ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຄູ່ແຂ່ງ ກົດດັນ ທ່ານ Trump ໃນການ ໂຕ້ວາທີ ຮອບທີ 2 ຂອງ ພັກຣີພັບບລີກັນ


ລິງໂດຍກົງ

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ຜູ້ມີຄະແນນສຽງນຳ​ໜ້າ​ໃນ​ການ​ສະໝັກ​ເລືອກ​ຕັ້ງຕຳ​ແໜ່​ງ ປະທານາທິບໍດີ ຈາກ​ພັກ Republican ​ແລະ​ ມະຫາ​ເສດຖີ​ພັນ​ລ້ານ ທ່ານ Donald Trump ​ໄດ້​ເປັນ​ສູນ​ກາງຂອງຄວາມ​ສົນ​ໃຈ ​ແລະ ​ໄດ້​ຮັບການໂຈມຕີ ທີ່ຂ້ອນ​ຂ້າງ​ຫຼາຍ ​ຈາກ​ຂູ່​ແຂ່ງຄົນອື່ນໆ ໃນຂະນະທີ່ຜູ້ ສະໝັກແຂ່ງຂັນເອົາຕຳແໜ່​ງປະທາ​ນາ​ທິບໍດີ​ປີ 2016 ຂອງ​ພັກ Republican 11 ຄົນຈັດການ​ໂຕ້​ວາທີ​ຮອບ​ທີ 2 ​ໃນ​ຕອນ​ຄ່ຳ ​ຂອງ​ວັນ​ພຸດ​ທີ່ຜານມາ​ນີ້ທີ່ຫໍສະໝຸດ​ປະທານາທິບໍດີ Ronald Reagan ​ໃນ​ລັດ ຄາ​ລິ​ຟໍ​ເນຍ. ຜູ້ສື່​ຂ່າວແຫ່ງ​ຊາດ ​ຂອງ ວີ​ໂອ​ເອ Jim Malone ມີ​ລາຍ​ງານ ​ເຊິ່ງ ພຸດທະ​ສອນ ຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ດ້ວຍ​ພາບ​ຫຼັງ​ເວທີ​ເປັນ ​ເຮືອບິນ Air Force One ຂອງ​ປະ​ທາ​ນາ​ທິບໍດີ Reagan ສຳລັບ​ພັກ Republican, ທ່ານ Donald Trump ໄດ້ມາໃນຮູບແບບປ້ອງກັນໂຕ ດັ່ງໃນການໂຕ້ ຖຽງກັນກັບ ສະມາຊິກສະພາສູງ ຈາກລັດ Kentucky ທ່ານ Rand Paul.

ທ່ານ Rand Paul ນຶ່ງໃນຜູ້ສະໝັກເຂົ້າແຂ່ງຂັນເອົາຕຳແໜ່ງປະທາ ນາທິບໍດີ ຂອງພັກ ຣີພັບບລີກັນ ກ່າວວ່າ “ສັນຊາດຕະຍານ ໃນການ ຕອບໂຕ້ຂອງທ່ານຕໍ່ກັບ ການເວົ້າ ສຽດສີ ກ່ຽວກັບຮູບຮ່າງຂອງພວກ ເຂົາເຈົ້າວ່າ - ເຕ້ຍ, ສູງ, ຕຸ້ຍ, ຂີ້ລ້າຍ. ປ່າທິໂທ ຄຳເວົ້າແນວນັ້ນ ມັນໄດ້ເກີດຂຶ້ນ ໃນຕອນຮຽນຢູ່ມັດທະຍົມຕົ້ນ. ມັນກາຍຍາມທີ່ ພວກເຮົາຈະເວົ້າເຖິງເລື່ອງເຫຼົ່ານີ້​ແລ້ວ ​ແມ່ນຫຼືບໍ່? ພວກເຮົາທຸກຄົນຈະ​ບໍ່ມີໃຜເປັນ ຫ່ວງກ່ຽວກັບ ການມີຄົນໃດຄົນໜຶ່ງແນວນັ້ນ ມາຮັບຜິດຊອບຄັງອາວຸດ ນິວເຄລຍ ບໍ?”

ທ່ານ Donald Trump ກ່າວວ່າ“ຂ້ອຍບໍ່ເຄີຍເວົ້າສຽດສີລາວກ່ຽວກັບ ຮູບຮ່າງໜ້າຕາ ຂອງລາວ, ເຊື່ອຂ້ອຍນິ, ມັນມີຫຼາຍຫົວຂໍ້ທີ່ກ່ຽວຂ້ອງໃນນັ້ນ. ທີ່ຂ້ອຍສາມາດ ບອກເຈົ້າໄດ້.”

