XS
SM
MD
LG