ມີການປະທະຄຳເວົ້າກັນຫຼາຍຢ່າງ ລະຫວ່າງທ່ານ Trump ກັບອະດີດ ຜູ້ປົກຄອງລັດ Florida ທ່ານ Jeb Bush ລວມທັງເລື່ອງນີ້ ກ່ຽວກັບ ຂໍ້ຕົກລົງນິວເຄລຍ ອີຣ່ານ ແລະ ສົງຄາມໃນ ອີຣັກ.

ທ່ານ Jeb Bush ຜູ້ສະໝັກເລືອກຕັ້ງແຂ່ງຂັນເອົາຕຳແໜ່ງປະທານາ ທິບໍດີ ກ່າວວ່າ “ການຂາດການຕັດສິນ ແລະ ການຂາດຄວາມເຂົ້າໃຈ ກ່ຽວກັບວິທີການເຮັດວຽກ ຂອງໂລກ ແມ່ນອັນຕະລາຍແທ້ໆ ໃນເວລາແນວນີ້. ອັນດຽວກັນກັບການຕັດສິນ ອັນນັ້ນ ທີ່ເຈົ້ານຳມາໃນໂຕະໂຕ້ວາ ທີນີ້, ວ່າທ່ານນາງ Hilary Clinton ແມ່ນນັກ ເຈລະຈາທີ່ດີຫຼາຍ ຫຼືວ່າ ລາວອາດຈະນຳຂໍ້ຕົກລົງທີ່ດີກວ່າກັບອີຣ່ານ ມາບໍ?”

ທ່ານ Donald Trump ກ່າວວ່າ “ແລະລັດຖະບານຂອງອ້າຍເຈົ້າໄດ້ເອົາທ່ານ ບາຣັກ ໂອບາມາ ໃຫ້ພວກເຮົາເພາະວ່າ ມັນແມ່ນ ໄພພິບັດ ແທ້ໆໃນສາມເດືອນ ສຸດທ້າຍທີ່ ທ່ານ Abraham Lincon ບໍ່ຄວນຈະ ໄດ້ຖືກເລືອກຕັ້ງ.”

ທ່ານ Jeb Bush ກ່າວວ່າ “ເຈົ້າຮູ້ບໍ່ວ່າ ໃນເມື່ອມັນກ່ຽວຂ້ອງກັບອ້າຍ ຂອງຂ້ອຍມັນ ມີຢ່າງໜຶ່ງທີ່ຂ້ອຍຮູ້ຢ່າງແນ່ນອນ. ລາວເຮັດໃຫ້ພວກເຮົາ ປອດໄພ.”

ການໂຕ້ວາທີກໍຍັງປະກອບດ້ວຍ ຜູ້ແຂ່ງຂັນແມ່ຍິງພຽງຄົນດຽວຂອງພັກ Republican, ອະດີດຜູ້ບໍລິຫານທຸລະກິດ ທ່ານນາງ Carly Fiona, ຜູ້ທີ່ໄດ້ຖືກຖາມກ່ຽວກັບການດູຖູກ ໂດຍທ່ານ Donald Trump ກ່ຽວ​ກັບ​ໜ້າ​ຕາ​ຂອງ​ລາວ.

ທ່ານ​ນາງ Carly Fiona ກ່າວ​ວ່າ “ຂ້ອຍ​ຄິດ​ວ່າ​ແມ່ຍິງ​ທຸກ​ຄົນ​ໃນ​ທົ່ວ​ປະ​ເທດ​ນີ້ໄດ້​ຍິນ​ຢ່າງ​ຈະ​ແຈ້ງ​ ໃນສິ່ງ​ທີ່​ທ່ານ Trump ​ໄດ້​ເວົ້າ.”

ທ່ານ Donald Trump ​ໄດ້​ກ່າວ​ວ່າ “ຂ້ອຍ​ຄິດ​ວ່າ​ລາວ​ມີໜ້າ​ຕາ​ທີ່​ງາ​ມ ​ແລະ ລາວ​ກໍ​ເປັນ​ແມ່ຍິງ​ທີ່​ງາມ​ດ້ວຍ.”

ຜູ້​ເຂົ້າ​ແຂ່ງ​ຂັນ​ຄົນ​ອື່ນໆ​ຄິດ​ວ່າ​ ມັນ​ມີ​ການ​ແລກ​ປ່ຽນ​ຄຳ​ເວົ້າ​ທີ່ເຮັດ​ໃຫ້ໃຈ​ຮ້າຍ​ຫຼາຍ​ໂພດ.

ທ່ານ John Kasich ຜູ້​ສະໝັກເລືອກ​ຕຳ​ເອົາແໜ່​ງປະທານາທິບໍດີອີກ ຄົນນຶ່ງ ກ່າ​ວວ່າ “ ຂ້ອຍ​ໝາຍ​ຄວາມ​ວ່າ​ ປະຊາຊົນ​ຢູ່​ທີ່ບ້ານໃນ​ທົ່ວ​ປະ​ເທດ ​ທີ່ເບິ່ງ​ການຖ່າຍ​ທອດ​ສົດ​ນີ້​ຢາກ​ຮູ້​ວ່າ​ມີ​ຫຍັງ​ທີ່​ພວກ​ເຮົາ​ຈະ​ພາກັນ​ເຮັດ​ເພື່ອແກ້​ໄຂ​ປ​ະ​ເດັນ​ນີ້.”

ຜູ້​ແຂ່ງຂັນ​ສ່ວນ​ຫຼາຍ​ໄດ້​ວິພາກ​ວິຈານ​ຢ່າງ​ແຮງ​ກ່ຽວ​ກັບ​ຂໍ້​ຕົກລົງ​ນິວ​ເຄລຍກັບ ອີຣ່ານ ຂອງ​ລັດ​ຖະບານ​ທ່ານ ​ໂອ​ບາ​ມາ.

ທ່ານ​ Ted Cruz ຜູ້ສະໝັກເລືອກເອົາຕຳແໜ່ງປະທານາທິບໍດີອີກຄົນ ນຶ່ງກ່າ​ວວ່າ “ຖ້າຂ້ອຍ​ຖືກ​ເລືອກ​ ໃຫ້​ເປັນ​ປະທານາທິບໍດີ​ ​ໃນ​ມື້​ທຳ​ອິດ​ຂອງ​ການ​ເຮັດ​ວຽກ, ຂ້ອຍຈະ​ຈີກ​ສັນຍາຫາ​ຍະ​ນະ ​ນິວ​ເຄລຍ ອີຣ່ານ ນີ້​ໃຫ້​ເປັນ​ເສັ້ນ​ນ້ອຍໆ​ເລີຍ.”

​ແຕ່​ທ່ານ Jeb Bush ​ແລະ ທ່ານ Rand Paul ​ໄດ້​ກ່າວ​ວ່າ ພວກ​ເຂົາ​ຈະ​ບໍ່​ຈີກ​ສັນຍາ​ນັ້ນ, ​
ແ​ລະ ທ່ານ Paul ​ໄດ້​ເຕືອນ​ຕໍ່​ການ​ນຳ​ສົ່ງ​ທະຫານ ສະຫະລັດ ບໍ່​ວ່າ​ຈະ​ເຂົ້າ​ໄປ​ໃນ ຊີ​ເຣຍ ຫຼື​ກັບ​ຄືນ​ໄປ ອີຣັກ ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ພວກ​ ລັດ​ອິສລາມ.

ທ່ານ Paul ກ່າ​ວວ່າ “ມັນ​ຈະ​ມີແຕ່ທ່ານ Bush ຫຼື ທ່ານ​ Clinton ສຳລັບ​ເຈົ້າຕະຫຼອດ​ໄປຖ້າ​ເຈົ້າ​ຢາ​ກຫວນຄືນ​ໄປ​ຫາສົງຄາມ​ໃນ ອີຣັກ.”

ຜູ້​ສະໝັກ​ເລືອກ​ຕັ້ງ​ຄົນ​ອື່ນໆ​ທີ່ຢູ່​ເທິງ​ເວທີ​ລວມມີ ​ສະມາຊິກສະພາສູງຈາກລັດ Florida ທ່ານ Marco Rubio, ຜູ້ປົກ​ຄອງ​ລັດ New Jersey ທ່ານ Chris Christie, ອະ​ດີດ​ຜູ້ປົກ​ຄອງ​ລັດ Arkansas ທ່ານ Mike Huckabee, ​ຜູ້ປົກຄອງ​ລັດ Wisconsin ທ່ານ Scott Walker ແລະ ທ່ານໝໍຜ່າຕັດລະບົບປະສາດ ທ່ານ Ben Carson, ​ເຊິ່ງ​ເປັນນັກການເມືອງຈາກພາຍ ນອກອີກຄົນໜຶ່ງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ພຸ່ງຂຶ້ນ​ໃນ​ຢັ່ງ​ຫາງ​ສຽງ​ຄັ້ງ​ຫຼ້າ​ສຸດ​ນີ້. ​

XS
SM
MD
LG